ສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ສະຫະພັນສື່ມວນຊົນທາງລົດໄຟ ລາວ-ຈີນ ໄດ້ຈັດການປະກວດຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນ ໃນປີ 2023, ໂດຍໄດ້ມີພິທີປະກາດຜົນການປະກວດຢ່າງເປັນທາງການໃນວັນທີ 20 ກຸມພາ 2024 ນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ການຈັດງານຄັ້ງນີ້ ມີສື່ມວນຊົນທັງພາກລັດ, ເອກະຊົນ ແລະອົງການຈັດຕັ້ງຕ່າງໆ ຂອງລາວ-ຈີນ ສົ່ງຜົນງານຂອງຕົນເຂົ້າ ຮ່ວມປະກວດຫລາຍສົມຄວນ, ຈາກນັ້ນໄດ້ຜ່ານການຄັດເລືອກຈາກຫົວໜ້າ ແລະ ນັກຊ່ຽວຊານດ້ານສື່ ມວນຊົນ ທັງສອງຝ່າຍລາວ-ຈີນ ໂດຍເລືອກເອົາພຽງ 10 ຂ່າວເດັ່ນທີ່ສະແດງໃຫ້ເຫັນເຖິງເຫດການສໍາຄັນກ່ຽວກັບທາງລົດໄຟ ລາວ-ຈີນ ໃນປີ 2023, ທັງເປັນການບັນທຶກກ່ຽວກັບທາງລົດໄຟລາວ-ຈີນ ຊຶ່ງກາຍເປັນພະລັງຂັບເຄື່ອນທີ່ແຂງແຮງເຂົ້າໃນການພັດທະນາເສດຖະ ກິດຂອງລາວ ແລະ ຈີນ ກໍຄື ການພັດທະນາຂອງພາກພື້ນ, ເລົ່າເລື່ອງລາວທີ່ປະຊາ ຊົນສອງຊາດລາວ-ຈີນ ໄດ້ເຊື່ອມສານຈິດໃຈ ແລະ ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
ນັບຕັ້ງແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ເປັນເວລາ 2 ປີ ກວ່າເປັນຕົ້ນມາ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ທາງລົດໄຟສາຍນີ້ມີບົດບາດນັບມື້ນັບກວ້າງອອກ, ເພິ່ມທະວີຄວາມເຊື່ອມໂຍງ- ເຊື່ອມຈອດກັນ ແລະ ເປັນສັກຂີພິຍານໃຫ້ແກ່ການເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນ, ພ້ອມທັງໄດ້ກາຍເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນ ແລະ ໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.
ຕາງໜ້າອົງການສື່ທີ່ເຂົ້າຮ່ວມການປະກວດຂ່າວຄັ້ງນີ້ຕ່າງກ່າວວ່າ: ການຖະ ແຫຼງ 10 ຂ່າວເດັ່ນກ່ຽວ ກັບທາງລົດໄຟລາວ-ຈີນໃນປີ 2023 ເປັນໝາກຜົນທີ່ບັນ ດາສື່ມວນຊົນໄດ້ຮ່ວມມືກັນເລົ່າເລື່ອງລາວກ່ຽວກັບ ທາງລົດໄຟ ລາວ-ຈີນ ໃຫ້ດີ, ສື່ມວນຊົນຕ່າງໆ ໄດ້ນໍາໃຊ້ໂອກາດນີ້ໃຫ້ດີເພື່ອເພີ່ມທະວີການຮ່ວມມື ແລະ ການປະ ສານງານເຊິ່ງກັນ ແລະ ກັນ, ຊຸກຍູ້ການແລກປ່ຽນດ້ານວັດ ທະນະທໍາລະຫວ່າງສອງປະເທດຂະຫຍາຍເຂົ້າສູ່ລວງເລິກ, ພ້ອມທັງປະກອບສ່ວນກໍາລັງຂອງສື່ມວນຊົນເຂົ້າໃນການສ້າງຄູ່ຮວມຊາຕາກໍາລາວ-ຈີນ.
ສໍາລັບຈໍານວນ 10 ຂ່າວເດັ່ນກ່ຽວກັບທາງລົດໄຟລາວ-ຈີນ ໃນປີ 2023 ທີ່ຜ່ານການຄັດເລືອດຄັ້ງນີ້ ລວມມີ:
1. ຂ່າວສານຊິນຮວາ: ເສັ້ນທາງລົດໄຟໄດ້ຂ້າມພູຜາແມ່ນ້ຳ-ຂຽນໃນມື້ເປີດການນໍາໃຊ້ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟລາວ-ຈີນ
2. CMG: ເຂົາງາມເຮົາຍ້ອງ ເຮົາງາມເຂົາຍອມ
3. ໜັງສືພິມລາຍວັນຢຸນນານ: 1035 ກິໂລແມັດ ອອກເດີນທາງແຕ່ຕອນເຊົ້າ ແລະ ໄປຮອດໃນຕອນແລງ
4. ໜັງສືພິມລາຍວັນຫູໜານ: ແຂວງຫູໜານ ກັບ ປະເທດລາວ ຮ່ວມກັນສ້າງເສັ້ນທາງສາຍໄໝເສັ້ນໃໝ່
5. ບັນຊີວິແຊັດທາງການ “ທາງລົດໄຟຈີນ” ແລະ ບັນຊີວິແຊັດທາງການ “ທາງລົດໄຟຄຸນໝິງ”: ຂີ່ຂະບວນລົດໄຟໄປປະ ເທດລາວ, ມິດຕະພາບລາວ-ຈີນ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ!
6. ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ສາຂາຜູເອີ: ເສັ້ນທາງຄໍາ ຜ່ານນະ ຄອນຜູເອີ — ບັນທຶກການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 2 ປີ
7. ໜັງສືພິມປະຊາຊົນ ລາວ: ທາງລົດໄຟລາວ-ຈີນ ສົ່ງເສີມການພັດທະນາຂະແໜງການຕ່າງໆຂອງປະເທດລາວ
8. ວິທະຍຸກະຈາຍສຽງແຫ່ງຊາດລາວ: ພຽງ 2 ປີ ທາງລົດໄຟລາວ-ຈີນ ນໍາຜົນປະ ໂຫຍດຢ່າງຫຼວງຫຼາຍມາໃຫ້ ສປປ ລາວ
9. ສໍານັກຂ່າວສານປະເທດລາວ: ທາງລົດໄຟລາວ-ຈີນ, ໂຄງການຕົວແບບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ດີທີ່ ສຸດຢູ່ ສປປ ລາວ
10. ບັນຊີເຟສບຸກ Nethdao Channel: ເນັດໄອດໍ ເນັດດາວ ເຊັກອິນ ອາຫານ ແລະ ແຫຼ່ງທ່ອງທ່ຽວຕາມທາງລົດ ໄຟລາວ-ຈີນ ໃນກິດຈະກໍາທາງລົດໄຟລາວ-ຈີນ MUST GO






