ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄວໜຸ່ມ ມີສ່ວນຮ່ວມສໍາຄັນຕໍ່ການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ

Dec 13, 2024

ສະມາຄົມເຊໂລເວສ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ປະຈຳລາວ ແລະ ສູນກາງຊາວໜຸມປະຊາຊົນປະຕິວັດລາວ ຈັດສຳມະນາ ຫົວຂໍ້: ໄວໜຸ່ມເພື່ອການແກ້ດິນຟ້າອາກາດ ໃນ ສປປ ລາວ ຂຶ້ນວັນທີ 13-14 ທັນວາ 2024 ຢູ່ ສູນການຮ່ວມມືສາກົນ ແລະ ເຝີກອົບອົບຮົມລາວ-ຍີ່ປຸ່ນ (ICTC) ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຄະນະບໍລິຫານງານສູນການຊາວໜຸ່ມ ຫົວໜ້າກົມຮົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ທ່ານ ນາງ ສຸກສະເຫວີຍ ແກ້ວທຽມຈັນ ປະທານສະມາຄົມເຊໂລເວສ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງເພື່ອປູກຈຶດສຳນຶກ ສ້າງຄວາມຮູ້ຄວາມສາມາດໃຫ້ໄວໜຸ່ມໄດ້ປະກອບສ່ວນ ໃນການປົກປັກຮັກສາສິ່ງແວດລ້ອມ ແລກປ່ຽນແນວຄວາມຄິດ ແລະ ສົ່ງເສີມໃຫ້ໄວໜຸ່ມມີສ່ວນຮ່ວມໃນການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ ໂດຍສະເພາະນັກຮຽນນັກສຶກສາ ລວມທັງຄູ-ອາຈານ ເພື່ອແກ້ໄຂບັນຫາດັ່ງກ່າວ ກ້າວໄປເປັນໂຮງຮຽນສີຂຽວ ພ້ອມນີ້ ຍັງເປັນການສ້າງເຄື່ອຂ່າຍໃຫ້ໄວໜຸ່ມ ທີ່ຮັກສາສິ່ງແວດລ້ອມໃຫ້ຄວາມເຂັ້ມແຂງ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ເຂົ້າຮ່ວມງານ ໃຫ້ກວ້າງຂວາງຫຼາຍຂຶ້ນ
ທ່ານ ສຸລິຍາ ແກ້ວພິລາວົງ ກ່າວວ່າ: ການສໍາມະນາຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ໃນການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະ ການແກ້ໄຂບັນຫາຂອງການປ່ຽນແປງດີນຟ້ອາກາດ ໃນສປປລາວ ເຊິ່ງໃນກິດຈະກຳໃນແມ່ນຈະໄດ້ຮັບຟັງການສະຫຼຸບລາຍງານ ຜົນສຳເລັດໃນຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນ 9 ແຂວງ ຂອງຄະນະທີມງານສະມາຄົມເຊໂລເວສລາວ ຮ່ວມກັບຫຼາຍພາກສ່ວນ ຈາກພາກລັດ-ເອກກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ກິດຈະກໍາການປູກຈິດສໍານຶກ ການນໍາສະເໜີບົດຕ່າງໆກ່ຽວກັບສິ່ງແວດລ້ອມ ແລະ ການລະດົມແນວຄວາມຄິດກັບການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ບັນຫາເລື່ອງຂີ້ເຫຍື່ອ ເວທີສົນທະນາສ້າງແຮງບັນດານໃຈຈາກຊາວໜຸ່ມ-ໄວໜຸ່ມຕົວແບບຮັກສິ່ງແວດລ້ອມ ແລະ ນຳສະເໜີໂຄງການທີ່ກ່ຽວຂ້ອງກັບການແກ້ໄຂບັນຫາດິນຟ້າອາກາດ, ຈັດສຳມະນາແລກປ່ຽນນຳຊ່ຽວຊານ ຈາກອົງການຈັດຕັ້ງສາກົນຕ່າງໆ ນອກນີ້ ຍັງມີກິດຈະກຳຫຼິ້ນເກມທີ່ຕິດພັນກັບການປຸກຈິດສຳນຶກແລະ ຮັບຊົມບູດ ຈາກອົງກອນຕ່າງໆພາຍໃນງານ ເຊີ່ງກິດຈະກຳເຫຼົ່ານີ້ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນຕໍ່ຊາວໜຸ່ມ-ໄວໜຸ່ມ ເຍົາວະຊົນລາວ ແລະ ນ້ອງນ້ອຍນັກຮຽນ-ນັກສຶກສາ ເພື່ອຈະໄດ້ຮຽນຮູ້ບັນຫາຕ່າງໆ ແລະ ວິທີແກ້ໄຂ ເພື່ອຈະໄປຈັດຕັ້ງປະຕິບັດຢູ່ໃນໃນໂຮງຮຽນ ແລະ ຊີວິດປະຈຳວັນ ເພື່ອຫຼຸດຜ່ອນການຖີ້ມຂີ້ເຫຍື່ອຊະຊາຍ ແລະ ການຮັກສາສິ່ງແວດລ້ອມຮ່ວມກັນ.
ຮຽກຮ້ອງໃຫ້ພວກເຮົາໄວໜຸ່ມຈົ່ງພ້ອມກັນມີສ່ວນຮ່ວມ ແລະ ເປັນເຈົ້າການໃນການຮັກສາສິ່ງແວດລ້ອມ ແລະ ຊ່ວຍກັນບົວລະບັດຮັກສາຕົ້ນໄມ້ທີ່ພວກເຮົາປູກໃຫ້ນັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ ເພາະໄວໜຸ່ມແມ່ນສ່ວນຮ່ວມສໍາຄັນທີ່ສຸດຕໍ່ການປະກອບສ່ວນ ໃນແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດຂອງໂລກ ກໍຄື ສປປ ລາວ.
ທີ່ມາ: ວຽງຈັນໃໝ່