ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ບໍລິສັດ ອຸປະຖຳການສ້າງຫໍຫລັກເມືອງ ແລະ ປະຕູໂຂງເຂົ້າເທສະບານແຂວງຊຽງຂວາງ

Dec 20, 2024

3 ບໍລິສັດ ອຸປະຖຳການສ້າງຫໍຫລັກເມືອງ ແລະ ປະຕູໂຂງເຂົ້າເທສະບານແຂວງຊຽງຂວາງ 600 ລ້ານກີບ ໃນນີ້, ບໍລິສັດເອທີໂອໂຕມາຍນິງ 200 ລ້ານກີບ, ບໍລິສັດອຸດສາຫະກຳແຮ່ມາດ ຄົບວົງຈອນ ຈຳກັດ 200 ລ້ານກີບ ແລະ ບໍລິສັດ ກິ່ງແກ້ວອຸດົມ ມາຍນິງ 200 ລ້ານກີບ.
ພິທີ-ມອບຮັບເງິນອຸປະຖຳດັ່ງກ່າວຈັດຂຶ້ນໃນວັນທີ 19 ທັນວາ 2024 ທີ່ຫ້ອງວ່າການແຂວງຊຽງຂວາງ ຕາງໜ້າມອບໂດຍທ່ານ ຄຳສາຍ ພິລາວົງ ປະທານບໍລິສັດເອທີໂອໂຕມາຍນິງ, ຕາງໜ້າຈາກບໍລິສັດອຸດສາຫະກຳແຮ່ມາດ ຄົບວົງຈອນ ຈຳກັດ, ບໍລິສັດ ກິ່ງແກ້ວອຸດົມມາຍນິງ ແລະ ຕາງໜ້າຮັບໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ.
ໂອກາດນີ້, ທ່ານເຈົ້າແຂວງໆຊຽງຂວາງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການອຸປະຖຳໃນຄັ້ງນີ້ ເປັນການປະກອບສ່ວນອັນໃຫຍ່ຫລວງແກ່ແຂວງຊຽງຂວາງ, ຊາວຊຽງຂວາງຂໍຈົດຈຳບຸນຄຸນ ແລະ ຂໍໃຫ້ຊ່ວຍປຸກລະດົມຂົນຂວາຍຜູ້ທີ່ມີຈິດໃຈເຫລື້ອມໃສສັດທາ ເພື່ອອຸປະຖຳກໍ່ສ້າງຫໍຫລັກເມືອງ ແລະ ປະຕູໂຂງ 3 ແຫ່ງ ທີ່ຢູ່ 3 ເສັ້ນທາງເຂົ້າຫາເທສະບານຕົວເມືອງໂພນສະຫວັນ ເພື່ອໂຄງການດັ່ງກ່າວສຳເລັດຕາມລະດັບຄາດໝາຍ.
ຂ່າວ: ບຸນມີ ແສງທຸມມີ