ໃນຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ກຳລັງປ່ຽນແປງຢ່າງວ່ອງໄວ ການສື່ສານ ແລະ ການແລກປ່ຽນຂ່າວສານລະຫວ່າງປະເທດ ນັບມື້ນັບມີບົດບາດສໍາຄັນໃນການສ້າງຄວາມເຂົ້າໃຈ, ເສີມຂະຫຍາຍຄວາມໄວ້ວາງໃຈ ແລະ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະເທດ. ສື່ມວນຊົນບໍ່ໄດ້ມີໜ້າທີ່ພຽງແຕ່ລາຍງານຂ່າວສານ ຫຼື ເຜີຍແຜ່ເຫດການທີ່ເກີດຂຶ້ນເທົ່ານັ້ນ, ຍັງເປັນຂົວເຊື່ອມຕໍ່ຄວາມຄິດ, ວັດທະນະທຳ ແລະ ຄວາມສໍາພັນຂອງປະຊາຊົນອີກດ້ວຍ. ສໍາລັບລາວ ແລະ ຈີນ ທີ່ມີສາຍພົວພັນມິດຕະພາບອັນຍາວນານ, ການຮ່ວມມືດ້ານສື່ມວນຊົນຈຶ່ງເປັນອົງປະກອບໜຶ່ງທີ່ຊ່ວຍສ້າງພື້ນຖານຄວາມເຂົ້າໃຈລະຫວ່າງສອງປະເທດໃຫ້ນັບມື້ເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂຶ້ນ.
ສະຖານີວິທະຍຸ FM93 MHz ທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ແມ່ນໜຶ່ງໃນຕົວຢ່າງທີ່ສະທ້ອນໃຫ້ເຫັນເຖິງບົດບາດຂອງສື່ມວນຊົນໃນການເຊື່ອມສານມິດ ຕະພາບ ແລະ ສົ່ງເສີມການຮ່ວມມືລາວ-ຈີນ. ສະຖານີວິທະຍຸດັ່ງກ່າວ ເລີ່ມອອກອາກາດຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ ວັນທີ 19 ພະຈິກ 2006, ໄດ້ກາຍເປັນສື່ມວນຊົນອີກໜຶ່ງຊ່ອງທາງທີ່ມີສ່ວນຮ່ວມສ້າງສາຍພົວພັນປະຊາຊົນຕໍ່ປະຊາຊົນ ແລະ ສົ່ງຕໍ່ຂ່າວສານລະຫວ່າງລາວກັບຈີນມາເປັນເວລາ 20 ປີ.
ອີງຕາມຂໍ້ມູນຈາກກອງປະຊມສົນທະນາການຮ່ວມືພັດທະນາສື່ມວນຊົນ ລາວ-ຈີນ ສະເຫຼີມສະຫຼອງວັນສ້າງຕັ້ງສະຖານີວິທະຍຸ FM93 MHz ຄົບຮອບ 20 ປີ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 19 ພະຈິກ 2026 ໃຫ້ຮູ້ວ່າ: ຕະຫຼອດ 20 ປີຜ່ານມາ ການພັດທະນາຂອງ FM93 MHz ໄດ້ສະແດງໃຫ້ເຫັນເຖິງການປັບຕົວຂອງສື່ມວນຊົນຈາກຮູບແບບການກະຈາຍສຽງແບບດັ້ງເດີມໄປສູ່ສື່ມວນຊົນຫຼາຍແພລດຟອມທີ່ທັນສະໄໝ. ໃນໄລຍະເລີ່ມຕົ້ນ ລາຍການຕ່າງໆ ຂອງສະຖານີສ່ວນໃຫຍ່ຜະລິດຢູ່ນະຄອນຫຼວງປັກກິ່ງ ແລະ ສົ່ງສັນຍານມາຍັງລາວ. ພາຍຫຼັງການສ້າງຕັ້ງຫ້ອງການ CMG ປະຈຳລາວໃນປີ 2011 ໄດ້ປ່ຽນມາຜະລິດ ແລະ ອອກອາກາດລາຍການພາສາລາວເຕັມຮູບແບບ ພ້ອມທັງໃຫ້ທີມງານປະຈຳຢູ່ລາວ ເປັນກຳລັງຫຼັກໃນການຜະລິດເນື້ອຫາ.
