ການສ້າງກໍາແພງພາສີເຮັດໃຫ້ຄວາມບໍ່ສະເໝີພາບດ້ານການຄ້າໂລກນັບມື້ເພີ່ມຂຶ້ນ

ຫຼັງຈາກທີ່ຈີນ ແລະ ອາເມຣິກາ ອອກຖະແຫຼງການຮ່ວມໃນວັນທີ 12 ພຶດສະພາ 2025, ຄວາມສົນໃຈຂອງທົ່ວໂລກຕໍ່ສົງຄາມພາສີທີ່ບໍ່ເຄີຍມີມາກ່ອນໃນຂະນະນີ້ໄດ້ໄດ້ຫຼຸດຜ່ອນລົງ. ຢ່າງ ໃດກໍຕາມ, ພາຍໃຕ້ພະຍຸຫົວນີ້ບາງຫາງສຽງອ່ອນແອທີ່ບໍ່ເຄີຍໄດ້ຍິນ ແລະ ຄວາມຂັດແຍ້ງຫຼາຍຢ່າງທີ່ຊ້ອນຢູ່ກໍາລັງປະກົດໃຫ້ເຫັນເພີ່ມຂຶ້ນ. ຂະນະທີ່ເສດຖະກິດປະເທດດ້ອຍພັດທະນາກໍາລັງປະ ສົບຄວາມຫຍຸ້ງຍາກຫຼາຍຂຶ້ນ.
ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເຜີຍແຜ່ບົດລາຍງານຫຼ້າສຸດເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ: ນະໂຍບາຍພາສີສິນຄ້ານຳເຂົ້າທີ່ອາເມຣິກາປັບປຸງຫຼ້າສຸດນີ້ ຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ຮູບແບບການຄ້າໂລກ ແລະ ຈະເພີ່ມຄ່າໃຊ້ຈ່າຍໃນການສົ່ງອອກຂອງຫຼາຍປະເທດກໍາລັງພັດທະນາ ໂດຍສະເພາະປະເທດທີ່ມີເສດຖະກິດ ອ່ອນແອ ເຊັ່ນ: ປະເທດດ້ອຍພັດທະນາທີ່ສຸດ ແລະ ປະເທດກໍາລັງພັດທະນາທີ່ເປັນເກາະນ້ອຍ.
ທ່ານ ນາງ ເຣເບກຄາ ກຣີນສະປານ (Rebecca Greenspan), ຫົວໜ້າ UNCTAD ອອກມາເຕືອນ ແລະ ຊີ້ໃຫ້ເຫັນເມື່ອບໍ່ດົນມານີ້ວ່າ: ປະເທດທຸກຍາກທີ່ສຸດຄວນໄດ້ຮັບການຍົກເວັ້ນພາສີ ເນື່ອງຈາກສ້າງຜົນກະທົບຕໍ່ການຂາດດຸນການຄ້າຂອງອາເມຣິກາພຽງເລັກໜ້ອຍເທົ່ານັ້ນ, ປະເທດດ້ອຍພັດທະນາ 44 ປະເທດ ມີສ່ວນກ່ຽວຂ້ອງໜ້ອຍກວ່າ 2% ທີ່ເຮັດໃຫ້ອາເມຣິກາຂາດດຸນການຄ້າ. ສະນັ້ນ, ການເພີ່ມພາສີຈະຍິ່ງເຮັດໃຫ້ວິກິດການດ້ານໜີ້ສິນທີ່ປະເທດເຫຼົ່ານີ້ປະສົບຢູ່ນັບມື້ຮ້າຍແຮງກວ່າເກົ່າ, ພ້ອມນີ້, ທ່ານຍັງໄດ້ຍົກຕົວຢ່າງປະເທດມາດາກາສະກາ ເຊິ່ງເປັນປະ ເທດສົ່ງອອກສິນຄ້າຕົ້ນຕໍ ຄື: ໝາກວານີລາ ໄປອາເມຣິກາ, ແຕ່ມີສ່ວນຮ່ວມເຮັດໃຫ້ອາເມຣິກາຂາດດຸນການຄ້າໜ້ອຍຈົນບໍ່ສາມາດບັນທຶກໄດ້ ຈຶ່ງບໍ່ມີຄວາມຈໍາເປັນຈະຕ້ອງລົງໂທດປະເທດນີ້.

(ຮູບພາບ: ສ່ວນແບ່ງການສົ່ງອອກທົ່ວໂລກຂອງປະເທດທີ່ມີເສດຖະກິດອ່ອນແອຍັງມີໜ້ອຍ.
