ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໜານໜິງ ສູນກາງດ້ານປັນຍາປະດິດ ຂົວຕໍ່ດ້ານເຕັກໂນໂລຊີລະຫວ່າງ ຈີນ-ອາຊຽນ ສູ່ອະນາຄົດດິຈິຕອນ

Nov 5, 2025

ໜານໜິງ ສູນກາງດ້ານປັນຍາປະດິດ ຂົວຕໍ່ດ້ານເຕັກໂນໂລຊີລະຫວ່າງ ຈີນ-ອາຊຽນ ສູ່ອະນາຄົດດິຈິຕອນ
ຄະນະຜູ້ແທນ ແລະ ສື່ມວນຊົນທີ່ເຂົ້າຮ່ວມສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ເປັນເຈົ້າພາບຈັດຂຶ້ນ ໄດ້ໄປຢ້ຽມຊົມສູນຮ່ວມມືການນຳໃຊ້ປັນຍາປະດິດ (AI) ຈີນ-ອາຊຽນ ໃນວັນທີ 4 ພະຈິກ 2025.
ສູນດັ່ງກ່າວ ສ້າງຂຶ້ນໃນວັນທີ 18 ກັນຍາ 2025 ທີ່ນະຄອນໜານໜິງ ໂດຍແມ່ນຈີນ ແລະ ປະເທດສະມາຊິກອາຊຽນຮ່ວມກັນປະກາດສ້າງຕັ້ງໃນກອງປະຊຸມໂຕະລັດຖະມົນຕີປັນຍາປະດິດ ຈີນ-ອາຊຽນ 2025, ເພື່ອຈັດຕັ້ງປະຕິບັດຈິດໃຈກອງປະຊຸມອົງການຮ່ວມມືຊຽງໄຮ້ ກ່ຽວກັບການແບ່ງປັນຜົນປະໂຫຍດຂອງການພັດທະນາປັນຍາປະດິດ.
ສູນແຫ່ງນີ້ ໄດ້ສຸມໃສ່ຮັດແໜ້ນພື້ນຖານການພັດທະນາປັນຍາປະດິດ ຫຼື AI, ການໃຫ້ບໍລິການແບບເປີດກວ້າງ, ການເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ ແລະ ການບຳລຸງສ້າງບຸກຄະລາກອນ, ການອຳນວຍຄວາມສະດວກໃຫ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຕົວຈິງ, ລົງເລິກນຳໃຊ້ເຕັກໂນໂລຊີໃຫ້ທົ່ວເຖິງ ແລະ ການຮ່ວມມືດ້ານການຄຸ້ມຄອງເຕັກໂນໂລຊີ.
ໃນຖານະເປັນເວທີຫຼັກຂອງການສົນທະນາລະດັບລັດຖະມົນຕີປັນຍາປະດິດຈີນ-ອາຊຽນ, ສູນດັ່ງກ່າວໄດ້ນຳສະເໜີການເຄື່ອນໄຫວ “AI+” ແລະ ຮ່ວມກັນສ້າງກົນໄກການຮ່ວມມືລະຫວ່າງລັດຖະມົນຕີ, ສ້າງຊ່ອງທາງການຮ່ວມມືຂ້າມຊາຍແດນແບບມີ “ການຄົ້ນຄວ້າ ແລະ ພັດທະນາໃນປັກກິ່ງ, ຊຽງໄຮ້, ແລະ ກວາງໂຈ່ວ + ການເຊື່ອມໂຍງໃນກວາງຊີ + ການນຳໃຊ້ໃນອາຊຽນ” ປະສົມປະສານກັນ. ປັດຈຸບັນ, ສູນດັ່ງກ່າວໄດ້ສ້າງຕັ້ງສູນສາຂາຢູ່ຕ່າງປະເທດ ລວມທັງປະເທດລາວ, ອຳນວຍຄວາມສະດວກໃຫ້ການເຊັນສັນຍາໂຄງການ AI ພາຍໃນປະເທດ 61 ໂຄງການ, ບັນລຸຂໍ້ຕົກລົງຮ່ວມມືກັບບໍລິສັດຕ່າງປະເທດ 22 ແຫ່ງ, ເປີດເຜີຍເຕັກໂນໂລຊີການແປຫຼາຍພາສາ ແລະ ວິທີແກ້ໄຂການໄຫຼວຽນຂໍ້ມູນຂ້າມຊາຍແດນ, ໄດ້ເຊັນໂຄງການຮ່ວມມືດ້ານອຸດສາຫະກຳທີ່ກວມເອົາການຂົນສົ່ງດ້ວຍລະບົບອັດສະລິຍະ, ກະສິກຳ ແລະ ຂົງເຂດອື່ນໆ.
ໃນ 3 ໄຕມາດຂອງປີ 2025, ສູນດັ່ງກ່າວໄດ້ສົ່ງເສີມມູນຄ່າຜົນຜະລິດອຸດສາຫະກຳຫຼັກ AI ຂອງກວາງຊີໃຫ້ສູງເຖິງ 56 ຕື້ 200 ລ້ານຢວນ, ເພີ່ມຂຶ້ນຫຼາຍກວ່າ 60% ເມື່ອທຽບໃສ່ປີກ່ອນ. ໃນໄລຍະຈັດງານວາງສະແດງສິນຄ້າຈີນ-ອາຊຽນປີ 2025, ສູນດັ່ງກ່າວໄດ້ວາງສະແດງການນຳໃຊ້ AI ໃນຫຼາຍຂົງເຂດ, ລວມທັງການປົກຄອງທາງສັງຄົມ, ອຸດສາຫະກຳ, ການດູແລສຸຂະພາບ, ໄດ້ຕ້ອນຮັບຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 40 ຄະນະ.
