ໃນໄລຍະ 10 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າມາເມືອງໄຊຍະບູລີ 3.887 ຄົນ ຍິງ 1.100 ຄົນ ໃນນີ້, ເປັນນັກທ່ອງທ່ຽວຕ່າງປະເທດ 495 ຄົນ ຍິງ 83 ຄົນ, ຊຶ່ງສາມາດສ້າງລາຍຮັບໄດ້ 2,5 ຕື້ກວ່າກີບ.
ທ່ານ ບຸດສະດີ ໄຊອຸດົມ ຮອງຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງໄຊຍະບູລີ ໄດ້ລາຍງານໃນກອງປະຊຸມປຶກສາຫາລືທຸລະກິດບໍລິການ-ການທ່ອງທ່ຽວ ໃນວັນທີ 14 ພະຈິກ 2024 ວ່າ: ໄລຍະຜ່ານມາ, ເມືອງໄຊຍະບູລີ ໄດ້ຖືເອົາວຽກງານດ້ານການທ່ອງທ່ຽວເປັນກົກ ໂດຍໄດ້ກໍານົດຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ ອອກເປັນ 13 ແລວທາງການທ່ອງທ່ຽວ ເພື່ອໃຫ້ເປັນວຽກງານໜຶ່ງທີ່ສຳຄັນ ໃນການຂັບເຄື່ອນ ແລະ ພັດທະນາເສດຖະກິດ, ວັດທະນະ-ທຳສັງຄົມ ຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ.
ໃນທົ່ວເມືອງມີໂຮງແຮມ 3 ແຫ່ງ (ແຂວງຄຸ້ມຄອງ 3 ແຫ່ງ), ຣີສອດ 1 ແຫ່ງ (ແຂວງຄຸ້ມຄອງ), ເຮືອນພັກ 50 ແຫ່ງ (ແຂວງຄຸ້ມຄອງ 10 ແຫ່ງ) ໃນນີ້ມີ 939 ຫ້ອງ, 816 ຕຽງ ສາມາດຮອງຮັບແຂກໄດ້ 1.500 ຄົນຕໍ່ຄືນ,ຮ້ານອາຫານ-ກິນດຶ່ມມີ 11 ແຫ່ງ (ແຂວງຄຸ້ມຄອງ 3 ແຫ່ງ), ຮ້ານອາຫານຕາມສັ່ງ 4 ຮ້ານ, ຮ້ານປີ້ງ 8ແຫ່ງ, ຮ້ານບັນເທີງ 3 ແຫ່ງ, ຮ້ານຄາຣາໂອເກະ 2 ແຫ່ງ (ແຂວງຄຸ້ມຄອງ 1 ແຫ່ງ).
ທົ່ວເມືອງໄຊຍະບູລີ ມີແຫລ່ງທ່ອງທ່ຽວມີ 29 ແຫ່ງ ໃນນີ້, ແຫລ່ງທ່ອງທ່ຽວດ້ານວັດທະນະທໍາ 6 ແຫ່ງ, ແຫລ່ງທ່ອງທ່ຽວທໍາມະຊາດ 23 ແຫ່ງ ພ້ອມນີ້, ຍັງໄດ້ສົມທົບຄະນະຮັບຜິດຊອບຂັ້ນເມືອງ ລົງຕິດຕາມກວດກາການເປີດບໍລິການຮ້ານບັນເທິງ, ກິນດຶ່ມ, ຄາລາໂອເກະໄດ້ 17 ຄັ້ງ ພ້ອມທັງສ້າງບົດບັນທຶກກ່າວເຕືອນ 2 ຮ້ານມີ 4 ຄັ້ງ, ລົງເຮັດບົດບັນທຶກກັບເຈົ້າຂອງທຸລະກິດເຮືອນພັກ ທີ່ໂຈະບໍລິການຊົ່ວຄາວ ໄດ້ 1 ຄັ້ງມີ 2 ແຫ່ງ, ຈັດຕັ້ງເຮືອນພັກແຮມ (Homstay) ຢູ່ບ້ານໃຫຍ່ 7 ຫລັງຄາເຮືອນ.
ຂ່າວ-ພາບ: ສົມພົງ ສີສະຫວັດ






