ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

12 ວຽກຈຸດສຸມທີ່ຂະແໜງທ່ອງທ່ຽວ ສຸມໃສ່ຈັດຕັ້ງປະຕິບັດໃນປີ 2025

Feb 6, 2025

ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດກິດຈະ ກຳປີທ່ອງທ່ຽວລາວ 2024, ໃນວັນທີ 5 ກຸມພາ 2025, ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ຂະແໜງທ່ອງທ່ຽວຂອງລາວໄດ້ຮັບການພັດທະນານັບມື້ດີຂຶ້ນ ແລະ ສືບຕໍ່ເປັນຂະແໜງເສດຖະກິດປາຍແຫລມທີ່ສໍາຄັນຂອງຊາດຕະຫລອດໄປ. ໃນປີ 2025 ນີ້ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພວມສຸມໃສ່ປັບປຸງຫລາຍວຽກງານສໍາຄັນໃຫ້ດີຂຶ້ນກວ່າເກົ່າ, ໃນນັ້ນ ລວມມີ:
1) ສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບູລິມະສິດ ແລະ ສິ່ງອໍາ ນວຍຄວາມສະດວກດ້ານການທ່ອງ ທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ;
2) ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫຼາກຫຼາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ;
3) ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ.
4) ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ;
5) ສືບຕໍ່ໂຄສະນາການທ່ອງທ່ຽວ ຜ່ານສື່ຕ່າງໆ ຮັບປະກັນຂໍ້ມູນຂ່າວສານການທ່ອງທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ;
6) ສືບຕໍ່ປະສານສົມທົບກັບພາກທຸລະກິດ ເພື່ອຈັດກິດຈະກໍາ ສ້າງຈິດສຳນຶກໃນວຽກງານການທ່ອງທ່ຽວ ແລະ ການສ້າງກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບງານເທດສະການ ແລະ ງານບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025;
7) ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງປີ 2024 ແລະ ນິຕິກໍາໃຕ້ກົດໜາຍໃຫ້ເລິກເຊິ່ງ
😎 ແລະກວ້າງຂວາງ ໃນຂອບເຂດທົ່ວປະເທດ;
9) ປະສານສົມທົບລະຫວ່າງສູນກາງ-ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາຫົວໜວ່ຍທຸລະກິດໃນຂະແໜງການທ່ອງທ່ຽວ;
10) ຄົ້ນຄວ້າສ້າງແຜນໄລຍະຍາວ ໃນການສື່ສານ, ການປະສານງານ ແລະ ຮັບມືກັບວິກິດການຕ່າງໆ ໃນຂະແໜງ ການທ່ອງທ່ຽວ;
11) ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນໃນການນໍາໃຊ້ລະບົບອອກອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວຜ່ານລະບົບທັນສະໄໝ ໃຫ້ເພື່ອໃຫ້ການຄຸ້ມຄອງທຸລະກິດການທ່ອງທ່ຽວມີຄວາມເປັນເອກະພາບທົ່ວປະເທດ;
12) ສືບຕໍ່ຊຸກຍູ້ບັນດາສະມາຄົມໃນຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຢ່າງມີປະສິດທິພາບ.
May be an image of 1 person and dais