ວັນທີ 30 ພຶດສະພາ 2025,ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ຮ່ວມກັບ ຄະນະພັກ - ອົງການປົກຄອງນະຄອນປາກເຊ ແລະ ຫ້ອງການ ຖວທ ນະຄອນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ເພື່ອອະນຸລັກຮັກສາສິ່ງແວດລ້ອມ ແລະ ປູກຕົ້ນໄມ້ໃຫ້ເປັນພື້ນທີ່ສີຂຽວ ປະກອບສ່ວນໃນການສ້າງນະຄອນປາກ ແຂວງຈໍາປາສັກ ໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ.
ກິດຈະກໍາປູກຕົ້ນໄມ້ຄັ້ງນີ້ ຈັດຂຶ້ນຢູ່ບໍລິເວນເດີ່ນສວນສາທາລະນະແຄມຂອງ ໂດຍການເຂົ້າຮ່ວມຂອງ ສຸພາບ ທໍາມະຮັກສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ທ້ອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກ ຖທວ ແຂວງ, ທ່ານ ເກດສະໜາ ຄໍາມິ່ງສະຫວັດ ຮອງເຈົ້ານະຄອນປາກເຊ, ທ່ານ ບັນຫາ ເທບທອງວັນ ຫົວໜ້າຫ້ອງການ ຖວທ ນະຄອນ. ມີຄະນະພັກ - ຄະນະນໍານະຄອນພ້ອມດ້ວຍຄະນະພັກ - ຄະນະນໍາ, ສະມາຊິກພັກ ແລະ ພະນັກງານຂະແໜງການກ່ຽວຂ້ອງຂອງນະຄອນປາກເຊ, ຂະແໜງທ່ອງທ່ຽວແຂວງ, ຄະນະພັກ - ອົງການປົກຄອງບ້ານພາຍໃນນະຄອນປາກເຊ ເຂົ້າຮ່ວມ. ໄມ້ທີ່ນໍາມາປູກຄັ້ງນີ້ ມີເບ້ຍຕົ້ນ ແລະ ເບ້ຍຕົ້ນຄູນ. ພ້ອມນີ້, ຍັງໄດ້ຮ່ວມກັນ ອະນາໄມລວມຢູ່ຈຸດ 3 ແຍກທະນາຄານກາງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.
ທ່ານ ເກດສະໜາ ຄໍາມິ່ງສະຫວັດ ຮອງເຈົ້ານະຄອນປາກເຊກ່າວວ່າ: ຈຸດປະສົງໃນການຈັດກິດຈະກໍາປູກຕົ້ນໄມ້ ແລະ ອະນາໄມ ຄັ້ງນີ້ ກໍເພື່ອເປັນການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດສວຍງາມ ເພື່ອສ້າງນະຄອນໃຫ້ກາຍເປັນເມືອງທ່ອງທ່ຽວສະອາດອາຊຽນ ສະໄໝທີ 2 ປີ 2026 ທັງເປັນການສ້າງຜົນງານ, ສ້າງຂະບວນການ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂ່າວ-ພາບ: ທູນທອງໃຈ






