ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ສະຖິຕິ ຄັ້ງທຳອິດໃນການຄ້າຕ່າງປະເທດຂອງຈີນ ໄດ້ສົ່ງສັນຍານຫຍັງແດ່?

Oct 17, 2024

2 ສະຖິຕິ ຄັ້ງທຳອິດໃນການຄ້າຕ່າງປະເທດຂອງຈີນ ໄດ້ສົ່ງສັນຍານຫຍັງແດ່?
ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງບໍ່ດົນມານີ້, ຈີນ ໄດ້ປະກາດຂໍ້ມູນຫລ້າສຸດກ່ຽວກັບການຄ້າ ຕ່າງ ປະເທດຂອງຈີນ ໂດຍສະແດງໃຫ້ເຫັນວ່າ ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບບາຍໄດ້ ມີເຖິງ 32.330 ຕື້ຢວນ, ເພີ່ມຂຶ້ນ5,3% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີ 2023, ໃນນັ້ນການສົ່ງອອກເພີ່ມຂຶ້ນ 6,2%, ການນຳເຂົ້າເພີ່ມຂຶ້ນ 4,1%. ຫາງສຽງສາກົນ ຊີ້ອອກວ່າ ພາຍໃຕ້ສະພາບ ການທີ່ເສດຖະກິດໂລກ ພວມຟື້ນໂຕ ແລະ ການປົກປ້ອງການຄ້າໃນທົ່ວໂລກເພີ່ມຄວາມ ຮຸນແຮງຂຶ້ນ, ການຄ້າຕ່າງປະເທດຂອງຈີນ ຍັງໄດ້ບັນລຸການເຕີບໂຕສູງ ກວ່າການຄາດຄະເນຈັ່ງແມ່ນເປັນຜົນງານທີ່ຍາດມາໄດ້ບໍ່ແມ່ນງ່າຍ.
ຜົນງານດັ່ງກ່າວໄດ້ມາຈາກໃສ? ເມື່ອເບິ່ງຈາກພາຍໃນແລ້ວເຫັນວ່າ ແມ່ນໄດ້ຮັບຜົນປະໂຫຍດຈາກຕ່ອງໂສ້ການສະໜອງຂອງອຸດສາຫະກຳການຜະລິດທີ່ຄົບວົງຈອນ, ສະມັດຖະພາບເສດຖະກິດຂະໜາດໃຫຍ່ ແລະ ຄວາມກ້າວໜ້າຢ່າງວ່ອງໄວຂອງເຕັກໂນໂລຊີ, ຜະລິດຕະພັນຂອງຈີນ ມີກຳລັງແຂ່ງຂັນທີ່ແຂງ ແຮງ, ເຊິ່ງໄດ້ສະໜອງພື້ນຖານ ແລະ ສິ່ງຮັບປະກັນໃຫ້ແກ່ການບຸກເບີກຕະຫລາດສາກົນຢ່າງບໍ່ຢຸດຢັ້ງ. ນອກນີ້, ເສດຖະກິດຈີນ ມີພື້ນຖານທີ່ດີ, ມີຕະຫລາດອັນກວ້າງຂວາງມີຄວາມ ໝັ້ນໜຽວຫລາຍ ແລະ ມີກຳລັງບົ່ມຊ້ອນອັນໃຫຍ່ຫລວງ, ບວກກັບ ນະໂຍ ບາຍທີ່ມີຢູ່ແລ້ວ ແລະ ມາດຕະການໃໝ່ທີ່ບັງເກີດຜົນຢ່າງຕໍ່ເນື່ອງ, ປັດໄຈທີ່ຕັ້ງໜ້າໃນການພັດທະນາການຄ້າຕ່າງປະເທດຂອງຈີນ ພວມສະສົມເພີ່ມຂຶ້ນ.
ເມື່ອສັງເກດຈາກພາຍນອກແລ້ວເຫັນວ່າ ຄວາມຕ້ອງການຂອງ ພາຍນອກພວມຟື້ນຟູຄືນໃໝ່ໃນໄລຍະຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂ ເອື້ອອຳນວຍໃຫ້ແກ່ການສົ່ງອອກຂອງຈີນ. ຫລາຍມື້ຜ່ານມາ, ໃນບົດລາຍ ງານຂອງອົງການການຄ້າໂລກ ໄດ້ປັບຂຶ້ນຕົວເລກຄາດຄະເນຕໍ່ຈັງຫວະ ເພີ່ມຂຶ້ນຂອງປະລິມານການຄ້າ ສິນຄ້າປະເພດຈັບບາຍໄດ້ ໃນຕະຫລອດປີ, ທະນາຄານໂລກ ອົງການຮ່ວມມືເສດຖະກິດ ແລະ ອົງການຈັດຕັ້ງອື່ນໆ ຕ່າງກໍເຫັນວ່າເສດຖະກິດໂລກພວມຟື້ນຟູຄວາມໝັ້ນທ່ຽງ. ພາຍໃຕ້ ສະພາບນີ້, ໃນ 3 ໄຕມາດຂອງປີນີ້, ການສົ່ງອອກຂອງຈີນ ຕໍ່ຕະຫລາດ ດັ້ງເດີມ ເຊິ່ງລວມທັງເອີຣົບ ອາເມຣິກາ ຍີ່ປຸ່ນ ແລະອື່ນໆໄດ້ເພີ່ມຂຶ້ນ 4,2%, ການສົ່ງອອກຕໍ່ຕະຫລາດຈະເລີນໃໝ່ ເຊັ່ນ: ອາຊຽນ ແລະ ອາເມຣິກາລາຕິນ ເປັນຕົ້ນຕ່າງກໍເພີ່ມຂຶ້ນ 12,3% ແລະ 13,7% ຕາມລຳດັບ.