ໃນວັນອາທິດທີ 30 ມີນາ 2025 ສະມາຊິກໜ່ວຍກູ້ໄພ ບຣູສະກາຍ ເຣສຄີວ ປະຈຳເທດສະບານນະຄອນຊົງຊິ່ງ ທາງຕາເວັນອອກຂອງຈີນ 16 ທ່ານ ໄດ້ຈັດກຽມອຸປະກອນກູ້ໄພ ຈຳພວກເຄື່ອງກວດສັນຍານຊີບດ້ວຍເຣດາ, ເຄື່ອງມືຕັດລະບົບໄຮໂດຣິກ ໝາກູ້ໄພອີກ 2 ໂຕ ແລະອຸປະກອນຊ່ວຍເຫຼືອອື່ນໆ ກ່ອນອອກເດີນທາງໄປຍັງພື້ນທີ່ປະສົບໄພໃນມຽນມາ ເພື່ອຮ່ວມດຳເນີນການກູ້ຊີບກູ້ໄພ ຈາກເຫດການແຜ່ນດິນໄຫວທີ່ເກີດຂຶ້ນ.






