ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

Feb 14, 2025

ຮອງປະທານ ສນຊຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ Yoshihiko Sawa
ວັນທີ 13 ກຸມພາ 2025 ນີ້, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ Mr. Yoshihiko Sawa ພ້ອມດ້ວຍຄະນະ.
ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຕໍ່ການມາພົບປະຄັ້ງນີ້ ຂອງທ່ານ Mr. Yoshihiko Sawa, ເພື່ອສືບຕໍ່ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນຢ່າງຮອບດ້ານໃຫ້ແຫນ້ນແຟ້ນ ແລະ ເພື່ອທີ່ຈະສືບຕໍ່ສ້າງກິດຈະກໍາຮ່ວມລະຫວ່າງອົງການແນວລາວສ້າງຊາດ ແລະ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ; ພ້ອມກັນນີ້, ທ່ານ ຮອງປະທານ ສນຊ ໄດ້ຍົກໃຫ້ເຫັນເຖີງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ, ວຽກງານສາສະໜາ, ຮີດຄອງປະເພນິີອັນດີງານຂອງລາວ ແລະ ວຽກງານທີ່ກ່ຽວຂ້ອງໂດຍຫຍໍ້ໃຫ້ທ່ານ Mr. Yoshihiko Sawa ໄດ້ຮັບຊາບ.
ພ້ອມດຽວກັນນີ້ ທ່ານ Mr. Yoshihiko Sawa ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງຫໍປະດິດສະຖານ ສຽນພຣະພຸດທະຮູບ ຢູ່ແຂວງຈໍາປາສັກ ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ທ່ານ ຮອງປະທານໄດ້ຮັບຊາບຕື່ມອີກ.
ຂ່າວ+ພາບ: ສຸກສຳລານ