ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ທັນວາ ເປັນວັນແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດ

Dec 2, 2024

ວັນຊາດທີ 2 ທັນວາ ແມ່ນວັນມະຫາໄຊອັນເຕັມໄປດ້ວຍຄວາມພາກພູມໃຈ ຂອງຄົນລາວ ແມ່ນໝາກຜົນແຫ່ງກຳລັງແຮງສັງລວມຂອງຊາດ, ໃນ 49 ປີຜ່ານມາ ປະຊາຊົນໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ ຫວງແຫນຄວາມເປັນເອກະລາດບໍ່ຍອມຈຳນົນຕໍ່ສັດຕູ, ການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຂອງທຸກໆປີ ຖືເປັນວັນບຸນໃຫຍ່ຂອງປວງຊົນລາວທຸກທົ່ວໜ້າທີ່ໄດ້ຈົດຈໍາ ລະນຶກເຖິງບຸນຄຸນອັນລໍ້າຄ່າຂອງບັນດາຜູ້ນໍາຮຸ່ນກໍ່ຕັ້ງ ແລະ ຮຸ່ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງດ້ວຍຄວາມເສຍສະຫລະເພື່ອປະເທດຊາດ ເພື່ອການປະຕິວັດ ຈຶ່ງໄດ້ນໍາເອົາວັນນີ້ມາໃຫ້ຊາດ ມາໃຫ້ປະຊາຊົນ, ປະຊາຊົນລາວທຸກທົ່ວໜ້າຈຶ່ງຢູ່ດີມີສຸກຢູ່ໃນຜືນແຜ່ນດິນແຫ່ງນີ້.
ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນຂອງແຂວງວ່າ: ເນື່ອງໃນໂອກາດວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າສຸດທີ່ດີອົກດີໃຈເພາະວ່າ ວັນຊາດທີ 2 ທັນວາ ເປັນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ສໍາລັບແຂວງເຊກອງ ໄດ້ສ້າງຜົນງານ ແລະ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ດ້ວຍຄວາມເອົາໃຈໃສ່ ເປັນຕົ້ນແມ່ນໄດ້ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕິດພັນກັບການປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຊຶ່ງແຂວງເຊກອງໄດ້ອອກຂໍ້ຕົກລົງ ວ່າດ້ວຍແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ ເພື່ອໂຄສະນາປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄືປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ອັນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ຫລາຍຂະແໜງການປະຕິບັດໄດ້ລື່ນແຜນທີ່ວາງໄວ້. ເຖິງວ່າໄລຍະນີ້, ແຂວງເຊກອງ ກໍຄືປະເທດຊາດພວກເຮົາ ຈະພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້ ແລະ ອື່ນໆ ແຕ່ພວກເຮົາກໍໄດ້ປຸກລະດົມນໍ້າໃຈ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນໃນທົ່ວແຂວງໃຫ້ພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ ແລະ ເພື່ອພ້ອມກັນພັດທະນາປະເທດຊາດ ກໍຄືແຂວງເຊກອງໃຫ້ນັບມື້ຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ຂ້າພະເຈົ້າຕາງໜ້າໃນຄະນະພັກ-ອົງການປົກຄອງແຂວງ ແລະ ປະຊາຊົນແຂວງເຊກອງ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດ ຈົ່ງພະລານາໄມສົມບູນ, ມີຄວາມສຸກ, ມີຄວາມຈະເລີນໃນໜ້າທີ່ການງານ ແລະ ສືບຕໍ່ນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວຂຶ້ນ.
ຂ່າວ-ພາບ: ສັນຍາ
May be an image of 1 person and text