ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

10 ເດືອນຜ່ານມາ ມີຜູ້ເສຍຊີວິດ 9 ຄົນ ຈາກລະເບີດບໍ່ທັນແຕກຕົກຄ້າງ ແຕກໃສ່

Nov 18, 2024

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ທີ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານເກັບກູ້ລະເບີດບໍ່ທັນແຕກ ໂດຍສຸມໃສ່ການກວດກູ້ລະເບີດບໍ່ທັນ ແຕກອອກຈາກເນື້ອທີ່ທຳການຜະລິດ ແລະ ເຂດຊຸມຊົນ.
ໃນນີ້ ສະເພາະໃນ 10 ເດືອນຂອງປີ 2024 ປະຕິບັດໄດ້ 5,256 ເຮັກຕາ ເທົ່າ ກັບ 70% ຂອງແຜນການ (ສະເພາະໂຄງການເກັບກູ້ລະເບີດແຫ່ງຊາດ ສາມາດປະຕິບັດໄດ້ 1,565 ເຮັກຕາ ເທົ່າກັບ 21% ຂອງແຜນການທັງໝົດ), ມີອຸບັດຕິເຫດເກີດຂຶ້ນທັງໝົດ 25 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍທັງ ໝົດ 48 ຄົນ, ບາດເຈັບ 39 ຄົນ ແລະ ເສຍຊີວິດ 9 ຄົນ; ໄດ້ເອົາໃຈໃສ່ວຽກງານໂຄສະນາອົບຮົມຄວາມສ່ຽງ ໄພຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໄດ້ 970 ບ້ານ ມີຜູ້ເຂົ້າຮ່ວມ 3,292 ເທື່ອຄົນ.
May be an image of text