ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ແຂວງ ສືບຕໍ່ຮ່ວມມືຮັກສາຄວາມສະຫງົບເຂດຊາຍແດນ

Sep 13, 2024

ກອງປະຊຸມພົບປະ ລະຫວ່າງ ກອງບັນຊາການທະຫານຊາຍແດນແຂວງກອນຕູມ ສສ ຫວຽດນາມ ແລະ ກອງບັນຊາ ການ ປກສ ແຂວງອັດຕະປື, ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ເພື່ອຕີລາຄາ ການຜັນຂະຫຍາຍບົດບັນທຶກຮ່ວມມື ກ່ຽວກັບວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ຢູ່ຂອບເຂດຊາຍແດນຫວຽດນາມ – ລາວ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງກອນຕູມ ສສ ຫວຽດນາມ. ໂດຍການເປັນປະທານຮ່ວມ ຂອງທ່ານ ພັອ. ເລ ກວັກ ຫວຽດ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກອນຕູມ, ທ່ານ ພົນຈັດຕະວາ ສີເວີນ ແກ້ວວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ທ່ານ ພັນເອກ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ເຊກອງ ພ້ອມຂະແໜງການກ່ຽວຂ້ອງ 3 ແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ, ທັງ 3 ແຂວງໄດ້ລາຍງານສະພາບການພົ້ນເດັ່ນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕົນໃຫ້ກັນຊາບ ພ້ອມທັງ ຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ປະຈຳປີ 2023 ຜ່ານມາ ໂດຍສະເພາະວຽກງານປະສານສົມທົບແລກປ່ຽນຂໍ້ມູນ, ຂ່າວສານ, ສະພາບການ; ວຽກງານປະສານສົມ ທົບທັບມ້າງ, ປ້ອງກັນ, ຕ້ານອາຊະຍາກໍາ ແລະ ວຽກງານໂຄສະນາ, ປຸກລະດົມປະຊາຊົນຢູ່ເຂດຊາຍແດນໃຫ້ປະຕິບັດກົດໝາຍ, ຄຸ້ມ ຄອງການເຂົ້າ-ອອກເມືອງ; ສະໜັບສະໜູນ, ຊ່ວຍເຫຼືອກຳລັງ ແລະ ປະຊາຊົນໃນຂອບເຂດຊາຍແດນ.
ກອງປະຊຸມຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ກໍານົດແຜນ ການຮ່ວມມືໃນຕໍ່ໜ້າ ໂດຍກອງສະເໜີໃຫ້ 3 ແຂວງ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງ ເພື່ອພ້ອມກັນສົມທົບຢ່າງມີປະສິດທິຜົນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຂອບເຂດຊາຍແດນ; ສືບຕໍ່ເສີມຂະຫຍາຍການຮ່ວມມື, ປະສານສົມທົບໃນການຄຸ້ມຄອງ ແລະ ປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂດຊາຍແດນ; ເອົາໃຈໃສ່ໂຄສະນາສຶກສາອົບຮົມໃຫ້ປະຊາຊົນຢູ່ຂອບເຂດຊາຍແດນ ຂອງສອງຝ່າຍ ໃຫ້ກຳແໜ້ນແນວທາງນະໂຍບາຍ ຂອງສອງພັກ, ສອງລັດ ກ່ຽວກັບການສ້າງສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ຍົກສູງສະຕິລະວັງຕົວຕໍ່ເລ້ລ່ຽມກົນອຸບາຍມ້າງເພ, ທໍາລາຍຂອງພວກອິດທິກໍາລັງປໍລະປັກ, ປະຕິການພັດຖິ່ນ, ປະຕິບັດໃຫ້ຖືກຕ້ອງຕາມສັນຍາ ກ່ຽວກັບລະບຽບການຊາຍແດນ ແລະ ດ່ານຊາຍແດນທາງບົກ; ເຄົາລົບອະທິປະໄຕຜືນແຜນດິນອັນຄົບຖ້ວນ ແລະ ກົດໝາຍເຊິ່ງກັນ ແລະ ກັນ; ບໍ່ລັກຂ້າມຊາຍແດນ, ຕັ້ງຖິ່ນຖານ-ແຕ່ງງານທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ສ້າງຊາຍແດນ ໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ພ້ອມນີ້, ກໍສືບຕໍ່ເປັນເສນາໃຫ້ອໍານາດການປົກຄອງທ້ອງຖິ່ນ ມີບັນດາການ ເຄື່ອນໄຫວຕົວຈິງ ແລະ ອຳນວຍຄວາມສະດວກໃຫ້ບັນດານິຕິບຸກຄົນ, ການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດຂອງສອງຝ່າຍເຄື່ອນໄຫວ ໃຫ້ຖືກຕ້ອງຕາມກົດໜາຍຂອງແຕ່ລະປະເທດ.