ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ບ້ານຂອງເມືອງຫ້ວຍຊາຍ ໄດ້ຮັບການປະກາດຮັບຮອງເປັນບ້ານພັດທະນາ

Jan 27, 2025

ວັນທີ 24 ມັງກອນນີ້, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ-ຮັບ ຮອງບ້ານນ້ຳທຸງ ແລະ ບ້ານ ດອນໃຈ ກຸ່ມບ້ານທ່າຟ້າ ເປັນຄອບຄົວ ແລະ ບ້ານພັດ ທະນາຢູ່ບ້ານນໍ້າທຸງ. ມີ ທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ບໍ່ແກ້ວ, ທ່ານ ຄຳເກິ່ງ ຜິວວັນນາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫ້ວຍຊາຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ປະ ຊາຊົນບັນດາເຜົ່າສອງບ້ານເຂົ້າຮ່ວມ.
ໃນພິທີ, ທ່ານ ຈອມແປງ ວົງນາທີ ເລຂາພັກນາຍບ້ານ ດອນໃຈ ຕາງໜ້າທັງ 2 ບ້ານ ຂຶ້ນລາຍງານການຊຸກຍູ້ການສ້າງຄອບຄົວ ແລະ ບ້ານພັດທະນາໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ໃຫ້ຮູ້ວ່າ: ບ້ານ ນໍ້າງທຸງ ແລະ ບ້່ານ ດອນໃຈ ກຸ່ມທ່າຟ້າ ແມ່ນຂຶ້ນກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລວມມີ 289 ຄົວເຮືອນ, ມີ 343 ຄອບຄົວ, ມີພົນລະເມືອງທັງໝົດ 1,476 ຄົນ, ຍິງ 639 ຄົນ, ປະກອບມີ 3 ຊົນເຜົ່າຄື: ເຜົ່າລະເມດ, ເຜົ່າລື້ ແລະ ເຜົ່າມົ້ງ, ອາຊີບຕົ້ນຕໍ ແມ່ນການຜະລິດກະສິ ກຳ (ປູກຝັງ-ລ້ຽງສັດ), ເຮັດນາ, ພະນັກງານລັດ-ເອກະຊົນ, ເຮັດການບໍລິການ ແລະ ຄ້າຂາຍຈຳນວນໜຶ່ງ, ຄະນະພັກອົງການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ບັນດາມະຕິ, ຄຳສັ່ງ, ແຈ້ງການຕ່າງໆຂອງພັກ-ລັດ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງເປັນປົກກະຕິ ຕິດພັນກັບການປັບປຸງລະບົບການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງແກ້ໄຂ, ສະພາບເສດຖະ ກິດ-ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ສະເລ່ຍລາຍຮັບບັນລຸໄດ້ 1.600 ໂດລາ/ຄົນ/ປີ ແລະ ຜ່ານການປະເມີນຕາມ 11 ມາດຖານການສ້າງຄອບຄົວພັດທະນາ, 19 ມາດຖານການສ້າງບ້ານພັດທະນາ ສາມາດເມີນຜົນສະເລ່ຍໄດ້ 86,7% ຂອງມາດຖານເງື່ອນໄຂ.
ພ້ອມນັ້ນ, ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ສາມາດຮັບ ຮອງເປັນບ້ານແບບຢ່າງດ້ານສາທາລະນະສຸກ, ຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ, ບ້ານປະຕິບັດກົດໝາຍ, ບ້ານວັດທະນະທຳເປັນຕົ້ນ ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຫ້ວຍຊາຍ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວພັດທະ ນາ ຈຳນວນ 244 ຄົວເຮືອນ.