ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ ລົງມອບເຄື່ອງຊ່ວຍເຫຼືອບ້ານທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

Apr 2, 2026

ວັນທີ 1 ເມສາ 2026, 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ນຳໂດຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ໃຫ້ກໍາລັງໃຈ ແລະ ມອບເຄື່ອງບໍລິໂພກ ຈໍານວນໜຶ່ງ ລວມມູນຄ່າ 30 ລ້ານກີບ ໃຫ້ບ້ານທີ່ຖືກຜົນກະທົບຈາກເຫດການພາຍຸລະດູຮ້ອນພັດຜ່ານ (ພາຍຸໝາກເຫັບ) ເຮັດໃຫ້ຫຼາຍຄອບຄົວ ຢູ່ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະທີ່ຢູ່ອາໄສຂອງປະຊາຊົນ ແລະ ພະນັກງານ-ນັກຮົບ ໂດຍສະເພາະເຮືອນຊານ ແລະ ຊັບສິນ ໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍ. ທັງນີ້ ເພື່ອເປັນການຊຸກຍູ້, ຊ່ວຍເຫຼືອ ແລະ ໃຫ້ກໍາລັງໃຈ ຕໍ່ຄອບຄົວປະຊາຊົນ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດນີ້, ຜູ້ຕາງໜ້າຄອບທີ່ຖືກຜົນກະທົບ ໄດ້ກ່າວຄຳຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການລົງມາຢ້ຽມຢາມ ແລະ ໃຫ້ກຳລັງໃຈຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ.


ພັນເອກ ນາງ ປາ ວົງສະແຫວງ ກ່າວວ່າ: ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນກອງທັບ ໄດ້ພ້ອມກັນຈັດຕັ້ງຄະນະມາຢ້ຽມຢາມ ຊຸກຍູ້ ໃຫ້ກໍາລັງໃຈ ບັນດາຄອບຄົວພະນັກງານ-ນັກຮົບ ແລະ ປະຊາຊົນທີ່ຖືກຜົນກະທົບຈາກພາຍຸໝາກເຫັບໃນຄັ້ງນີ້, ຕໍ່ຜົນກະທົບດັ່ງກ່າວ 3 ອົງການຈັດຕັ້ງມະຫາຊົນກອງທັບສຸດທີ່ມີຄວາມເສຍໃຈ ແລະ ເປັນຫ່ວງເປັນໃຍ, ຈຶ່ງໄດ້ພ້ອມກັນປຸກລະດົມຮີບໂຮມວັດຖຸ ປັດໃຈຈໍານວນໜຶ່ງ ມາໃຫ້ກໍາລັງໃຈ ແລະ ແບ່ງເບົາບັນເທົາທຸກໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ເຖິງວ່າຈໍານວນບໍ່ຫຼວງຫຼາຍ ມູນຄ່າຈະບໍ່ສູງ ແຕ່ທັງໜົດນີ້ ແມ່ນນໍ້າໃຈ ແມ່ນຄວາມຮັກແພງ ແລະ ຄວາມຫ່ວງໃຍຈາກ 3 ອົງການຈັດຕັ້ງມະຫາຊົນກອງທັບ, ພວກເຮົາຈະຍືນຄຽງຂ້າງປະຊາຊົນ ກໍຄືບັນດາຄອບຄົວທີ່ຖືກຜົນກະທົບໃນຄັ້ງນີ້.