ການປ່ຽນແປງດັ່ງກ່າວມີຄວາມໝາຍຫຼາຍກວ່າການຂະຫຍາຍບຸກຄະລາກອນ ຫຼື ປັບປຸງລະບົບການອອກອາກາດ ເພາະເປັນການຫັນຈາກການນຳເອົາຂ່າວສານຈາກຈີນມາແປເປັນພາສາລາວ ໄປສູ່ການຜະລິດເນື້ອຫາທີ່ສອດຄ່ອງກັບສະພາບການ ແລະ ຄວາມສົນໃຈຂອງປະຊາຊົນລາວ. ນອກຈາກການນຳສະເໜີຂ່າວສານ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຈີນແລ້ວ FM93 MHz ຍັງໄດ້ລົງພື້ນທີ່ລາຍງານຂ່າວເຫດການສໍາຄັນຕ່າງໆ ໃນລາວ ທັງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຕົວຢ່າງທີ່ເຫັນໄດ້ຈາກການລາຍງານຂ່າວກ່ຽວກັບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການອະນຸລັກ ແລະ ສືບທອດສິລະປະຫັດຖະກຳລາວ, ການກູ້ໄພຈາກເຫດເຂື່ອນແຕກຢູ່ແຂວງອັດຕະປື, ລວມທັງບັນຍາກາດງານມະຫາກຳກິລາແຫ່ງຊາດ. ການລາຍງານຈາກພື້ນທີ່ຕົວຈິງຊ່ວຍໃຫ້ຜູ້ຟັງໄດ້ເຫັນພາບຂອງສັງຄົມລາວໃນຫຼາຍມິຕິ ແລະ ຂະນະດຽວກັນກໍຊ່ວຍເຜີຍແຜ່ການພັດທະນາ ຂອງລາວໄປສູ່ຜູ້ຟັງ ແລະ ຜູ້ຊົມຊາວຈີນ ແລະ ສາກົນ. ນີ້ຈຶ່ງເປັນການສື່ສານສອງທິດທາງທີ່ບໍ່ພຽງແຕ່ໃຫ້ຄົນລາວຮູ້ຈັກຈີນຫຼາຍຂຶ້ນ ແຕ່ຍັງໃຫ້ຄົນຈີນເຂົ້າໃຈລາວເລິກເຊິ່ງຂຶ້ນອີກດ້ວຍ.
ໃນຍຸກແຫ່ງດິຈິຕອນ, ພຶດຕິກຳການຮັບຂ່າວສານຂອງປະຊາຊົນໄດ້ປ່ຽນແປງໄປຢ່າງຫຼວງຫຼາຍ. ການກະຈາຍສຽງຜ່ານວິທະຍຸພຽງຊ່ອງທາງດຽວ ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຮັບຂ່າວສານໃນທຸກກຸ່ມຄົນໄດ້ອີກຕໍ່ໄປ. FM93 MHz ຈຶ່ງໄດ້ຂະຫຍາຍຊ່ອງທາງການເຜີຍແຜ່ຂອງຕົນ ຈາກວິທະຍຸໄປສູ່ເວັບໄຊພາສາລາວ, Facebook ແລະ TikTok ພ້ອມທັງພັດທະນາການຜະລິດເນື້ອຫາໃນຮູບແບບສື່ປະສົມທີ່ສາມາດເຂົ້າເຖິງຜູ້ຮັບຂ່າວສານໄດ້ຫຼາຍກຸ່ມ ແລະ ຫຼາຍພື້ນທີ່. ເຊິ່ງຊ່ວຍໃຫ້ປະຊາຊົນສາມາດຮັບຮູ້ຂ່າວສານໄດ້ຢ່າງທັນເຫດການ ແລະ ເຂົ້າໃຈການຮ່ວມມືສອງປະເທດໄດ້ຮອບດ້ານຂຶ້ນ.