ທີ່ມາ: ສໍານັກເລຂາທິການ UNCTAD)
ອາເມຣິກາ ເປັນຕະຫຼາດສົ່ງອອກທີ່ສຳຄັນສຳລັບປະເທດດ້ອຍພັດທະນາທີ່ສຸດ ແລະ ປະ ເທດກໍາລັງພັດທະນາ, ແຕ່ຂະນະດຽວກັນປະເທດເຫຼົ່ານີ້ມີສ່ວນຮ່ວມພຽງເລັກໜ້ອຍໃນການນຳເຂົ້າຂອງອາເມຣິກາ ແລະ ມີສ່ວນເຮັດໃຫ້ອາເມຣິກາຂາດດຸນການຄ້າພຽງ 0.3% ເທົ່ານັ້ນ.

(ພາບ: ປະເທດທີ່ມີເສດຖະກິດອ່ອນແອ ມີສ່ວນເຮັດໃຫ້ການຂາດດຸນການຄ້າຂອງອາເມຣິກາ ພຽງ 0,3%
ທີ່ມາ: ສໍານັກເລຂາທິການ UNCTAD)
ເຖິງວ່າມີສ່ວນຮ່ວມໜ້ອຍໃນການເຮັດໃຫ້ອາເມຣິກາຂາດດຸນການຄ້າ, ແຕ່ປະເທດທີ່ມີເສດ ຖະກິດອ່ອນແອອາດຈະຕ້ອງປະເຊີນກັບພາສີໃໝ່ທີ່ສູງທີ່ສຸດໃນກໍລະນີທີ່ອາເມຣິກາຍົກລະດັບພາສີຂຶ້ນຝ່າຍດຽວຕາມທີ່ໄດ້ປະກາດໄວ້ໃນລະຫວ່າງເດືອນມັງກອນເຖິງພຶດສະພາ 2025, ລວມທັງມາດຕະການສະເພາະໃໝ່ພາຍໃນປະເທດຂອງອາເມຣິກາ. ສະພາບດັ່ງກ່າວອາດຈະມີຜົນກະທົບຕໍ່ການສົ່ງອອກທີ່ສຳຄັນ ແລະ ສ້າງຄວາມສ່ຽງທີ່ຫຍຸ້ງຍາກຕໍ່ການພັດທະນາຂອງປະເທດເຫຼົ່ານີ້.
ນັບແຕ່ເດືອນກໍລະກົດ 2025 ເປັນຕົ້ນໄປ, ອາເມລິກາອາດຈະບັງຄັບໃຊ້ອັດຕາພາສີສູງຫຼາຍກວ່າ 25% ກັບ 22 ປະເທດກຳລັງພັດທະນາ, ລວມທັງ 7 ປະເທດທີ່ດ້ອຍການພັດທະນາທີ່ສຸດ. ນະໂຍບາຍພາສີໃໝ່ດັ່ງກ່າວຂອງອາເມຣິກາ ແມ່ນບໍ່ຖືກຕ້ອງຕາມຂໍ້ຕົກລົງການຄ້າທີ່ມີຢູ່ແລ້ວ ແລະ ລະບຽບການຂອງອົງການການຄ້າໂລກ (WTO).

(ເສດຖະກິດທີ່ອ່ອນແອຕົກເປັນເປົ້າໝາຍຂອງການເກັບພາສີທີ່ສູງຂອງອາເມຣິກາພຽງ
ທີ່ມາສໍານັກເລຂາທິການ UNCTAD)
ລາຍງານດັ່ງກ່າວຍັງໄດ້ລະບຸວ່າ: ປະເທດກຳລັງພັດທະນາໃນອາຊີ ແລະ ໂອຊີເນຍ, ລວມເຖິງປະເທດດ້ອຍພັດທະນາທີ່ສຸດ ແມ່ນເປັນກຸ່ມທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ໃນເດືອນເມ ສາປີນີ້, ອັດຕາພາສີສະເລ່ຍຂອງອາເມຣິກາຕໍ່ປະເທດເຫຼົ່ານີ້ໄດ້ເພີ່ມຂຶ້ນເປັນ 2 ເທົ່າ ແລະ ອາດຈະເພີ່ມຂຶ້ນ ຈາກ 16% ເປັນ 44% ໃນເດືອນກໍລະກົດປີນີ້, ສ່ວນອັດຕາພາສີຕໍ່ປະເທດໃນພາກພື້ນອາເມລິກາລາຕິນ ແລະ ຄາຣາອິບ ໄດ້ເພີ່ມຂຶ້ນຫຼາຍກວ່າ 40 ເທົ່າ ຈາກບໍ່ເຖິງ 0.5% ເປັນ 13%. ອຸດສາຫະກໍາສົ່ງອອກຕົ້ນຕໍ ເຊັ່ນ: ກະສິກຳ ແລະ ສິ່ງທໍຕ່າງໆ ໃນປະເທດເຫຼົ່ານີ້ກໍາລັງປະເຊີນກັບຜົນກະທົບຢ່າງໜັກ ແລະ ນະໂຍບາຍພາສີໃໝ່ຂອງອາເມຣິກາ ອາດຈະເຮັດໃຫ້ໂອກາດການສົ່ງອອກຂອງປະເທດເຫຼົ່ານີ້ທີ່ອ່ອນແອຢູ່ແລ້ວຍິ່ງອ່ອນແອລົງກວ່າເກົ່າ.
