ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

10 ເດືອນຜ່ານມາ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 3.395 ເລື່ອງ

Nov 20, 2024

ການດໍາເນີກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 20 ພະຈິກ 2024, ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ເດືອນມັງກອນ ຫາ ເດືອນຕຸລາ 2024.
ທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 10 ເດືອນຜ່ານມາ, ເຖິງວ່າລັດຖະບານ ປະສົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ດ້ວຍຄວາມຮັບຜິດຊອບການເມືອງ ທີ່ໄດ້ຮັບມອບໝາຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານສະກັດກັ້ນແກ້ໄຂບັນຫາຢາເສບຕິດ ຕາມມະຕິ 110/ສພຊ, ລົງວັນທີ 21/11/2023 ແລະ ຕາມ 06 ວຽກຈຸດສຸມຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍລະດັບທີ່ແຕກຕ່າງກັນ
ໃນນີ້ ສໍາຄັນແມ່ນໄດ້ຊີ້ນໍາວຽກງານແກ້ໄຂບັນຫາຢາເສບຕິດໃນຂອບເຂດທົ່ວປະເທດ; ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 3.395 ເລື່ອງ, ຈັບຜູ້ຖືກຫາໄດ້ 5.168 ຄົນ/ຍິງ 505 ຄົນ, ຕ່າງປະເທດ 199 ຄົນ/ຍິງ 19 ຄົນ (ຫວຽດນາມ 61 ຄົນ/ ຍິງ 06 ຄົນ, ຈີນ 59 ຄົນ/ຍິງ 03 ຄົນ, ມຽນມາ 16 ຄົນ, ໄທ 39 ຄົນ/ຍິງ 04 ຄົນ, ມາເລເຊຍ 03 ຄົນ, ໄນຈີເລຍ 01 ຄົນ/ຍິງ 01 ຄົນ, ອີຕາລີ 01 ຄົນ, ອົດສະຕາລີ 01 ຄົນ, ອິນເດຍ 02 ຄົນ/ຍິງ 01 ຄົນ, ອິນໂດເນເຊຍ 01 ຄົນ, ເຢເມນ 01 ຄົນ, ຝຣັ່ງ 01 ຄົນ, ເກົາຫຼິໃຕ້ 03 ຄົນ, ເລບານ໋ອນ 01 ຄົນ, ອັງກິດ 01 ຄົນ, ອາເມລິກາ 01 ຄົນ, ເຢຍລະມັນ 02 ຄົນ/ຍິງ 01 ຄົນ, ຢີປຸ່ນ 02 ຄົນ/ຍິງ 01 ຄົນ, ກຳປູເຈຍ 02 ຄົນ, ຟີລີບປິນ 01 ຄົນ); ຍຶດເຮໂຣອິນ 380,96 ກລ, ຢາບ້າ 81.030.733 ເມັດ ນໍ້າໜັກ 8.103,07 ກລ, ຢາໄອສ໌ 4.816,17 ກລ, ຢາຝິ່ນ 84,86 ກລ, ຄັນຊາ 3.583,24 ກລ, ເຄຕາມິນ 33,14 ກລ, ຢາອີ 2.584 ເມັດ ກັບ 61,44 ກລ, ໂຄເຄນ 0,99 ກລ, ແປ້ງຝຸ່ນ 10.092,84 ກລ, ສານເຄມີ 101 ຖັງ, ລົດໃຫ່ຍ 77 ຄັນ, ລົດ ຈັກ 480 ຄັນ, ປືນ 10 ກະບອກ, ລູກປືນ 1.677 ລູກ.
ນອກຈາກນີ້, ໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປີ 2024 ຢູ່ 9 ແຂວງພາກເໜືອ ແລະ ພາກກາງ; ກວດພົບເນື້ອທີ່ລັກລອບປູກຝິ່ນ 5.831 ຮຕ, ທໍາລາຍໄດ້ 126 ຮຕ ແລະ ລົງກວດກາ ແລະ ທໍາລາຍການລັກ ລອບປູກຕົ້ນກະທ່ອມ ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ 123 ຕົ້ນ ແລະ ໄດ້ທໍາລາຍສານເຄມີຕົ້ນທີ່ເຈົ້າໜ້າທີ່ຍຶດໄດ້ຢູ່ 3 ແຂວງພາກເໜືອ ຄື: ແຂວງບໍ່ແກ້ວ, ຫຼວງພະບາງ, ຫຼວງນ້ຳທາ ຈຳນວນ 126 ໂຕນ.
ພົນເອກ ວິໄລ ຫລ້າຄໍາຟອງ ໃຫ້ຮູ້ຕື່ມວ່າ: ຕໍ່ເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ພວກເຮົາ ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸ ຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ມີທັງໝົດ 5.132 ຄົນ/ຍິງ 209 ຄົນ (ໃນນັ້ນ, ປິ່ນປົວດີແລ້ວກັບຄືນບ້ານມີ 2.513 ຄົນ/ຍິງ 112 ຄົນ, ສືບຕໍ່ປິ່ນປົວ 2.619 ຄົນ/ຍິງ 97 ຄົນ); ປະຈຸບັນ ລັດຖະບານ ສສ. ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ 1 ແຫ່ງ (ຫຼັກ 62) ເຊິ່ງສາ ມາດບັນຈຸໄດ້ 500 ກວ່າຄົນ; ໄດ້ສຳເລັດພິທີວາງສິລາເລີກໃນວັນທີ 12 ກໍລະກົດ 2024 ຄາດວ່າທ້າຍປີ 2025 ຈະສໍາເລັດການກໍ່ສ້າງ ແລະ ມີຈຸດໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນ ຢູ່ໂຮງໝໍເມືອງ ຈຳນວນ 28 ຈຸດ.
ພ້ອມນີ້, ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນຢູ່ 07 ແຂວງພາກເໜືອ ແລະ ພາກກາງ, ມີທັງໝົດ 57 ບໍລິສັດ, ບໍລິສັດດັ່ງກ່າວໄດ້ປູກ ແລະ ເກັບຊື້ຜົນຜະລິດນຳປະ ຊາຊົນ ເຊັ່ນ: ຢາງພາລາ, ກາເຟ, ຊາ, ອ້ອຍ, ສາລີ, ມັນຕົ້ນ, ເຂົ້າ, ໝາກແໜ່ງ, ລ້ຽງງົວ-ຄວາຍ ແລະ ລ້ຽງປາ (ລວມມີ 18 ລາຍການພືດ ແລະ 02 ລາຍການລ້ຽງສັດ), ປະຊາຊົນໄດ້ຮັບຜົນປະໂຫຍດ 1.440 ບ້ານ, 58.185 ຄອບຄົວ ແລະ ອື່ນໆ.
May be an image of text