ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2025 ມີໂຄງການລົງທຶນຂອງລັດ ຜ່ານການຮັບຮອງ 746 ໂຄງການ ມູນຄ່າ 20.957 ຕື້ກີບ

Dec 27, 2024

2025 ມີໂຄງການລົງທຶນຂອງລັດ ຜ່ານການຮັບຮອງ 746 ໂຄງການ ມູນຄ່າ 20.957 ຕື້ກີບ
ໃນກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2024 ໄດ້ໄຂຂຶ້ນ ໃນວັນທີ 26 ທັນວາ 2024 ທີ່ຫໍປະຊຸມແຫ່ງຊາດ. ໂດຍເປັນປະທານຂອງ ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາທ່ານ ຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກແຜນການ ແລະ ການລົງທຶນ ທົ່ວປະເທດ ພ້ອມດວ້ຍພະນັກງານຫຼັກແຫຼ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ລາຍງານຜົນການລົງຈັດຕັ້ງປະຕິບັດວຽກງານແຜນການລົງທຶນຂອງລັດ ບາງຕອນກ່າວ ວ່າ: ຽກງານແຜນການລົງທຶນຂອງລັດ ແມ່ນສໍາເລັດການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2023; ໄດ້ສໍາເລັດຄຳແນະນຳກ່ຽວກັບການສ້າງແຜນພັດທະນາເສດຖະກິດ -ສັງຄົມ ແຫ່ງຊາດ ແລະ ແຜນການລົງທຶນປະຈຳປີ 2025 ສະບັບເລກທີ 2034/ກຜທ, ລົງວັນທີ 20 ສິງຫາ 2024; ສໍາເລັດການປັບປຸງບາງມາດຕາ ຂອງກົດໝາຍລົງທຶນລັດ ເຊິ່ງໄດ້ຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດຊຸດທີ IX , ໄດ້ແຈ້ງເພດານການລົງທຶນຂອງລັດ ບ້ວງ 2.900 ຕື້ກີບ ແລະ ບ້ວງ 2.100 ຕື້ກີບ ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ສໍາເລັດຂະບວນການຄົ້ນຄວ້າແຜນການ ແລະ ຈັດຕັ້ງປະຕີບັດແຜນແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບ ແບບອວ່າຍໜີ້ກັບທະນາຄານ ບ້ວງ 8.000 ຕື້ກີບ. ສໍາເລັດການປັບປຸງມາດຕາ 18 ຂອງກົດໝາຍລົງທຶນລັດ ເຊິ່ງໄດ້ ຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ IX ຊື່ງການປັບປຸງມາດຕາດັ່ງກ່າວ ໄດ້ເພີ້ມງົບ ປະມານການລົງທຶນຂອງລັດໃຫ້ທ້ອງຖິ່ນຈາກຂອບເຂດສິດອະນຸມັດໂຄງການມູນຄ່າ 20 ຕື້ກີບ ເພີ້ມມາເປັນ 50 ຕື້ກີບ.ໄດ້ສົມທົບກັບຂະແໜງທີ່ກ່ຽວຂ້ອງຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການສ້າງແຜນພັດທະນາເຂດແຄວ້ນ ເພື່ອຮັບໃຊ້ເຂົ້າໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030); ໄດ້ກະກຽມເນື້ອໃນ ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກຳນົດຫົວຂໍ້ຍຸດທະສາດ ເພື່ອສັງ ລວມເຂົ້າແຜນກອງປະຊຸມສຸດຍອດວ່າດ້ວຍຊັບສິນມະນຸດຄັ້ງທີ II.
ສ່ວນວຽກງານປະເມີນຜົນ ແມ່ນສຳເລັດການຄົ້ນຄວ້າປະເມີນໂຄງການລົງທຶນຂອງລັດ ເພື່ອເປັນບ່ອນອີງທີ່ສຳຄັນ ສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ເຊິ່ງໄດ້ຈັດກອງປະຊຸມຮັບຮອງຜົນການປະເມີນໂຄງການລົງທຶນຂອງລັດຂັ້ນກະຊວງ ຈຳນວນ 16 ຄັ້ງ, ມີໂຄງການຜ່ານການຮັບຮອງ ແລະ ອອກໃບຢັ້ງຢືນທັງໝົດ ຈໍານວນ 746 ໂຄງການ, ມູນຄ່າລວມທີ່ສົ່ງມາປະເມີນເບື້ອງຕົ້ນ 20.957 ຕື້ກີບ ແລະ ມູນຄ່າລວມຫຼັງການປະເມີນຍັງເຫຼືອ 20.657 ຕື້ກີບ ສາມາດຕັດຮອນ ແລະ ຊ່ວຍປະຢັດງົບປະມານຂອງລັດ ໄດ້ 176 ຕື້ກີບ; ສໍາເລັດການລົງປະເມີນໂຄງການກຳລັງຈັດຕັ້ງປະຕິບັດ, ໂຄງການສໍາເລັດ 100% ກ່ອນການມອບຮັບ ໃນຂອບເຂດທົວປະເທດ ໄດ້ 31 ໂຄງການ; ພ້ອມກັນນັ້ນ, ກໍໄດ້ອອກ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຍກງານປະເມີນຜົນໂຄງການລົງທຶນຂອງລັດ ສະບັບເລກທີ 606/ກຜທ, ລົງວັນທີ 7 ມີນາ 2024.
ທີ່ມາ: ເສດຖະກິດ-ການຄ້າ