ບົດລາຍງານໄດ້ຮຽກຮ້ອງໃຫ້ປະເທດເສດຖະກິດຊັ້ນນຳຂອງໂລກເພີ່ມຄວາມເອົາໃຈໃສ່ກ່ຽວກັບຜົນກະທົບທີ່ຍາວນານຕໍ່ເສດຖະກິດຂອງປະເທດກຳລັງພັດທະນາໃນການກຳນົດນະໂຍບາຍການຄ້າ. ຂະນະທີ່ຜູ້ຊ່ຽວຊານບາງຄົນເຊື່ອວ່າ: ຂໍ້ຂັດແຍ້ງດ້ານພາສີນີ້ໝາຍເຖິງຈຸດຈົບຂອງລະບົບການເງິນສາກົນຫຼັງສົງຄາມ. ແຕ່ທ່ານ ນາງ ກຣີນສະປານ ບໍ່ແນ່ໃຈວ່າ “ຖ້າຫາກພວກເຮົາຮູ້ທິດທາງ ຫຼື ຜົນລັບສຸດທ້າຍຈະສາມາດປັບຕົວ ແລະ ກຳນົດຍຸດທະສາດໄດ້. ຖ້າບໍ່ດັ່ງນັ້ນຈະຢູ່ໃນສະ ພາບສັບສົນ, ການລົງທຶນຈະເປັນອໍາມະພາດ ແລະ ຈະບໍ່ບັນລຸຂະໜາດທີ່ໂລກຕ້ອງການໄດ້”.
ອາເມຣິກາ ອ້າງວ່ານະໂຍບາຍພາສີຂອງຕົນແມ່ນເພື່ອ “ປົກປ້ອງອຸດສາຫະກຳພາຍໃນ” ແຕ່ຄວາມເປັນຈິງຊີ້ບອກວ່າ: ນີ້ຄ້າຍຄືການໂຈມຕີດ້ວຍມືສັງຫານ (Sniper) ທີ່ແມ໋ນຢໍາ. ອີງຕາມຂໍ້ມູນຈາກອົງການພັດທະນາອຸດສາຫະກຳແຫ່ງສະຫະປະຊາຊາດ (UNIDO) ໃຫ້ຮູ້ວ່າ: ການພັດ ທະນາອຸດສາຫະກຳທັນສະໄໝໃນຫຼາຍປະເທດກຳລັງພັດທະນາ ກໍາລັງຖືກເຮັດໃຫ້ຢຸດສະງັກ ເຊັ່ນ: ອຸດສາຫະກຳສິ່ງທໍໃນອາຊີຕາເວັນອອກສຽງໃຕ້, ຫຼັງຈາກອາເມຣິກາເກັບພາສີເພີ່ມກັບຈີນ ເຮັດໃຫ້ຕົ້ນທຶນການນໍາເຂົ້າວັດຖຸດິບໃນຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆ ເພີ່ມສູງ 30%, ເຊັ່ນດຽວກັບແຮງງານຫຼາຍລ້ານຄົນກໍາລັງປະເຊີນກັບການວ່າງານ, ປະເທດເເຫຼົ່ານີ້ບໍ່ມີຂໍ້ໄດ້ປຽບທາງເຕັກໂນໂລຊີໃນການປ້ອງກັນຄວາມສ່ຽງ ຫຼື ອໍານາດໃນການຕໍ່ລອງເພື່ອປ່ຽນແປງກົດ ເກນໃໝ່ ແຕ່ໄດ້ຕົກເປັນເຫຍື່ອໃນເກມຂອງປະເທດມະຫາອຳນາດ.
