ເມື່ອບໍ່ດົນມານີ້, ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານລາວໂທລະຄົມມະນາຄົມ (ລລທ), ສະຫາຍ ມະໂນທອງ ວົງລໍຄໍາ ຫົວໜ້າຫ້ອງການອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະປະຈໍາພັກຮາກຖານ ລລທ, ຕາງໜ້າບັນດາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າຫ້ອງການພັກ ແລະ ສະມາຊິກພັກສົມບູນ ຂອງໜ່ວຍພັກ ບໍລິຫານ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ວິໄລວັນ ຍົດໄຊວິບູນ ເລຂາໜ່ວຍພັກບໍລິຫານ ໄດ້ຜ່ານບົດລາຍງານການເມືອງ ສະຫລຸບການເຄື່ອນໄຫວວຽກງານ ຂອງໜ່ວຍພັກບໍລິຫານ ໃນໄລຍະ 5 ປີ (2019-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024-2028) ເຊິ່ງໃນໄລຍະ 5 ປີຜ່ານມາ ໜ່ວຍພັກບໍລິຫານ ໄດ້ຮັບການຊີ້ນໍາຈາກຄະນະພັກຮາກຖານ ລລທ ເປັນປະຈໍາ ແລະ ສະມາຊິກພັກທຸກສະຫາຍກໍມີຄວາມສາມັກຄີ ໃຫ້ຄວາມຮ່ວມມືໃນທຸກດ້ານ. ໃນຂະນະທີ່ສະພາບການຂອງໂລກທັງຢູ່ໃນລະດັບພາກພື້ນ ແລະ ສາກົນ ເກີດມີຄວາມທ້າທາຍໃນຫລາຍດ້ານ ເຊັ່ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາການຂັດແຍ່ງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະແມ່ນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາວຽກງານການດໍາເນີນທຸລະກິດຂອງ ລລທ ກໍຄື ການບໍລິຫານຈັດການວຽກງານຂອງພະແນກບໍລິຫານ. ເຖິງແນວໃດກໍຕາມ ໂດຍໄດ້ຮັບການນໍາພາ-ຊີ້ນໍາ ໂດຍກົງຈາກ ຄະນະພັກຮາກຖານ ລລທ ເຮັດໃຫ້ຄະນະໜ່ວຍພັກ ສະມາຊິກພັກ-ພະນັກງານ ຂອງໜ່ວຍພັກບໍລິຫານ ມີຄວາມສາມັກຄີເປັນປຶກແຜ່ນ, ຕັດສິນໃຈສູງຜ່ານຜ່າອຸປະສັກນາໆປະການ, ປະຕິບັດໜ້າທີ່ການເມືອງ ທີ່ໄດ້ກໍານົດໄວ້ໃນມະຕິກອງ ຄັ້ງທີ V ຂອງຄະນະພັກຮາກຖານ ລລທ ໂດຍສະເພາະແມ່ນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກໍານົດໄວ້ ໃນມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະໜ່ວຍພັກບໍລິຫານ ມີຜົນສໍາເລັດເປັນຢ່າງດີ, ເປັນການປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ພ້ອມກັນນີ້, ບັນດາສະມາຊິກພັກຂອງໜ່ວຍພັກບໍລິຫານ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກບໍລິຫານຊຸດໃໝ່ ແລະ ຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄະນະພັກຮາກຖານ ລລທ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ໃນນີ້, ມີຜູ້ລົງຮັບສະໝັກເລືອກຕັ້ງຄະນະໜ່ວຍພັກບໍລິຫານຊຸດໃໝ່ ທັງໝົດ 5 ສະຫາຍ, ເລືອກໄດ້ 3 ສະຫາຍ. ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີຮັບຮອງເອົາ ສະຫາຍ ນາງ ວິໄລວັນ ຍົດໄຊວິບູນ ເປັນເລຂາໜ່ວຍພັກບໍລິຫານ, ສະຫາຍ ວິໄຊ ວິລະວົງ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ນາງ ພິດສະໄໝ ແກ້ວມະນີ ເປັນກໍາມະການໜ່ວຍພັກ.
ໃນຕອນທ້າຍ, ສະຫາຍ ສຸພົນ ຈັນທະວີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງ ເນັ້ນໃຫ້ຄະນະໜ່ວຍພັກບໍລິຫານຊຸດໃໝ່ ເອົາໃຈໃສ່ໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງອ້າຍເອື້ອຍນ້ອງສະມາຊິກພັກ-ພະນັກງານໃນຂົງເຂດ ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວວຽກງານ ແລະ ໄດ້ເນັ້ນໜັກເຖິງ 6 ໜ້າທີ່ຂອງໜ່ວຍພັກ ໂດຍສະເພາະແມ່ນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນໜ້າທີ່ກວມລວມ ແລະ ຢັ້ງຢືນເຖິງດ້ານດີ, ດ້ານກ້າວໜ້າ ແລະ ດ້ານອ່ອນ ໃນການເຄື່ອນໄຫວນໍາພາຂອງໜ່ວຍພັກຕົນ.
ຂ່າວ-ພາບ: ລາວໂທລະຄົມ





