ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວຫນ້າພະແນກຖະ ແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມປຶກສາຫາ ລືເພື່ອກຽມຕ້ອນຮັບນັກທ່ອງທ່ຽວປີ 2025 ຈັດຂຶ້ນຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໃນວັນທີ 11 ພະຈິກ 2024 ວ່າ: ວຽກງານການທ່ອງທ່ຽວກາຍ ເປັນຫົວຈັກຂັບເຄື່ອນດ້ານເສດຖະກິດຂອງແຂວງຫຼວງພະບາງ, ສະເພາະ 10 ເດືອນກວ່າຂອງປີ 2024 ສາມາດຮັບນັກທ່ອງທ່ຽວໄດ້ ທັງໝົດ 1,778,758 ເທື່ອຄົນ ເທົ່າກັບ 97% ຂອງແຜນການປີ.
ໃນນີ້ ມີນັກທ່ອງທ່ຽວພາຍໃນ 567,983 ເທື່ອຄົນ ເທົ່າກັບ 152% ແລະ ນັກທ່ອງທ່ຽວສາກົນ 1,155,181 ເທື່ອຄົນເທົ່າ ກັບ 82%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ 897,494,497 ໂດລາສະຫະລັດ. ມີແຫຼ່ງທ່ອງທ່ຽວທີ່ໄດ້ເປີດບໍລິການແລ້ວ 158 ແຫ່ງ, ໃນນີ້ມີສິ່ງຮອງຮັບດ້ານການທ່ອງ ທ່ຽວ ເຊັ່ນ: ບໍລິສັດນໍາທ່ຽວ 123 ບໍລິສັດ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ 58 ຮ້ານ, ຮ້ານນວດ – ສະປາ 41 ຮ້ານ, ພະນັກ ງານນໍາທ່ຽວລະດັບແຂວງ ຈໍານວນ 196 ຄົນ, ຍິງ 81 ຄົນ, ໂຮງ ແຮມ – ລີສອດ 116 ແຫ່ງ ແລະ ເຮືອນພັກ 435 ແຫ່ງ ສາມາດຮອງຮັບນັກທ່ອງທ່ຽວໄດ້ 11,280 ເທື່ອຄົນຕໍ່ມື້.
ສໍາລັບກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອປະກອບຄຳຄິດຄຳເຫັນ ເພື່ອແນໃສ່ປັບ ປຸງການບໍລິການດ້ານການທ່ອງທ່ຽວໂດຍ ສະເພາະແມ່ນຮ້ານອາຫານ, ສະຖານ ທີ່ທ່ອງທ່ຽວທາງທຳມະ ຊາດ, ການຄຸ້ມຄອງການຂົນສົ່ງ, ບ່ອນຈອດລົດຕູ້ນຳທ່ຽວ, ການຖີ້ມຂີ້ເຫຍື້ອຊະຊາຍ, ການສົ່ງເສີມສິນຄ້າທີ່ເປັນເອກະລັກຂອງແຂວງ, ການຂາຍເຄື່ອງໃສ່ບາດ, ປະກົດການຫຍໍ້ທໍ້ຈາກຮ້ານບັນເທິງ ແລະ ຄາລາໂອເກະ ແລະການຄຸ້ມຄອງສິ່ງປຸກສ້າງລຽບ ຕາມແຄມນໍ້າຄານ, ນໍ້າຂອງທີ່ເຫັນວ່າບໍ່ຖືກຕ້ອງ ແລະອື່ນໆ.