ອີກໜຶ່ງບົດບາດທີ່ສໍາຄັນຂອງ FM93 MHz ແມ່ນການສ້າງ ແລະ ຂະຫຍາຍເຄືອຂ່າຍຮ່ວມມືກັບສື່ມວນຊົນລາວ. ຕະຫຼອດ 20 ປີຜ່ານມາ ສະຖານີໄດ້ຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດລາວ, ໜັງສືພິມປະຊາຊົນ, ຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ ແລະ ສື່ ອື່ນໆ ໃນຫຼາຍຮູບແບບ. ການຮ່ວມມືດັ່ງກ່າວຄອບຄຸມທັງການຜະລິດລາຍການສໍາພາດ, ການພາກສຽງພາສາລາວໃຫ້ແກ່ຮູບເງົາ ແລະ ລະຄອນໂທລະພາບຈີນ, ການຊຸດຝຶກອົບຮົມຂຽນບົດວິເຄາະຂ່າວ ລວມທັງການແລກປ່ຽນບຸກຄະລາກອນ ແລະ ປະສົບການດ້ານວິຊາຊີບ.
ນອກນີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ສົ່ງຊ່ຽວຊານຫຼາຍກວ່າ 10 ທ່ານ ໄປຊ່ວຍວຽກຢູ່ພະແນກພາສາລາວຂອງ CMG ທີ່ນະຄອນຫຼວງປັກກິ່ງຂອງຈີນ, ພ້ອມນີ້ ຍັງສື່ມວນຊົນລາວຫຼາຍກວ່າ 100 ເທື່ອຄົນ ໄດ້ມີໂອກາດໄປທັດສະນະສຶກສາ, ຝຶກອົບຮົມ ແລະ ຮ່ວມຖ່າຍທຳ ລາຍການຢູ່ຈີນ. ຜົນງານເຫຼົ່ານີ້ສະທ້ອນວ່າ ການຮ່ວມມືດ້ານສື່ມວນຊົນບໍ່ໄດ້ຈຳກັດຢູ່ພຽງການແລກປ່ຽນຂ່າວສານ ຫຼື ການເຜີຍແຜ່ລາຍການຂອງອີກຝ່າຍໜຶ່ງເທົ່ານັ້ນ,ຍັງ ລວມເຖິງການສ້າງຄົນ, ພັດທະນາທັກສະວິຊາຊີບ ແລະ ເສີມສ້າງຄວາມສາມາດຂອງສື່ມວນຊົນທັງສອງຝ່າຍ.
ບົດບາດຂອງ FM93 MHz ຍັງຂະຫຍາຍໄປສູ່ຂະແໜງວັດທະນະທຳ, ການສຶກສາ, ສິ ລະປະ ແລະ ກິດຈະກຳຂອງຊາວໜຸ່ມ. ຜ່ານການຮ່ວມມືກັບກົມຮູບເງົາ ແລະ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງລາວ ໄດ້ຈັດງານເທສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ ເພື່ອເປີດໂອກາດໃຫ້ປະຊາຊົນໄດ້ຮັບຊົມຜົນງານຮູບເງົາຂອງອີກປະເທດໜຶ່ງ ແລະ ຮຽນຮູ້ວັດທະນະທຳ, ວິຖີຊີວິດ ແລະ ຄຸນຄ່າທາງສັງຄົມທີ່ແຕກຕ່າງກັນ. ພ້ອມກັນນັ້ນ ການຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໃນການຈັດການແຂ່ງຂັນການເວົ້າສໍາລັບຊາວໜຸ່ມ ແລະ ການຄັດເລືອກຊາວໜຸ່ມຕົວແບບ ກໍເປັນການສ້າງເວທີໃຫ້ຊາວໜຸ່ມລາວໄດ້ສະແດງຄວາມສາມາດ, ຄວາມຄິດ ແລະ ຄວາມຝັນຂອງຕົນ.

ນອກນີ້, ການຮ່ວມກັບສະມາຄົມນັກປະພັນລາວ ເພື່ອນຳພານັກປະພັນ, ນັກແຕ້ມ ແລະ ນັກຖ່າຍຮູບຈຳນວນ 30 ທ່ານ ເດີນທາງສໍາຜັດຊີວິດ ແລະ ຄວາມປະທັບໃຈຕາມເສັ້ນທາງລົດໄຟລາວ-ຈີນ ຈົນເກີດເປັນປຶ້ມ “ເສັ້ນທາງປະສານໃຈ” ກໍເປັນອີກໜຶ່ງຜົນງານທີ່ສະທ້ອນການນໍາໃຊ້ສິລະປະ ແລະ ວັນນະກຳເປັນສື່ກາງໃນການເຊື່ອມສານຈິດໃຈຂອງປະຊາຊົນສອງປະເທດ.
