ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

1 ປີຜ່ານມາສະພາແຫ່ງຊາດຍາດໄດ້ຜົນສຳເລັດຫລາຍດ້ານ

Nov 29, 2024

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ພະຈິກ 2024 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງາກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາແຫ່ງ ຊາດ, ຕະຫລອດໄລຍະ 1 ປີຜ່ານມາ ສະພາແຫ່ງຊາດ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ໄດ້ສຳເລັດການປັບປຸງ, ຮຽບຮຽງກົດໝາຍ 13 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX , ປັດຈຸ ບັນ ໄດ້ນຳສະເໜີປະທານປະເທດ ອອກລັດຖະດຳລັດ ປະກາດໃຊ້ຢ່າງເປັນທາງການ.
ນອກຈາກນີ້, ສະພາແຫ່ງຊາດ ຍັງໄດ້ກະກຽມຄວາມພ້ອມຮອບດ້ານຂອງຮ່າງກົດໝາຍ ຈຳນວນ 9 ສະບັບ ທີ່ຈະນຳເຂົ້າພິ ຈາລະນາ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8. ພ້ອມນີ້, ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຍັງໄດ້ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຈຳນວນ 9 ສະບັບ ລວມທັງໝົດ 22 ສະບັບ ບັນລຸໄດ້ 84,61% ຂອງແຜນການປີ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ອອກຄຳາແນະນໍາ ວ່າດ້ວຍກໍານົດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ; ສືບ ຕໍ່ຄົ້ນຄວ້າ-ປຶກສາຫາລືດ້ານເນື້ອໃນ ຂອງຮ່າງລັດຖະທໍາມະນູນ ກັບພາກສ່ວນຕ່າງໆ ດ້ວຍຄວາມເປັນເຈົ້າການ, ດຳເນີນການປະ ເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ໃນຂອບເຂດທົ່ວປະເທດ; ໄດ້ຕີຄວາມໝາຍຂອງກົດໝາຍ 2 ຫົວຂໍ້ ຄື: ປະມວນກົດໝາຍແພ່ງ, ມາດຕາ 152 ວັກທີ 3 ກ່ຽວກັບການຈົດທະບຽນການແຕ່ງດອງ ແລະ ປະມວນກົດ ໝາຍອາຍາ, ມາດຕາ 298 ກ່ຽວກັບການຄິດໄລ່ດອກເບ້ຍສູງ; ສຳເລັດການຄົ້ນຄວ້າໃຫ້ສັດຕະຍາບັນ ແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ດ້ວຍການຮັບຮອງອອກເປັນ ມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການໃຫ້ສັດຕະຍາ ບັນ ແກ່ຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ ດ້ານມາດຕະຖານຜະລິດຕະ ພັນຍານພາຫະນະອາຊຽນ; ເອົາໃຈໃສ່ຈັດຕັ້ງປະຕິບັດການໂຄສະ ນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃນຂົງເຂດຄວາມຮັບ ຜິດຊອບຂອງສະພາແຫ່ງຊາດ; ດຳເນີນການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດວັດທະນະທຳ-ສັງຄົມ 4 ສະບັບຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບ ຄຸມເຄື່ອດື່ມທີ່ມີທາດເຫລົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍຝ້າຍ.
ສ່ວນດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດ ຊາດ ສະພາແຫ່ງຊາດ ເອົາໃຈໃສ່ຄົ້ນຄວ້າ, ພິຈາ ລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມລັດຖະ ທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆທີ່ກຳນົດໄວ້ ດ້ວຍຄວາມຮັບຜິດຊອບສູງ. ນອກຈາກນີ້, ຄະນະສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ໃນການປະຕິບັດພາລະບົດບາດຂອງຕົນ.
ເຖິງຢ່າງໃດກໍຕາມ, ການສ້າງ ແລະ ປັບປຸງກົດໝາຍຈຳນວນໜຶ່ງ ຍັງບໍ່ທັນບັນລຸຕາມແຜນການປີ, ການປະສານສົມທົບເຊິ່ງກັນ ແລະ ກັນ ຂອງພາກສ່ວນຕ່າງໆໃນການສ້າງ ແລະ ປັບປຸງກົດໝາຍ ທີ່ພົວພັນກັບຫລາຍຂົງເຂດວຽກງານ ມີບາງກໍລະນີບໍ່ທັນກົມກຽວ, ການສະໜອງງົບປະມານ ຍັງບໍ່ທັນຕອບສະ ໜອງໄດ້ຕາມແຜນການ ເຮັດໃຫ້ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ການທາບທາມຮ່າງກົດໝາຍ ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ; ການຕິດຕາມກວດກາ, ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ໃນການໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ທັນທົ່ວເຖິງ ແລະ ເລິກເຊິ່ງ; ການຄົ້ນຄວ້າ ແລະ ສະໜອງເນື້ອໃນຫົວຂໍ້ຕ່າງໆ ທີ່ຈະນຳເຂົ້າພິຈາລະນາຢູ່ໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຈຳນວນໜຶ່ງ ມີຄວາມຊັກຊ້າ, ເນື້ອໃນບາງຫົວຂໍ້ບໍ່ທັນລະອຽດເລິກເຊິ່ງ.
ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານປະຈຳປີ 2025 ຂອງສະພາແຫ່ງ ຊາດຊຸດທີ IX ບັນລຸຕາມແຜນທີ່ວາງໄວ, ສະພາ ແຫ່ງຊາດ ໄດ້ກຳນົດວຽກງານແຕ່ລະດ້ານຄື: ເອົາໃຈໃສ່ກະກຽມເນື້ອໃນຮອບດ້ານ ໃຫ້ແກ່ວຽກງານສ້າງ ແລະ ປັບປຸງກົດໝາຍ ປີ 2025 ບັນລຸຕາມແຜນການທີ່ວາງໄວ້; ຮັບປະກັນການພິຈາລະ ນາຕົກລົງ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ; ຍົກສູງການປະຕິບັດພາລະບົດບາດຕິດຕາມກວດກາ ຂອງສະພາແຫ່ງ ຊາດ ຕາມລັດຖະທຳມະນູນ ແລະ ກົດໝາຍກໍານົດ ໃຫ້ມີປະສິດ ທິພາບ, ປະສິດທິຜົນ; ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ພະ ນັກງານ-ລັດຖະກອນ ໄປຕາມແຜນການລວມຂອງສະພາແຫ່ງ ຊາດ; ເພີ່ມທະວີການພົວພັນຮ່ວມມື ແລະ ປະສານງານຢ່າງກົມ ກຽວ ລະຫວ່າງສະພາແຫ່ງຊາດ ກັບບັນດາອົງການຂອງລັດ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນຕ່າງໆ ໃຫ້ມີຄວາມຄ່ອງຕົວກວ່າເກົ່າ; ເອົາໃຈໃສເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ສອດຄອງກັບແນວທາງການຕ່າງປະເທດຂອງພັກ, ຮັບປະກັນການປະກອບສ່ວນ ຍົກສູງບົດບາດຂອງສະພາແຫ່ງຊາດ ໃນເວທີພາກພື້ນ ແລະ ສາກົນ.
ທີ່ມາ: ຂປລ
May be an image of 1 person, dais and text