ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ຫຼື BRI (Belt and Road Initiative)” ແມ່ນຍຸດທະສາດການພັດທະນາພື້ນຖານໂຄງລ່າງຂອງໂລກທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນເດືອນກັນຍາ ແລະ ຕຸລາ ປີ 2013 ໃນໂອກາດຢ້ຽມຢາມກາຊັກສະຖານ ແລະ ອິນໂດເນເຊຍ. BRI ບໍ່ພຽງແຕ່ເປັນໂຄງການກໍ່ສ້າງພື້ນຖານໂຄງລ່າງເທົ່ານັ້ນ, ຍັງເປັນການເຊື່ອມຕໍ່ດ້ານອະລິຍະທຳໃໝ່ ກໍຄື ການຟື້ນຟູເສັ້ນທາງສາຍໄໝທາງບົກຜ່ານອາຊີກາງ ແລະ ຈຸດປະກາຍເສັ້ນທາງການຄ້າທາງທະເລຈາກອາຊີຕາເວັນອອກສ່ຽງໃຕ້ໄປຫາອາຟຣິກາ, ລວມເຖິງການເຊື່ອມໂຍງພາກພື້ນອາຊີຕາເວັນອອກກັບເອີຣົບ ໂດຍຜ່ານການກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່ກັນ. BRI ໄດ້ປະສົມປະສານເຂົ້າກັບລັດຖະທໍາມະນູນຂອງ ສປ ຈີນ ໃນປີ 2018 ແລະ ໄດ້ຮັບການຍົກລະດັບໃຫ້ເປັນອົງປະກອບຕົ້ນຕໍຂອງຍຸດທະສາດການພັດທະນາແຫ່ງຊາດຈີນ.
ຕະຫຼອດໄລຍະ 12 ປີ ຜ່ານມາ, ທ່າມກາງສະພາບທີ່ໂລກມີການປ່ຽນແປງຍ້ອນເກີດພະຍາດລະບາດ, ຄວາມຂັດແຍ້ງດ້ານພູມສາດການເມືອງ ແລະອື່ນໆ, ແຕ່ BRI ໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມຂໍ້ລິເລີ່ມນີ້. ມາຮອດຕົ້ນປີ 2025, ມີຫຼາຍກວ່າ 150 ປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ມີປະຊາກອນລວມກັນເກືອບ 70% ຂອງພົນລະເມືອງທົ່ວໂລກ ແລະ ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງລວມຍອດຜະລິດຕະພັນພາຍໃນ (GDP) ໂລກ ໄດ້ເຂົ້າຮ່ວມ BRI. ສິ່ງນີ້ບໍ່ແມ່ນແຜນການເພື່ອຜົນປະໂຫຍດຮ່ວມກັນອີກຕໍ່ໄປ, ຫາກຍັງເປັນຄວາມຄິດລິເລີ່ມດ້ານພື້ນຖານໂຄງລ່າງທັນສະໄໝໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ກະຊວງການຄ້າຈີນ ລາຍງານໃຫ້ຮູ້ວ່າ: ມູນຄ່າສັນຍາການລົງທຶນ ແລະ ສັນຍາການກໍ່ສ້າງ BRI ສະສົມຂອງບັນດາປະເທດທີ່ເຂົ້າຮ່ວມໂຄງການບັນລຸເກີນ 1,000 ຕື້ໂດລາ. ໂຄງການສຳຄັນຫຼາຍແຫ່ງໄດ້ຮັບທຶນຊ່ວຍເຫຼືອ, ການສະໜັບສະໜູນດ້ານວິຊາການ ຫຼື ການປະສານງານພາຍໃຕ້ຂອບ BRI, ເຖິງວ່າມີບາງໂຄງການອາໄສແຫຼ່ງຊັບພະຍາກອນທ້ອງຖິ່ນ ຫຼື ຫຼາຍຝ່າຍ ກໍຕາມ, ຕົວຢ່າງ: ເສັ້ນທາງລົດໄຟລາວ-ຈີນ ທີ່ເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວາ ປີ 2021 ເປັນໂຄງການທີ່ນອນຢູ່ພາຍໃຕ້ຂອບ BRI. ເສັ້ນທາງລົດໄຟດັ່ງກ່າວ ມີຄວາມຍາວ 1.035 ກິໂລແມັດ ໄດ້ປ່ຽນໂສມໜ້າໃໝ່ຂອງປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນສູນກາງການຂົນສົ່ງຂອງພາກພື້ນ, ເຮັດໃຫ້ເວລາເດີນທາງຈາກນະຄອນຫຼວງວຽງຈັນຂອງລາວ ຫາ ນະຄອນຄຸນໝິງຂອງຈີນ ຫຼຸດລົງເຄິ່ງໜຶ່ງ, ຈາກ 20 ຊົ່ວໂມງ ເຫຼືອພຽງ 10 ຊົ່ວໂມງ, ທັງຊ່ວຍສົ່ງເສີມໃຫ້ການຄ້າລະຫວ່າງລາວ-ຈີນ ເພີ່ມຂຶ້ນເກືອບ 20% ພາຍໃນໄລຍະ 2 ປີ. ເຊັ່ນດຽວກັນກັບທ່າເຮືອພີເລຍສ (Piraeus) ໃນປະເທດເກຣັກ ທີ່ບໍລິສັດ COSCO Shipping ຂອງຈີນ ໄດ້ເຂົ້າໄປຊື້ ແລະ ຂະຫຍາຍກິດຈະການພາຍໃຕ້ຂໍ້ຕົກລົງ BRI ໄດ້ກາຍເປັນທ່າເຮືອຂົນສົ່ງສິນຄ້າໃຫຍ່ອັນດັບ 4 ຂອງເອີຣົບ, ບໍລິການຕູ້ສິນຄ້າຫຼາຍກວ່າ 5 ລ້ານຕູ້ຕໍ່ປີ ແລະ ມີປະລິມານການບໍລິການເພີ່ມຂຶ້ນເຖິງ 3 ເທົ່າ ນັບແຕ່ປີ 2016.

ຢູ່ທະວີບອາຟຣິກາ, ເສັ້ນທາງລົດໄຟມອມບາຊາ-ໄນໂຣບີ (Mombasa-Nairobi) ທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານນະໂຍບາຍຂອງຈີນ ຊຶ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມື BRI ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 2 ລ້ານຄົນ ແລະ ຂົນສົ່ງສິນຄ້າໄດ້ຫຼາຍກວ່າ 6 ລ້ານໂຕນຕໍ່ປີ, ຊ່ວຍຫຼຸດຕົ້ນທຶນການຂົນສົ່ງລົງເຖິງ 40%. ເສັ້ນທາງລົດໄຟດັ່ງກ່າວກຳລັງຈະຂະຫຍາຍໄປສູ່ປະເທດອູກັນດາ, ຣະວັນດາ ແລະ ຊູດັງໃຕ້ ຊຶ່ງຈະຊ່ວຍປະສົມປະສານເສດຖະກິດຕາເວັນອອກຂອງອາຟຣິກາເຂົ້າໃນເຄືອຂ່າຍທາງລົດໄຟແບບກວມລວມ. ຢູ່ອິນໂດເນເຊຍ, ເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ທີ່ກໍ່ສ້າງໂດຍບໍລິສັດຮ່ວມທຶນ PT Kereta Cepat Indonesia-China (KCIC) ດ້ວຍການສະໜັບສະໜູນດ້ານວິສະວະກຳ ແລະ ດ້ານການເງິນຕົ້ນຕໍຈາກຈີນ ໄດ້ເປີດນໍາໃຊ້ ເປັນທາງລົດໄຟຄວາມໄວສູງແຫ່ງທຳອິດໃນອາຊີຕາເວັນອອກສຽງໃຕ້ ໄດ້ຊ່ວຍຫຼຸດເວລາການເດີນທາງຈາກ 3 ຊົ່ວ ໂມງເຫຼືອພຽງ 40 ນາທີ ແລະ ນຳເອົາທັກສະດ້ານເຕັກໂນໂລຊີລົດໄຟຄວາມໄວສູງທີ່ສຳຄັນມາສູ່ພາກພື້ນ. ຂະນະດຽວກັນ, ຢູ່ໃຈກາງເອີຣົບ, ເສັ້ນທາງລົດໄຟຮົງກາຣີ-ແຊກບີ ໄດ້ເຊື່ອມຕໍ່ແຫຼມບານການ (Balkan) ເຂົ້າກັບເຄືອຂ່າຍທາງລົດໄຟເຂດຢູຣາເຊຍໂດຍກົງ ຈະຊ່ວຍຫຼຸດເວລາການເດີນທາງຈາກເມືອງເບວເກຣດໄປຫານະຄອນບູດາແປສ ຈາກ 8 ຊົ່ວໂມງເຫຼືອພຽງ 3 ຊົ່ວໂມງເຄິ່ງ ພາຍຫຼັງເປີດນໍາໃຊ້ໃນປີ 2026 ຊຶ່ງໄດ້ຮັບທຶນ ແລະ ອອກແບບດ້ານວິສະວະກຳເຕັມຮູບແບບພາຍໃຕ້ຂໍ້ຕົກລົງຂອງ BRI.
ດ້ານໂຄງສ້າງເຫຼັກ ແລະ ເບຕົງ, BRI ໄດ້ກາຍເປັນແຮງຊຸກຍູ້ການປ່ຽນແປງໄປສູ່ພະລັງງານສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ. ຢູ່ປາກິດສະຖານ, ສວນພະລັງງານແສງຕາເວັນ Quaid-e-Azam ທີ່ເປັນໂຮງໄຟຟ້າພະລັງງານແສງຕາເວັນໃຫຍ່ທີ່ສຸດຂອງປະເທດ, ມີກໍາລັງຕິດຕັ້ງ 400 ເມກາວັດ ແລະ ກຳລັງຂະຫຍາຍໄປສູ່ 500 ເມກາວັດ ໄດ້ສະໜອງພະລັງງານໃຫ້ແກ່ຫຼາຍແສນຄົວເຮືອນ, ໄປພ້ອມໆກັບການຂັບເຄື່ອນການນໍາໃຊ້ພະລັງງານສະອາດພາຍໃຕ້ໂຄງການແລວເສດຖະ ກິດ ຈີນ-ປາກິດສະຖານ ຊຶ່ງເປັນໂຄງການຕົວແບບຂອງ BRI.

ຢູ່ປະເທດເຄນຢາ, ໂຮງໄຟຟ້າພະລັງງານແສງຕາເວັນ Garissa (50 ເມກາວັດ) ໄດ້ຮັບການສະໜັບສະໜູນຈາກຈີນ ແລະ ແຫຼ່ງພະລັງງານທົດແທນອື່ນໆ ທີ່ສອດຄ່ອງກັບ BRI. ປັດຈຸບັນດຳເນີນງານພາຍໃຕ້ມາດຕະຖານດ້ານສິ່ງແວດລ້ອມທີ່ທັນສະໄໝ. ພາຍໃນປີ 2026, ນັກວິເຄາະຄາດວ່າສ່ວນແບ່ງດ້ານການລົງທຶນຂອງ BRI ຈະເພີ່ມຂຶ້ນເພື່ອສະໜັບສະໜູນພະລັງງານທົດແທນ, ລະບົບຂົນສົ່ງທີ່ປ່ອຍກາກບອນຕໍ່າ ແລະ ໂຄງການອຸດສາຫະກຳທີ່ເປັນມິດກັບສິ່ງແວດລ້ອມ ແມ່ນສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຈີນໃນການພັດທະນາແບບຍືນຍົງພາຍໃຕ້ນະໂຍບາຍ BRI.
