ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ ອົງການປົກຄອງແຂວງບໍລິຄໍາໄຊ

Feb 28, 2025

ໃນວັນທີ 27 ກຸມພາ 2025 ນີ້ ຢູ່ຫ້ອງຮັບຮອງຂອງແຂວງບໍລິຄໍາໄຊ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ ພາຍໃນກະຊວງການຕ່າງປະເທດ ໄດ້ນໍາເອົາເຄື່ອງນຸ່ງ ຈໍານວນ 20 ແກັດ, ເຂົ້າສານຈ້າວ ຈໍານວນ 1 ໂຕນ ແລະ ເຄື່ອງແທກລວງສູງ ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ທີ່ກະຊວງການຕ່າງປະເທດ ລະດົມໄດ້ຈາກພະນັກງານຫຼັກແຫຼ່ງພາຍໃນກະຊວງ ແລະ ບັນດາພາກສ່ວນຕ່າງໆໃນສັງຄົມ ນໍາມາມອບໃຫ້ກັບອົງການປົກຄອງແຂວງ ເພຶ່ອໃຫ້ອົງການປົກຄອງແຂວງ ສືບຕໍ່ນໍາເອົາເຄື່ອງຈໍານວນດັ່ງກ່າວໄປມອບຕໍ່ໃຫ້ກັບ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ທຸກຍາກ ພາຍໃນແຂວງ ໂດຍສະເພາະພໍ່ແມ່ປະຊາຊົນ ຜູ້ທີ່ທຸກຍາກຂາດເຂີນ ຢູ່ເຂດຊົນນະບົດ ຫ່າງໄກຊອກຫຼີກພາຍໃນແຂວງ ບໍລິຄໍາໄຊ, ຕ່າງໜ້າກ່າວຮັບເຄື່ອງດັ່ງກ່າວໂດຍທ່ານ ສົມໃຈ ຄຸນພະໄຊ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ ໂດຍມີທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ເມຍການນໍາຂອງແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ຄຳຟອງ