ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ເດືອນຄົ້ນປີນີ້ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36%

May 8, 2024

ອີງຕາມການລາຍງານຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 3 ເດືອນຕົ້ນປີນີ້ ຫຼື ໄຕມາດທໍາອິດຂອງ ປີ 2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2023.
ຕົວເລກເປີດເຜີຍວ່າ ໃນໄລຍະດັ່ງກ່າວ ມີນັກທ່ອງທ່ຽວມາจาກໄທ 347.595 ຄົນ, ຫວຽດນາມ 264.710 ຄົນ, ຈີນ 242.404 ຄົນ, ສ.ເກົາຫຼີ 105.642 ຄົນ, ອາເມຣິກາ 25.455 ຄົນ, ຝຣັ່ງ 20.339 ຄົນ, ອັງກິດ 14.2718 ຄົນ. ຣັດເຊຍ 11.805 ຄົນ ແລະ 9.523 ຄົນ ແມ່ນມາຈາກເຢຍລະມັນ.
ເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງ ກ່າວກັບວຽງຈັນທາຍວ່າ ນັກທ່ອງທ່ຽວ ເພີ່ມຂຶ້ນ ຍ້ອນວ່າທາງການລາວ ໄດ້ເປີດຂະບວນການຢ້ຽມຢາມ ລາວ ປີ 2024 ແລະ ມີນັກທ່ອງທ່ຽວ ໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຫຼາຍຂຶ້ນ. ໂດຍເສັ້ນທາງລົດໄຟເປັນທ່າແຮງສໍາຄັນ ໂດຍຜ່ານແຂວງຫຼວງພະບາງ ແລະ ອຸດົມໄຊ ຊຶ່ງມີຫຼາຍສະຖານທີ່ ທີ່ມີຈຸດເດັ່ນທາງທຳມະຊາດອັນອຸດົມສົມບູນໃຫ້ນັກທ່ອງທ່ຽວສົນໃຈ.
ພາຍໃຕ້ ປີທ່ອງທ່ຽວລາວ 2024, ອົງການທ່ອງທ່ຽວ ແລະ ຜູ້ປະກອບການໄດ້ປັບປຸງການບໍລິການຢູ່ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ແລະ ໄດ້ເພີ່ມຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕື່ມອີກ ເພື່ອໃຫ້ຜູ້ມາທ່ຽວຊົມໄດ້ຮັບປະສົບການທີ່ດີ ແລະ ໜ້າສົນໃຈ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.
Cr: ວຽງຈັນທາຍ