ນັບຕັ້ງແຕ່ທົ່ງໄຫຫີນຈໍານວນ 11 ແຫ່ລງໄດ້ຖືກຮັບຮອງເປັນມໍລະດົກໂລກໃນປີ 2019 ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມີຄວາມສົນໃຈຢາກໄປສຳພັດ ແລະ ຮຽນຮູ້ປະຫວັດສາດຂອງໄຫຫີນ ໂດຍຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວຊົມຢູ່ແຂວງຊຽງຂວາງຈາກ 80.000 ເທື່ອຄົນໃນປີ 2022 ມາເປັນ 130.000 ເທື່ອຄົນໃນປີ 2023 ສະເພາະຕົວເລກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ຽວທົ່ງໄຫຫີນ 1,2,3 ມີຈໍານວນ 76.978 ເທື່ອຄົນ.
ແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບກວມເອົາເນື້ອທີ່ຂະໜາດໃຫຍ່ ຊຶ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັງຢາຍກັນຢູ່ ຊຶ່ງໜ່ວຍໄຫຫີນມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆນັ້ນ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫຼັກ ທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫຼົ່ານັ້ນ ຊຶ່ງມີອາຍຸລະຫວ່າງ 2.500-3000 ປີ. ບັນດາໄຫທີ່ຖືກຄວັດແກະສະຫຼັກຂຶ້ນມາຈາກໂງ່ນຫີນຂະໜາດໃຫຍ່ ພ້ອມດ້ວຍອົງປະກອບຕ່າງໆທີ່ກ່ຽວຂ້ອງທາງບູຮານວິທະຍາ ໄດ້ເປັນຫຼັກຖານຢັ້ງຢືນເຖິງອາລິຍະທຳແຫ່ງຍຸກເຫຼັກ ທີ່ເກີດຂຶ້ນຢູ່ໃນເຂດພູພຽງຊຽງຂວາງ ຊຶ່ງເປັນທີ່ມາຂອງຕົ້ນກໍາເນີດແຫ່ງມໍລະດົກໄຫຫີນນີ້. ບັນດາແຫຼ່ງບູຮານເຫຼົ່ານີ້ ໄດ້ເປີດເຜີຍໃຫ້ເຫັນຮ່ອງຮອຍແຫ່ງພິທີກຳຊາປະນະກິດສົບທີ່ມີຄວາມເກົ່າແກ່ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຫຼື ຍຸກເຫຼັກ ແລະ ສືບຕໍ່ເນື່ອງມາຈົນເຖິງຍຸກສະໄໝ, ແຫຼ່ງໄຫຫີນມໍລະດົກໂລກ ປະກອບມີໄຫຫີນທັງໝົດ 1,325 ໜ່ວຍ, ພ້ອມນັ້ນຍັງມີແຜ່ນຫີນຕ່າງໆ ທີ່ຄ້າຍຄືຝາປິດໄຫ, ໂງ່ນຫີນທີ່ໃຊ້ເປັນເຄື່ອງໝາຍຂຸມສົບ ແລະ ວັດຖຸບູນຮານທີ່ກ່ຽວຂ້ອງນຳອີກ, ບັນ ດາໄຫຫີນເຫຼົ່ານີ້ ມີຄວາມແຕກຕ່າງກັນທາງດ້ານຂະໜາດ, ຮູບຮ່າງ, ຮູບແບບ, ສະຖານທີ່ຕັ້ງ ແລະ ປະເພດຂອງຫີນທີ່ນໍາໃຊ້ເຮັດໄຫ.
ທົ່ງໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງໃຫ້ເປັນມໍຣະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງມໍຣະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ.
ຂ່າວ;ພາບ: ຈັນສະໝອນ ວົງສົດ