ການພັດທະນາປັນຍາປະດິດ ຫຼື AI ແມ່ນວຽກງານສໍາຄັນທີ່ບັນດາປະເທດໃນທົ່ວໂລກເອົາໃຈໃສ່, ໃນນັ້ນ ລວມທັງ ລາວ ໄດ້ເອົາໃຈໃສ່ພັດທະນາ AI ຢ່າງຕໍ່ເນື່ອງ. ຫຼ້າສຸດໃນໂອກາດກອງປະຊຸມໂຕະມົນປັນຍາປະດິດ ຈີນ-ອາຊຽນ 2025 ທີ່ຈັດຂຶ້ນຢູ່ນະຄອນໜານໜິງ ໃນວັນທີ 17 ກັນຍາ 2025 ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມທັງເຂົ້າຮ່ວມພິທີກົດປຸ່ມເປີດສູນການຮ່ວມມືປັນຍາປະດິດ ຈີນ-ອາຊຽນຢ່າງເປັນທາງການ.
ສໍາລັບສູນຮ່ວມມືການນຳໃຊ້ປັນຍາປະດິດ ຈີນ-ອາຊຽນ ສ້າງຕັ້ງຂຶ້ນຕາມນະໂຍບາຍການພັດທະນາຄວາມສາມາດດ້ານ AI ຂອງປະເທດຈີນ ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ, ປະທານປະເທດຈີນ ແນໃສ່ພັດທະນາການຮ່ວມມືດ້ານ AI ກັບອາຊຽນ ພາຍໃຕ້ຍຸດທະສາດສໍາຄັນ 4 ດ້ານ ຄື: ການເຕີບໂຕ: ເນື່ອງຈາກນະຄອນໜານໜິງເປັນປະຕູສູ່ອາຊຽນ ເຮັດໃຫ້ມີບຸກຄະລາກອນທີ່ມີຄວາມພ້ອມຕໍ່ການສ້າງການຮ່ວມມືກັບປະເທດສະມາຊິກອາຊຽນ ທາງດ້ານພາສາ ແລະ ວັດທະນະທໍາ. ຄວາມວ່ອງໄວ: ເນື່ອງຈາກທີ່ຕັ້ງພູມສາດຂອງນະຄອນໜານໜິງຕິດກັບປະເທດສະມາຊິກອາຊຽນ ຖືເປັນຕົ້ນທຶນທີ່ດີໃນການຕິດຕໍ່ສື່ສານທີ່ວ່ອງໄວ. ການບໍລິການທີ່ດີ: ພາຍໃຕ້ລະບົບການບໍລິຫານຈັດການຂໍ້ມູນດ້ານ AI ທີ່ມີຄວາມພ້ອມ ເຮັດໃຫ້ສູນແຫ່ງນີ້ສາມາດໃຫ້ບໍລິການດ້ານເຕັກໂນໂລຊີໄດ້ຢ່າງມີປະສິດທິພາບ. ຄວາມປະຢັດ: ເປັນຜົນດີຈາກຕົ້ນທຶນທີ່ຕັ້ງດ້ານພູມສາດ ໃກ້ກັບປະເທດສະມາຊິກອາຊຽນທີ່ສຸດ ເຮັດໃຫ້ສາມາດຫຼຸດຜ່ອນຕົ້ນທຶນ ແລະ ເວລາການສົ່ງຕໍ່ຂໍ້ມູນ ເພື່ອພັດທະນາເຕັກໂນໂລຊີ AI ໄດ້ເປັນຢ່າງດີ.
ສໍາລັບການບໍລິຫານຈັດການຂໍ້ມູນດ້ານເຕັກໂນໂລຊີ AI ໃນນະຄອນໜານໜິງ ແມ່ນໃຊ້ລະບົບຮັບ ແລະ ສົ່ງຂໍ້ມູນທີ່ມີຄວາມໄວສູງ. ຂໍ້ມູນຈະຖືກເຊື່ອມໂຍງເຂົ້ສກັບສູນກາງຂໍ້ມູນໃຫຍ່ໃນແຂວງຊິງໄຫ່ ແລະ ກຽມຂະຫຍາຍອອກໄປສູ່ສູນກາງຂໍ້ມູນຢູ່ນະຄອນຫຼວງປັກກິ່ງ, ຊຽງໄຮ້ ແລະ ກວາງຕຸ້ງ ເພື່ອສົ່ງເສີມການນຳໃຊ້ AI ໃນລະດັບ ASEAN. ຄວາມໄວໃນການສົ່ງຂໍ້ມູນແມ່ນໜ້ອຍກວ່າ 6 ມິນລິວິນາທີ ສາມາດຊ່ວຍລະບົບບໍລິການຕ່າງໆ ເຊັ່ນ: ລົດຍົນບໍ່ມີຄົນຂັບ, ການແພດທາງໄກ ແລະ ການສື່ສານດ້ວຍ AI ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ.
ປັດຈຸບັນ, ເຖິງວ່າສູນຮ່ວມມືການນຳໃຊ້ປັນຍາປະດິດ ຈີນ-ອາຊຽນ ສ້າງຕັ້ງຂຶ້ນໄດ້ບໍ່ດົນ ແຕ່ນັກວິຊາການທີ່ກ່ຽວຂ້ອງທັງໃນປະເທດຈີນ ແລະ ອາຊຽນ ກໍຄື ທົ່ວໂລກ ຕ່າງຕີລາຄາວ່າ ສູນດັ່ງກ່າວ ຖຶເປັນຂົວຕໍ່ດ້ານເຕັກໂນໂລຊີລະຫວ່າງ ຈີນ-ອາຊຽນ ກ້າວໄປສູ່ອະນາຄົດດິຈິຕອນທີ່ນັບມື້ມີປະສິດທິພາບທີ່ສຸດ.