ໃນຕອນບ່າຍ, ວັນທີ 20 ທັນວາ 2024, ທີ່ ແຂວງອຸດົມໄຊ, ໃນໂອກາດເດີນທາງເຂົ້າຮ່ວມ ພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລື ເພື່ອລະດົມແນວຄວາມຄິດເຂົ້າໃນການຈັດຕັ້ງປະຕິ ບັດ ໂຄງການເວທີນັກການທູດໜຸ່ມ, 3 ອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງກະຊວງການຕ່າງປະເທດ) ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນສາມັນ ກິນນອນຊົນເຜົ່າແຂວງອຸດົມໄຊ ນໍາພາໂດຍ ທ່ານ ສົມບູນ ສີຫານາດ, ກໍາມະການ ຄະນະບໍລິ ຫານງານພັກ ກະຊວງການຕ່າງປະເທດ, ເລຂາໜ່ວຍພັກກົມເສດຖະກິດ, ຫົວ ໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຄະນະກົມ, ຜູ້ຕາງໜ້າຈາກຄະນະບໍລິຫານງານ ກໍາມະບານ, ຊາວ ໜຸ່ມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ພະ ນັກງານກົມເສດຖະກິດ ເຂົ້າຮ່ວມປະມານ 30 ຄົນ.
ໃຫ້ກຽດຕ້ອນຮັບຄະນະ ໃນຄັ້ງນີ້ໂດຍ ທ່ານ ຄໍາສະຫວ່າງ ຈັນທອງພິລຸນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ໄຊຊະຫວ່າງ ແກ້ວບູນຫວນ, ຮອງຫົວໜ້າພະແນກການຕ່າງປະເທດ ແລະ ທ່ານ ບຸນຜົງ ຈັນທະລາວົງ, ຜູ້ອໍານວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງ ອຸດົມໄຊ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ທີ່ກໍາລັງສຶກສາຮໍ່າຮຽນ ທີ່ໂຮງຮຽນດັ່ງກ່າວ.
ການມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ເພື່ອເປັນກໍາລັງຈິດກໍາ ລັງໃຈ ແລະ ປະກອບສ່ວນຊ່ວຍ ເຫລືອບັນດາຄູ-ອາຈານ ແລະ ລູກຫລານນັກຮຽນ ທີ່ໂຮງຮຽນມັດທະຍົມສາມັນກິນນອນຊົນ ເຜົ່າແຂວງອຸດົມໄຊ ໃຫ້ສາມາດສືບຕໍ່ຈັດຕັ້ງການສິດສອນ-ຮໍ່າ ຮຽນໄດ້ຢ່າງມີຄຸນະພາບດີຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ກໍ່ເປັນ ການສ້າງຂະບວນການ ເພື່ອສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ-ລັດ ໂດຍສະເພາະວັນການທູດຂອງ ສປປ ລາວ ຄົບ ຮອບ 79 ປີ (12 ຕຸລາ 1945), ວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ (02 ທັນວາ 1975) ແລະ ເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫ່ຍ 3 ຂັ້ນ ຂອງ ອົງ ຄະນະພັກກະຊວງການຕ່າງປະເທດ ທີ່ກໍາລັງດໍາເນີນໄປ ຢ່າງເປັນຂະບວນຟົດຟື້ນ.
ເຄື່ອງທີ່ນໍາມາຊ່ວຍເຫລືອໃນຄັ້ງນີ້ ປະກອບດ້ວຍເຄື່ອງອຸປະ ໂພກ-ບໍລິໂພກ ແລະ ເຄື່ອງນຸ່ງຮົ່ມ ຈໍານວນໜຶ່ງ ທີ່ 3 ອົງການຈັດ ຕັ້ງມະຫາຊົນກະຊວງການຕ່າງປະເທດ (ກໍາມະບານ, ຊາວໜຸ່ມ ແລະ ແມ່ຍິງ) ຮ່ວມກັບບັນດາສໍານັກງານສະຖານທູດ ແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທທີ່ສາມາດຂົນຂວາຍຂໍການຊ່ວຍເຫລືອຈາກ ອົງ ການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດຕ່າງໆ ໄດ້ຊ່ວຍເຫລືອໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ໂຮງຮຽນມັດທະຍົມສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ແມ່ນສະຖາບັນການສຶກສາຮໍ່າຮຽນໜຶ່ງ ທີ່ປະກອບ ສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄືລູກຫຼານທີ່ເປັນອານາ ຄົດຂອງຊາດ ທີ່ມາຈາກບັນດາຊົນເຜົ່າຕ່າງໆ ພາຍໃນແຂວງອຸ ດົມໄຊ ແລະ ແຂວງໃກ້ຄຽງທາງພາກເໜືອຂອງ ສປປ ລາວ. ໃນສົກປີ 2024-2025: ແມ່ນມີນັກຮຽນ ທີ່ກໍາລັງສຶກສາຮໍ່າຮຽນທີ່ໂຮງຮຽນດັ່ງກ່າວ ຈໍານວນທັງໝົດ 559 ຄົນ, ຍິງ 249 ຄົນ, ເປັນນັກຮຽນ ໃນແຜນ 482 ຄົນ, ຍິງ 200 ຄົນ ແລະ ເປັນນັກ ຮຽນນອກແຜນ ຈໍານວນ 77 ຄົນ, ຍິງ 49 ຄົນ ທີ່ມາຈາກ 11 ຊົນເຜົ່າ ແລະ 4 ໝວດພາສາ.