ຄຽງຄູ່ກັນນີ້ ການສ້າງເວທີໃຫ້ນັກດົນຕີລາວ-ຈີນຮ່ວມກັນປະພັນເພງ ເຊັ່ນ: ເພງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ “ຂີ່ລົດໄຟໄປທ່ຽວເມືອງລາວ ແລະ ຂີ່ລົດໄຟໄປທ່ຽວເມືອງຈີນ” ກໍຊ່ວຍໃຫ້ມິດຕະພາບລາວ-ຈີນຖືກຖ່າຍທອດຜ່ານສຽງເພງ ແລະ ສິລະປະທີ່ເຂົ້າເຖິງຜູ້ຄົນໄດ້ງ່າຍ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ສື່ມວນຊົນສາມາດກ້າວຂ້າມບົດບາດການລາຍງານຂ່າວສານໄປສູ່ການເປັນຜູ້ສ້າງສັນກິດຈະກຳທາງວັດທະນະທຳ ແລະ ເປັນຜູ້ຊ່ວຍເຊື່ອມຄວາມສໍາພັນຂອງຄົນສອງຊາດຢ່າງເປັນຮູບປະທຳ.
ໃນໂອກາດມີຄຳເຫັນຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖານີວິທະຍຸ FM93 MHz ຄົບຮອບ 20 ປີ ໃນຄັ້ງນີ້ ທ່ານ ວັນສີ ກົວມົວ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕີລາຄາສູງຕໍ່ການປະກອບສ່ວນ FM93 MHz ທີ່ໄດ້ໂຄສະນາເຜີຍແຜ່ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືລາວ-ຈີນ ຕະຫຼອດໄລຍະ 20 ປີ ຜ່ານມາ, ພ້ອມທັງສະເໜີບາງທັດສະນະ ແລະ ຂໍ້ແນະນຳກ່ຽວກັບການຮ່ວມມື ແລະ ການພັດທະນາສື່ມວນຊົນ ລາວ-ຈີນ ໃນຕໍ່ໜ້າ ເຊັ່ນ: ການຮ່ວມກັນສຳພາດ, ຜະລິດ ແລະ ອອກອາກາດ. ສຸມໃສ່ບັນດາຫົວຂໍ້ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ການແລກປ່ຽນການແປ ແລະ ອອກອາກາດລາຍການເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ຝຶກອົບຮົມບຸກຄະລາກອນ ແລະ ອື່ນໆ.
ໄລຍະຜ່ານມາ, ສະຖານີວິທະຍຸ FM93 MHz ໄດ້ປະກອບສ່ວນສໍາຄັນໃນການໂຄສະນາເຜີຍແຜ່ຂ່າວສານເພື່ອຊຸກຍູ້ການພົວພັນລາວ-ຈີນໄດ້ດີມາໂດຍຕະຫຼອດ. ດັ່ງນັ້ນ, ການຄົບຮອບ 20 ປີຂອງສະຖານີດັ່ງກ່າວ ຈຶ່ງບໍ່ແມ່ນພຽງການຫວນຄືນເຖິງເສັ້ນທາງການພັດທະນາຂອງສະຖານີວິທະຍຸແຫ່ງໜຶ່ງເທົ່ານັ້ນ, ຍັງເປັນການສະທ້ອນເຖິງການພັດທະນາການຮ່ວມມືສື່ມວນຊົນລາວ-ຈີນ ຕະຫຼອດສອງທົດສະວັດ. ຈາກສຽງວິທະຍຸທີ່ເລີ່ມດັງກ້ອງຢູ່ວຽງຈັນ ສູ່ການເປັນເຄືອຂ່າຍສື່ປະສົມປະສານທີ່ເຊື່ອມໂຍງຜູ້ຄົນຜ່ານຫຼາຍແພລດຟອມ FM93 MHz ໄດ້ມີສ່ວນສ້າງພື້ນແຫ່ງການສື່ສານ, ຂະຫຍາຍຄວາມເຂົ້າໃຈ ແລະ ເສີມສ້າງມິດຕະພາບລະຫວ່າງປະຊາຊົນ ລາວ-ຈີນ ໄດ້ເປັນຢ່າງດີ.


