15 ບ້ານທີ່ປະສົບໄພນໍ້າຖ້ວມຢູ່ເມືອງນາແລ ໄດ້ຮັບເຄື່ອງຊ່ວຍ ເຫລືອຈາກອົງການແຄຣ໌ ນານາຊາດປະຈໍາ ລາວ

ອົງການແຄຣ໌ (Care) ນານາຊາດປະຈໍາ ສປປ ລາວ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານເປົ້າໝາຍທີ່ຖຶກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2024 ຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງນາແລ ແຂວງຫລວງນໍ້າທາ ໂດຍມີ ທ່ານ ນາງ ພູວຽງ ທັນແສງສຸວັນ ຕ່າງໜ້າອົງການແຄຣ໌ນານາຊາດປະຈໍາ ສປປ ລາວ, ທ່ານ ບຸນແພງ ໄຊສົງຄາມ ຫົວໜ້າກອງບັນ ຊາການທະຫານເມືອງ, ແລະ ປະຊາຊົນບ້ານເປົ້າໝາຍເຂົ້າຮ່ວມ.
ບ້ານເປົ້າໝາຍ ແລະ ຄອບຄົວທີ່ຖືກຜົນກະທົບມີ 15 ບ້ານຄື: ບ້ານທົ່ງຖອນ, ນໍ້າແຫງ, ພູວຽງ, ເລົາ, ນາແລ້ງ, ອ້ອມ, ຜາວີ, ຫາດເຕາະ, ພູລາ, ສາງອາກ, ສະໂຫຼຍ, ຫາດນາແລ້ງ, ຄອນຈັນ, ວັງມີໄຊ ແລະ ບ້ານນາແລ້ງ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ ເຄື່ອງໃຊ້ຄົວເຮືອນທີ່ຈໍາເປັນ ແລະ ອາຫານແຫ້ງ ຊຶ່ງແມ່ນ ອົງການແພດທີ່ບໍ່ມີພົມແດນ ປະເທດສະວິດ ເປັນຜູ້ໃຫ້ທືນຊ່ວຍເຫຼືອ ຈໍານວນ 56,050 ໂດລາ.
ຂ່າວ: ພອນທິບ ພິລາວັນ




