ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໝາກ​ລິນ​ຈີ່​ນ້ອຍໆ​ກາຍ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ

Jun 17, 2025

ເດືອນ​ມິ​ຖຸ​ນາ ແລະ ເດືອນ​ກໍ​ລະ​ກົດ​ຂອງ​ທຸກ​ປີ​​ແມ່ນລະ​ດູແຫ່ງ​ການ​ເກັບ​ກ່ຽບ​ໝາກ​ລິນ​ຈີ່​ຂອງ​ຈີນ. ໃນ​ລາ​ຊະ​ວົງ​ຖັງ​ຂອງ​ຈີນ​ມີ​ບົດ​ກະ​ວີ​ໄດ້​ພັນ​ລະ​ນາ​ວ່າ: ລົດ​ມ້າ​ຄັນ​ໜຶ່ງ​ແລ່ນ​ເຂົ້າ​ມາ​ຢ່າງວ່ອງ​ໄວ, ຢູ່​ທາງຫຼັງ​ມີ​ຂີ້​ຝຸ່ນ​ປິວ​ຂຶ້ນ​ທອງ​ຟ້າ. ພະ​ສະ​ໜົມ​ເອກ​ມອງ​ເຫັນ​ກໍ​ຍິ້ມ​ຢ່າງ​ມີ​ຄວາມ​ສຸກ. ບໍ່​ມີ​ໃຜ​ຮູ້​ວ່າ ມ້າ​ໄວ​ນັ້​ນ​ແມ່ນ​ຂົນ​ເອົາ​ໝາກ​ລິນ​ຈີ່​ສົດໆ​ມາ​ຖວາຍ. ໃນ​ສະ​ໄໝ​ລາ​ຊະ​ວົງ​ຖັງ​​ເປັນ​ເວ​ລາ​ພັນ​ກວ່າ​ປີ​ກ່ອນ, ເພື່ອ​ໃຫ້​ສະ​ໜົມ​ເອກ​ຂອງ​ຕົນ​ໄດ້​ກິນ​ໝາກ​ລິນ​ຈີ່​ສົດ, ເຈົ້າ​ຊີ​ວິດ​ໄດ້​ສັ່ງ​ໃຫ້​ລູກ​ນ້ອງ​ຂົນ​ສົ່ງ​ໝາກ​ລິນ​ຈີ່​ຈາກ​ພາກ​ໃຕ້​ຂອງ​ຈີນ​ທີ່​ຫ່າງ​ໄກ​ຈາກ​ນະ​ຄອນຫຼວງ​ສາງ​ອ່ານ 2.500 ກວ່າ​ກິ​ໂລ​ແມັດດ້ວຍ​ມ້າ​ໄວ​ແບບ​ແຂ່ງ​ກັບ​ເວ​ລາ. ປັດ​ຈຸ​ບັນ, ໝາກ​ລິນ​ຈີ່​ຢູ່​ພາກ​ໃຕ້​ຂອງ​ຈີນ​ຖ້າ​ເດັດ​ແຕ່ຮຸ່ງ​ເຊົ້າ, ຕອນ​ບ່າຍ​ກໍ​ຈະ​ຖືກ​ຂົນ​ສົ່ງ​ໄປ​ເຖິງ​ພ​າກ​ເໜືອ​ຂອງ​ຈີນ ດ້ວຍ​ລະ​ບົບ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ວ່ອງ​ໄວ.
ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ຂອງ​ຈີນໄດ້ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ, ໄດ້​ຂົນ​ສົ່ງ​ໝາກ​ໄມ້​ສົດ​ຢ່າງວ່ອງ​ໄວ ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ຢູ່​ເຂດ​ຜະ​ລິດ​ໝາກ​ລິນ​ຈີ່, ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ຂົນ​ສົ່ງ​ໝາກ​ລິນ​ຈີ່​ຈາກ​ໄຮ່​ນາ​ໄປ​ເຖິງ​ສູນ​ຈໍ​ລະ​ຈອນ​ສິນ​ຄ້າ​ທ້ອງ​ຖິ່ນ, ຫຼັງ​ຈາກ​ນັ້ນ, ​ໄດ້​ຂົນ​ສົ່ງ​ໄປ​ຕະຫຼາດ​ທາງ​ໄກ​ດ້ວຍ​ເຮືອ​ບິນ​ເໝົາ​ລຳ, ​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ ຫຼື ລົດ​ບັນ​ທຸກສິນ​ຄ້າ​ແຊ່​ເຢັນ ເພື່ອ​ສົ່ງ​ໄປ​ເຖິງ​ລູກ​ຄ້າ​ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ; ການ​ຈັດ​ສັນ​ຕາມໃບ​ສັ່ງ​ຊື້​ສິນ​ຄ້າ​ແບບ​ອັດ​ຕະ​ໂນ​ມັດ ແລະ ການ​ຂົນ​ສົ່ງ​ສິ​ນ​ຄ້າ​ຈາກ​ແຫຼ່ງ​ຜະ​ລິດ​ໄປ​ເຖິງ​ລູກ​ຄ້າ​ໂດຍ​ກົງ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ.
ເຕັກ​​ໂນ​ໂລ​ຊີ​ທັນ​ສະ​ໄໝ, ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ທີ່​ສະ​ດວກ​ວ່ອງ​ໄວ ແລະ ນະ​ໂຍບາຍ​ທີ່​ຖືກ​ຕ້ອງ ເຮັດ​ໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ຈີນ​​ກາຍ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ ບໍ່​ວ່າ​ໃນ​ດ້ານ​ຄວາມ​ໄວ ຫຼື ດ້ານ​ປະ​ລິ​ມານ​ການ​ຂົນ​ສົ່ງ. ໃນ​ສະ​ໄໝ​ບູ​ຮານ, ມີ​ແຕ່​ສະ​ໜົມ​ເອກ​ຈິ່ງສາ​ມາດ​ໄດ້ກິນ​ໝາກ​ລິນ​ຈີ່​ສົດ, ແຕ່​ໃນ​ສະ​ໄໝ​ປັດ​ຈຸ​ບັນ, ປະ​ຊາ​ຊົນ​ທົ່ວ​ໄປ​ຢູ່​ທາງ​ພາກ​ເໜືອ​ຂອງ​ຈີນ ກໍ​ ໄດ້ກິນ​ເຊັ່ນ​ດຽວ​ກັນ. ໝາກ​ລິນ​ຈີ່​ນ້ອຍໆ​ກາຍ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຂອ​ງ​ຈີນ ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ທັງ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ອະ​ນາ​ຄົດ​ທີ່ກວ້າງ​ໄກ​ຂອງ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ​.