3 ບ້ານຂອງ 2 ເມືອງຢູ່ແຂວງຄໍາມ່ວນ ໄດ້ນໍາໃຊ້ນໍ້າປະປາຊຸມຊົນ

ພິທີມອບ-ຮັບ ແລະ ເປີດການນໍາໃຊ້ນໍ້າປະປາ ບ້ານໂນນສີລາ ເມືອງໜອງບົກ, ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 29 ມີນານີ້ ໂດຍການເຂົ້າຂອງ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄໍາມ່ວນ.
ທ່ານ ສຸທັດ ສຸມາລີ, ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຄໍາມ່ວນ ລາຍງານວ່າ: ໂຄງການກໍ່ສ້າງນໍ້າປະປາ ບ້ານໂນນສີລາ ເມືອງໜອງບົກ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ເດືອນ ກໍລະກົດ ສໍາເລັດໃນເດືອນທັນວາ 2023 ແລະ ປັດຈຸ ບັນປະຊາຊົນໃນບ້ານໂນນສີລາ ແມ່ນໄດ້ນໍາໃຊ້ແລ້ວ ໂດຍແມ່ນລັດວິສາຫະກິດນ້ຳປະປາແຂວງຄຳມ່ວນ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍງົບປະມານທັງໝົດ 5.1 ຕື້ກວ່າກີບ. ໃນນີ້, ງົບປະມານຂອງແຂວງ ຈຳນວນ 4.5 ຕື້ກີບ, ບໍລິສັດລັດວິສາຫະກິດນໍ້າປະປາແຂວງປະກອບສ່ວນໃນມູນຄ່າ 602 ລ້ານກີບ ແລະ ປະຊາຊົນພາຍໃນບ້ານປະກອບສ່ວນດ້ານເຫື່ອແຮງ.
ໂຄງການກໍ່ສ້າງດັ່ງກ່າວ ໄດ້ກວມ 3 ບ້ານ ຄື: ບ້ານປາກເປັ່ງ ເມືອງທ່າແຂກ, ບ້ານກຸດຈັບ ແລະ ບ້ານໂນນສີລາ ເມືອງໜອງບົກ ໂດຍເຊື່ອມຕໍ່ທໍ່ນໍ້າຈາກບ້ານສອງເໝືອງເໜືອທີ່ເອົານໍ້າຈາກນໍ້າປະປາເມືອງໜອງບົກ. ຫຼັງຈາກນັ້ນ, ຈິ່ງວາງທໍ່ລຽບ ຕາມແຄມທາງຫຼວງແຫ່ງຊາດ ເລກທີ 11 ໂດຍຜ່ານບ້ານກຸດຈັບ ເມືອງໜອງບົກ, ບ້ານປາກເປັ່ງ ເມືອງທ່າແຂກ. ໂຄງການນີ້ ປະກອບມີ 3 ໜ້າວຽກຫຼັກຄື: ວາງລະບົບສາຍທໍ່ນໍ້າໄລຍະ 12,500 ແມັດ, ອ່າງເກັບນໍ້າ ຂະໜາດ 50 ແມັດກ້ອນ, ອ່າງເກັບນໍ້າສູງຂະໜາດ 30 ແມັດກ້ອນ. ສໍາລັບໂຄງການກໍ່ສ້າງນໍ້າປະປາບ້ານໂນນສີລານີ້ ສາ ມາດສະໜອງນໍ້າໄດ້ 917 ຄອບຄົວ.
ຂ່າວ: ມະນີວັນ



