ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

10 ກຳມະການ ປຶກສາຫາລືກຽມຄວາມພ້ອມຈັດງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII

Oct 9, 2024

ກອງປະຊຸມຄົບຄະນະ 10 ກຳມະການ ເພື່ອກະກຽມຄວາມພ້ອມໃຫ້ແກ່ງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຮັບກຽດເປັນເຈົ້າພາບ ໃນຕອນເຊົ້າວັນທີ 9 ຕຸລາ 2024 ທີ່ສະໂມສອນຫ້ອງວ່າການແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາ ໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຈັດງານແຂ່ງຂັນກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຮອງປະທານຈັດງານແຂ່ງຂັນງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າ 10 ກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຮັບຜິດຊອບ 10 ກຳມະການ ກໍຄື ກຳ ມະການກອງເລຂາ, ກຳມະການເຕັກນິກ-ຈັດການແຂ່ງຂັນ, ກຳມະ ການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະ ລະດົມທຶນ, ກຳມະການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ກຳມະ ການທີ່ພັກ, ອາຫານ, ຂົນສົ່ງ ແລະ ປະດັບປະດາ, ກຳມະການພິທີການຕ້ອນຮັບ ແລະ ຍ້ອງຍໍ, ກຳມະການໂຄສະນາປະຊາສຳ ພັນ, ກຳມະການແພດ ແລະ ປະຖົມພະຍາຍາມ, ກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ພັດປ່ຽນກັນຂຶ້ນລາຍງານຄວາມຄືບໜ້າ ບັນດາວຽກທີ່ຕົນຮັບຜິດຊອບ ພ້ອມທັງຂໍ້ສະ ເໜີ ເພື່້ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກຳມະ ການສຳເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຮຽກຮ້ອງມາຍັງ ຄະນະນໍາ ແລະ ພະນັກງານທຸກພາກສ່ວນທີ່ຮັບຜິດຊອບວຽກ ງານ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະ ພາບ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການ, ໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການເປັນເສນາທິການໃຫ້ຄະນະນໍາແຂວງ ແລະ ຄະນະນໍາກະຊວງ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກຈຸດສຸມ.
ພ້ອມນັ້ນ ໃຫ້ເອົາໃຈໃສ່ເພີ່ມທະວີປະສານສົມທົບໃຫ້ລະອຽດລະຫວ່າງຄະນະຮັບຜິດຊອບຂັ້ນແຂວງ ແລະ ກະຊວງ ກ່ຽວກັບຄວາມຄືບໜ້າໃນສ້າງສະໜາມເປີດ-ປິດ, ສະໜາມຈັດການແຂ່ງ ຂັນ, ສະຖານທີ່ພັກເຊົ່າຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດຖະໜົນຫົນທາງໃຫ້ມີຄວາມສະດວກແກ່ແຂກທີ່ເຂົ້າຮ່ວມງານໃນເທື່ອນີ້ ແລະ ວຽກງານອື່ນໆ ທີ່ປະກອບສ່ວນເຂົ້າໃນການກະກຽມຈັດການແຂ່ງຂັນ; ໃຫ້ປະສານສົມທົບກັບສະຫະພັນແມ່ຍິງແຂວງ ຕິດຕາມຊຸກຍູ້ກຸ່ມຜະລິດເຄື່ອງທີ່ລະນຶກ (ແພຄ້ອງຄໍ ຄູຝຶກ ແລະ ນັກກິລາທີ່ໄດ້ຫຼຽນ) 3 ຕົວເມືອງ: ເມືອງຕຸ້ມລານ ບ້ານດິນດາກ, ບ້ານດອນບຸ່ງ; ເມືອງຕະໂອ້ຍ ບ້ານເທດສະບານ; ເມືອງເລົ່າງາມ ບ້ານຫ້ວຍຫູນ ໃຫ້ສໍາເລັດການຜະລິດ ໃນເດືອນຕຸລາ 2024 ແລະ ອື່ນໆ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