ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການຄຸ້ມຄອງຊັບພະຍາກອນທຳ ມະຊາດແບບຍືນຍົງໃນ ເຂດພູດອຍ ເມືອງ ຍອດອຸ ແຂວງ ຜົ້ງສາລີ ໄລຍະສອງ (P3T2) ລະຫ່ວາງພະແນກກະສີກຳ ແລະ ປ່າໄມ້ແຂວງຜົ້ງສາລີ ກັບ ອົງການຮ່ວມມືກັບປະເທດລາວ CCL ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 23 ກັນຍາ 2024 ນີ້, ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ຜົ້ງສາລີ
ທ່ານ ສັນຕິ ກອນດາວົງ ຜູ້ປະສານງານໂຄງການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງເຂດພູດອຍເມືອງຍອດອູ ໄດ້ນຳສະເໜີສະພາບລວມຂອງໂຄງການ ເຊິ່ງໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດຢູ່ເມືອງຍອດອູ, ມີບ້ານເປົ້າໝາຍ: 30 ບ້ານ, 2,170 ຄອບຄົວ, ພົນລະເມືອງ 9,780 ຄົນ, ຍິງ 4,592 ຄົນ.
ຈຸດປະສົງໂຄງການແມ່ນເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ຊີວິດການເປັນຢູ່ຂອງບັນດາຄອບຄົວທຸກຍາກທີ່ສຸດ, ພັດທະນາຂະແໜງປູກຊາປ່າ ຢູ່ ເມືອງ ຍອດອູ ແລະ ສົມທົບກັບຄຸ້ມຄອງຊັບພະຍາກອນທຳມະຊາດ. ໃນນີ້ໜ້າວຽກຂອງໂຄງການແມ່ນຈະໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄົວເຮືອນ ໄດ້ຮັບການປັບປຸງແບບຍືນຍົງ, ສ້າງຂີດຄວາມສາມາດໃຫ້ແມ່ຍິງໃນການຄຸ້ມຄອງ ແລະ ໃນການຕັດສິນໃຈໃນລະດັບຄົວເຮືອນ, ສະໜັບສະໜູນຂໍ້ລິເລີ່ມດ້ານເສດຖະກິດ-ສັງຄົມຂອງຄົວເຮືອນ ໃນລະດັບຊຸມຊົນ, ປົກປັກຮັກສາຊັບພະຍາກອນທໍາມະຊາດໃນຊຸມຊົນ ແລະ ໃຫ້ຊຸມຊົນມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ, ຊາວກະສິກອນຜູ້ປູກຊາຈະໄດ້ຮັບຄຳປຶກສາກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດຊາ, ສ້າງຄວາມເຂັ້ມແຂງໃຫ້ກັບກຸ່ມຜຸ່ຜະລິດຊາ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນການພັດທະນາແບບຍືນຍົງຂອງເມືອງ ແລະ ອື່ນໆ.
ໂຄງການດັ່ງກ່າວມີງົບປະມານໃນການຈັດຕັ້ງປະຕິບັດວຽກງານ ທັງໝົດ: 480,000 ເອີໂຣ, ໃນນີ້ອົງການຝຣັ່ງເພື່ອການພັດທະນາ (AFD) 200,000 ເອີໂຣ ແລະ ອົງການເຂົ້າຈີ່ເພື່ອໂລກ ( BfW ) 280,000 ເອີໂຣ. ສຳລັບການຈັດຕັ້ງປະຕິບັດແມ່ນຈະເລີ່ມນັບແຕ່ມື້ລົງນາມເຊັນ (MOU) ຈົນຮອດວັນທີ 30 ກັນຍາ 2026.
ທີ່ມາ: Media Laos




