ນັບແຕ່ວັນທີ 1 ມັງກອນ ຫາ 4 ພະຈິກ 2024 ທາງລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດຈໍານວນ 3.000.000 ເທື່ອຄົນ ທີ່ມາຈາກ 101 ປະເທດທົ່ວໂລກ,ສະເລ່ຍປະມານ 10.000 ຄົນ/ມື້, ເພີ່ມຂຶ້ນ 44.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນຜູ້ໂດຍສານພາຍໃນມີຈຳນວນ 2.893.000 ເທື່ອຄົນ, ລວມທັງຂົນສົ່ງເຈົ້າໜ້າທີ່ພາກລັດ ແລະ ອາສາສະມັກກູ້ໄພຟຣີໃນໄລຍະນ້ຳຖ້ວມ 1136 ເທື່ອຄົນ, ອຳນວຍຄວາມສະດວກໃຫ້ແຂກນັ່ງລົດໄຟຟຣີໃນຊ່ວງກອງປະຊຸມອາຊຽນ 368 ຄົນ ແລະ ຜູ້ໂດຍສານຂ້າມແດນມີຈໍານວນ 107.000 ເທື່ອຄົນ.
ເພື່ອເປັນການຮັບມື ແລະ ອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ນັບມື້ນັບຫຼາຍຂຶ້ນ, ທີ່ຜ່ານມາທາງລົດໄຟລາວຈີນ ໄດ້ມີມາດຕະການຫຼາຍຢ່າງ ບໍ່ວ່າຈະເປັນການເພີ່ມຖ້ຽວລົດ, ຕໍ່ຂະບວນລົດ ແລະ ອື່ນໆ, ທັງຫມົດເຫລົ່ານີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກສະບາຍຂຶ້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ນີ້.
ໃນອະນາຄົດ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ວາງແຜນນໍາເຂົ້າລົດໄຟ EMU ຂະບວນທີ 5 ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຊຸກຍູ້ການທ່ອງທ່ຽວລາວໃຫ້ກ້າວຂຶ້ນສູ່ອີກລະດັບໜຶ່ງໃນປີ 2025 ທີ່ໃກ້ຈະມາເຖິງນີ້.





