ນັບແຕ່ປີ 2023 ຫາ 2024 ນີ້ ແຂວງບໍ່ແກ້ວ ສາມາດຈັບຜູ້ລັກລອບຄ້າ-ຂາຍຢາເສບຕິດທັງລາຍໃຫຍ່ ແລະ ລາຍນ້ອຍ ໄດ້ທັງໝົດ 200 ກວ່າຄົນ, ໃນນັ້ນ ມີທັງຄົນລາວ ແລະ ຄົນຕ່າງປະ ເທດ.
ທ່ານ ພັນໂທ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 22 ຕຸລາ 2024 ວ່າ: ຜ່ານການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງ ເຫັນວ່າສະພາບການລັກລອບຄ້າ-ຂາຍຢາເສບຕິດ ແມ່ນພົບເຫັນຢ່າງຕໍ່ເນື່ອງ ໂດຍມີແຫລ່ງຜະລິດຢູ່ຕ່າງປະເທດ ແຕ່ຂົນສົ່ງຜ່ານແຂວງບໍ່ແກ້ວ ໂດຍຜ່ານຊ່ອງທາງທໍາມະຊາດຢູ່ເຂດຫ່າງໄກສອກຫລີກພາຍໃນແຂວງທີ່ເຈົ້າໜ້າທີ່ສາມາດເຂົ້າໄປກວດກາໄດ້ຍາກ ພາຍຫລັງນໍາເຂົ້າມາແລ້ວກໍຊຸກເຊື່ອງໄວ້ຈົນກວ່າມີໂອກາດກໍຂົນ ສົ່ງໄປຈໍາໜ່າຍຢູ່ແຂວງອື່ນ.
ຢາເສບຕິດກໍ່ໃຫ້ເກີດຜົນສະທ້ອນຕໍ່ຄອບຄົວ ແລະ ບຸກຄົນອ້ອມຂ້າງ ເຮັດໃຫ້ເກີດມີຄວາມສັບສົນວຸ້ນວາຍໃນສັງຄົມ, ເປັນ ຕົ້ນເຫດເຮັດໃຫ້ເກີດມີອາຊະຍາກໍາປະເພດຕ່າງໆ, ອາລະວາດ, ປຸ້ນຈີ້, ເກີດມີຂີ້ລັກງັດແງະ, ເຮັດໃຫ້ເຊື່ອມເສຍ ວັດທະນະທໍາອັນຂອງຊາດ. ສະນັ້ນ ທ່ານ ພັນໂທ ປັນຍາ ແສງວິຈິດ ໄດ້ຮຽກຮ້ອງມາຍັງ ພໍ່ແມ່ ກໍຄື ຜູ້ປົກຄອງ ຕ້ອງເອົາໃຈໃສ່ເບິ່ງແຍງ ແລະ ສຶກສາອົບຮົມລູກຫລານຂອງຕົນໃຫ້ດີ ເພື່ອບໍ່ໃຫ້ຫຍຸ້ງກ່ຽວກັບຢາເສບ ຕິດທຸກປະເພດ.





