ທ່ານ ບຸນເພັງ ສີສະຫວັດ, ຫົວໜ້າຫ້ອງການ ຄະນະກຳມະການແຫ່ງຊາດລາວງານຕໍ່ກອງປະຊຸມ ຂະແໜງການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ວັນທີ 1 ພະຈິກ 2024 ນີ້ວ່າ: ນັບແຕ່ຕົ້ນປີ ຫາເດືອນ ຕຸລາ 2024 ນີ້ ສາມາດສຳ ຫຼວດພື້ນທີ່ ທີ່ຢັ້ງຢືນວ່າອັນຕະລາຍຈາກລະເບີດລູກຫວ່ານ( CHA), ເພື່ອຈະເກັບກູ້ລະເບີດໄດ້ທັງໝົດ 19,820 ເຮັກຕາ ເທົ່າກັບ 79% ຂອງເປົ້າໝາຍ ທີ່ວາງໄວ້ 25,000 ເຮັກຕາ ແລະ ເກັບກູ້ໄດ້ທັງໝົດ 5,275 ເຮັກຕາ ແລະ ທຳລາຍລະເບີດໄດ້ຫລາຍກວ່າ 71,875 ໜ່ວຍ.
ໄລຍະ 10 ເດືອນ (ມັງກອນ-ຕຸລາ 20224) ມີຜູ້ເຄາະຮ້າຍຈາກອຸບັດ ເຫດຍ້ອນລະເບີດບໍ່ທັນແຕກ 48 ຄົນ ເສຍຊີວິດ 9 ຄົນ, ໃນນັ້ນເປັນເດັກນ້ອຍ ເຖິງ 62.5%. ມີຜູ້ບາດເຈັບ 23 ຄົນກວມ 35%, ສາເຫດຫຼັກ ແມ່ນມາຈາກການຈັບຫຼິ້ນລະເບີດ, ຕໍ່ມາແມ່ນ ການຂຸດດິນ 8 ຄົນ 30%, ການດັງໄຟຖືກລະເບີດ 3 ຄັ້ງ ໄດ້ຮັບບາດເຈັບ 8 ຄົນ ແລະ ການພະຍາຍາມມ້າງໜ່ວຍລະເບີດ ແລະ ການຖາງປ່າ 10% ຂອງຈຳ ນວນອຸປະຕິເຫດທັງໝົດ.
ໃນປີ 2025 ສປປ ລາວ ຈະເນັ້ນໃສ່ການ ເຜີຍແຜ່ຄວາມຮູ້ ແລະ ຄວາມອັນຕະ ລາຍຂອງລະເບີດ ຜ່ານ ວິທະຍຸກະຈາຍສຽງແຂວງ, ຂະຫຍາຍຕາໜ່າງການຊ່ວຍເຫຼືອ ຜູ້ເຄາະຮ້າຍ ໃນແຂວງ ທີ່ສຳຄັນ ລວມທັງການປັບປຸງລະບົບຂໍ້ມູນ, ກອງປະຊຸມການປົກຄອງ, ແລະ ການປະຕິບັດຕາມສົນທິສັນຍາຫ້າມລະເລີດລູກຫວ່ານ. ເຄື່ອງມືເກັບກູ້ທີ່ມີຄວາມທັນສະໄໝ ແລະ ອື່ນໆ
ຂໍ້ມູນ: ວຽງຈັນທາຍ





