ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2025 ລາວໂທລະຄົມມະນາຄົມ ປະຕິບັດພັນທະ ໄດ້ທັງໝົດຈຳນວນ 586.16 ຕື້ກີບ

Feb 20, 2026

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2026 ຢູ່ທີ່່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, (ລລທ)ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2025 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ T-Plus ແລະ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ເຂົ້າຮ່ວມ
May be an image of dais and text that says 'ANIERS EAIERSIRT TRY ลาอ โทละถิม LAO TELECOM T WE ARE พอภเร็าถิถอน พอกเร็'
ໃນພິທີດັ່ງກ່າວ ທ່ານ ອາລຸນນະເດດ ບານຈິດ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2025 ແລະ ທິດທາງແຜນການໃນປີ 2026 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງ ລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 17.78 ລ້ານໂດລາສະຫະລັດ; ປັດຈຸບັນ ລລທ ມີ​​ສະຖານີ​ມື​ຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະເທດ ແລະ ນອກຈາກນັ້ນຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ.
May be an image of one or more people, dais and text
ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໄຈຫຼັກທີ່ຊຸກຍູ້ໃຫ້ກຸ່ມບໍລິສັດ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າ​ໃຊ້​ບໍລິການຕົວຈິງ MBB ແລະ FBB ຈໍານວນ 3.1 ລ້ານກ່ວາເລກໝາຍ; ໃນປີ 2025 ຜ່ານມາກຸ່ມບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 2,489.35 ຕື້ກີບ (ບໍ່ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 586.16 ຕື້ກີບ, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງຂອງພັກ-ລັດ, ສັງຄົມ, ການສຶກສາ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ລວມມູນຄ່າທັງໝົດ 6.62 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະ ໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນໜຶ່ງໃນມູນຄ່າ 11.5 ຕື້ກີບ.
 May be an image of one or more people and text
ແຜນການປີ 2026 ນີ້, ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່,ຈະສ້າງລາຍຮັບເພີ່ມຂື້ນໃຫ້ໄດ້ຫຼາຍກວ່າ 2,600 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນຫຼາຍກວ່າ 590 ຕື້ກີບ; ນອກຈາກນັ້ນຈະໄດ້ສືບຕໍ່ລົງທຶນຫຼາຍລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband, Fixed Broadband ແລະ Digital Platform ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ບໍລິການ​ສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life. ຕາມຄຳຂັວນ ລາວໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ “We are Family”.