ອີງຕາມການລາຍງານຂອງ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຕໍ່ພິທີຈູດທໍາລາຍຢາເສບຕິດ ຈັດຂຶ້ນວັນທີ 15 ຕຸລາ 2024 ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ຜ່ານເຄື່ອນໄຫວວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດຢູ່ພາຍໃນແຂວງບໍລິຄໍາໄຊ ໃນໄລຍະ 1 ປີ ຜ່ານມາ ມີຄະດີຢາເສບຕິດເກີດຂື້ນທັງໝົດ ມີ 329 ເລື່ອງ, ຜູ້ຖືກຫາ 472 ຄົນ, ຍິງ 51 ຄົນ, ຄົນຕ່າງປະເທດ 13 ຄົນ. ຍຶດຂອງກາຢາບ້າ 72.287 ເມັດ, ຢາອີ 61 ກິໂລກຼາມ, ຢາໄອສ 1.589 ກິໂລກຼາມ, ເຮໂລອິນ 45,5 ກິໂລກຼາມ, ຢາເຄ 6,3 ກິໂລກຼາມ, ຄັນຊາແຫ້ງ 3.865 ກິໂລກຼາມ.
ນອກຈາກນີ້ ຍງມີ ຄໍລະເຈນປະສົມສານເສບຕິດ 36 ຊ່ອງ,ໃບກະທ່ອມ 37 ກິໂລກຼາມ, ນ້ຳກະທ່ອມ 60 ຕຸກ, ຢາສູບໄຟຟ້າ 231 ອັນ, ຢຶດປືນແກັບ, ປືນປະດິດ, ປືນສັ້ນ ທັງໝົດ 53 ກະບອກ, ລູກກປືນ 09 ລູກ, ລົດໃຫ່ຍ 20 ຄັນ, ລົດຈັກ 20 ຄັນ. ສໍາລັບຢາເສບຕິດ ທີ່ນໍາມາຈູດທໍາລາຍຖີ້ມໃນຄັ້ງນີ້ ມີຢາບ້າ ຈໍານວນວ 7.468.982 ເມັດ ນ້ຳໜັກ 731 ກິໂລກຼາມ, ຢາໄອສ 135 ກິໂລກຼາມ, ເຮໂລອິນ 35,5 ກິໂລກຼາມ, ຄັນຊາແຫ້ງ 3.683 ກິໂລກຼາມ, ຄໍລະເຈນ 157 ຊ່ອງ, ຢາສູບໄຟຟ້າ 686 ອັນ ແລະ ຢາອີ 191 ເມັດ ລວມນ້ຳໜັກທັງໝົດ 4.584,5 ກິໂລກຼາມ ເຊິ່ງເປັນຂອງກາງຄະດີທີ່ຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສີນຢ່າງຖືກຕ້ອງຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍ ແລ້ວຈື່ງນຳມາຈູດເພື່ອທຳລາຍຖີ້ມ.