ໂຄງການຕ່າງໆ ທີ່ດຳເນີນມາແລ້ວ ເຊັ່ນ: ທາງລົດໄຟ, ທ່າເຮືອ, ເຄືອຂ່າຍໄຟຟ້າ ແລະ ເສັ້ນທາງດີຈີຕອນ ກໍາລັງວາງພື້ນຖານສໍາລັບເສດຖະກິດໂລກແບບປະສົມປະສານ ຫຼື ບູລະນາການຫຼາຍຂຶ້ນ. ໃນໂອກາດທີ່ BRI ເຂົ້າສູ່ປີທີ 13, ຈຸດສຸມໄດ້ປ່ຽນຂະໜາດໄປສູ່ເນື້ອໃນ. ສິ່ງທີ່ຈະເກີດຂຶ້ນໃນທົດສະວັດຕໍ່ໜ້າອາດຈະບໍ່ແມ່ນເລື່ອງເລົ່າກ່ຽວກັບອິດທິພົນຂອງຈີນ, ແຕ່ຈະເປັນການລວມຕົວເຂົ້າກັນຂອງຕະຫຼາດ, ຕ່ອງໂສ້ການສະໜອງ ແລະ ລະບົບພະລັງງານທີ່ເຊື່ອມຕໍ່ກັນ. ຈາກເສັ້ນທາງລົດໄຟ ແລະ ທ່າເຮືອ ໄປສູ່ເຄືອຂ່າຍໄຟຟ້າ ແລະ ເສັ້ນທາງດີຈີຕອນ, ໂຄງການ BRI ໄດ້ປ່ຽນແປງພູມສາດການເຊື່ອມຕໍ່ທົ່ວໂລກ ໂດຍການສ້າງໂອກາດທີ່ຈັບຕ້ອງໄດ້ສຳລັບການຄ້າ, ການລົງທຶນ ແລະ ການເຕີບໂຕດ້ານເສດຖະກິດຂ້າມທະວີບ. ເມື່ອແຜນດັ່ງກ່າວດຳເນີນຕໍ່ໄປ, ຜົນສໍາເລັດເຫຼົ່ານີ້ຈະສືບຕໍ່ພັດທະນາເປັນເຄື່ອງຈັກຂອງການປະສານງານໃນພາກພື້ນ ແລະ ການຮ່ວມມືທົ່ວໂລກ, ຊ່ວຍໃຫ້ປະເທດຄູ່ຮ່ວມງານປົດລ໋ອກຂັ້ນຕອນການພັດທະນາໃໝ່ໄປພ້ອມໆກັບການເສີມສ້າງພື້ນຖານຂອງຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ມາຮອດເດືອນຕຸລາ 2025, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ຫຼື BRI” ຄົບຮອບ 12 ປີ, ທົ່ວໂລກ ຕ່າງຍອມຮັບວ່າ BRI ໄດ້ນໍາເອົາຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍມາໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ. ສໍາຫຼັບປະເທດລາວ ທີ່ໃຫ້ການສະໜັບສະໜູນ BRI ມາແຕ່ຫົວທີ ແລະ ໄດ້ເຂົ້າຮ່ວມໂຄງການນີ້ຢ່າງຕັ້ງໜ້າ. ປັດຈຸບັນ, ຫຼາຍໂຄງການພາຍໃຕ້ BRI ພວມໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຢູ່ລາວ, ໃນນີ້ ພົ້ນເດັ່ນທີ່ສຸດ ແລະ ຖືກເວົ້າເຖິງທີ່ສຸດ
ແມ່ນເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນສັນຍະລັກແຫ່ງການຮ່ວມມືລາວ-ຈີນ ເພາະນອກຈາກຊ່ວຍໃຫ້ປະເທດລາວ ບັນລຸຍຸດທະສາດການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນແລ້ວ, ຍັງເພີ່ມພະລັງແຮງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄື ບັນດາປະເທດອ້ອມຂ້າງ ແລະ ພາກພື້ນຕື່ມອີກ.
ໂດຍ: BT, ວສລ