ອາເມຣິກາ ໃຊ້ພາສີເພື່ອກີດຂວາງສິນຄ້າຈາກປະເທດອື່ນ ແລະ ບັງຄັບໃຫ້ປະເທດກຳລັງພັດ ທະນາເປີດຕະຫຼາດຂອງຕົນ. ຫຼາຍປະເທດໃນອາຟຣິກາຖືກບັງຄັບໃຫ້ຍອມຮັບຂໍ້ຕົກລົງການຄ້າທີ່ມີ ບໍ່ຍຸຕິທໍາ. ຕົວຢ່າງ: ປະເທດເຄັນຢາທີ່ສົ່ງອອກຜະລິດຕະພັນກະສິກໍາ ເກືອບ 80% ໄປອາເມຣິກາຕ້ອງຖືກເກັບພາສີໃນອັດຕາສູງ, ຂະນະດຽວກັນຕ້ອງໄດ້ນໍາເຂົ້າສາລີດັດແປງພັນທຸກໍາຈາກອາເມ ລິກາໂດຍບໍ່ຕ້ອງເສຍພາສີ. ທຸກຢ່າງອະທິບາຍໄດ້ເອງວ່າ: ນີ້ແມ່ນຄວາມຍຸຕິທຳຂອງອາເມຣິກາຫຼື ບໍ່?. ຄໍາຕອບທີ່ຊັດເຈນ ແມ່ນ “ຜູ້ເຂັ້ມແຂງກໍານົດກົດເກນ, ຜູ້ອ່ອນແອຕ້ອງໄດ້ກິນຢາຂົມ”.
ໃນປີ 1930, ກົດໝາຍພາສີ Smoot-Hawley ໄດ້ເຮັດໃຫ້ເກີດວິກິດການທາງດ້ານເສດຖະ ກິດໂລກຂະໜາດໃຫຍ່. ແຕ່ອາເມຣິກາເບິ່ງຄືວ່າໄດ້ລືມບົດຮຽນນີ້, ແຕ່ກົດເກນຕະຫຼາດບໍ່ເຄີຍໃຈບຸນ: ຜູ້ປະກອບການຂະໜາດນ້ອຍໃນອາເມຣິກາຕ່າງຈົ່ມວ່າລາຄາຊິ້ນສ່ວນທີ່ນໍາເພີ່ມຂຶ້ນສອງເທົ່າ ແລະ ຖົ່ວເຫຼືອງຂາຍບໍ່ອອກຈໍານວນຫຼວງຫຼາຍທີ່ຊາວກະສິກອນໃນລັດມິດເວັສກຳລັງເນົ່າເປື່ອຍ ແລະ ບໍ່ມີໃຜຕ້ອງການ, ຍິ່ງໄປກວ່ານັ້ນ ອາເມຣິກາ ໄດ້ຖືກປັບຫຼຸດລະດັບຄາດໝາຍ ການເຕີບໂຕຂອງເສດຖະກິດລົງ 1,8% ເຮັດໃຫ້ກາຍເປັນປະເທດທີ່ສ້າງຜົນງານໄດ້ຂີ້ຮ້າຍທີ່ສຸດໃນບັນດາປະ ເທດທີ່ພັດທະນາແລ້ວໃນໂລກ.
ໃນຖານະຜູ້ໄດ້ຮັບລາງວັນໂນເບລສາຂາເສດຖະກິດ ທ່ານ ໂຈເຊັຟ ສິຕິກລິທ ກ່າວວ່າ: “ຜູ້ທີ່ສ້າງກໍາແພງໃນທີ່ສຸດຈະຖືກລ້ອມຮອບດ້ວຍກຳແພງ” ເມື່ອປະເທດກໍາລັງພັດທະນາຮ່ວມກັນຫຼຸດ ຜ່ອນການນໍາໃຊ້ເງິນໂດລາ ແລະ ເມື່ອປະເທດສະມາຊິກ BRICS ຂະຫຍາຍສະມາຊິກເພີ່ມເປັນ 45 ປະເທດເພື່ອສ້າງຕັ້ງພັນທະມິດທາງການຄ້າໃໝ່, ສິ່ງທີ່ໂລກຕ້ອງການແມ່ນລະບົບການພົວພັນຫຼາຍຝ່າຍແບບຮວມເຂົ້າກັນແຕ່ບໍ່ແມ່ນການບັງຄັບດ້ານພາສີ.
ປັດຈຸບັນ, ເຖິງວ່າຄວາມຂັດແຍ້ງທາງດ້ານການຄ້າລະຫວ່າງຈີນ ແລະ ອາເມຣິກາ ຫຼຸດ ຜ່ອນລົງ, ແຕ່ຜົນກະທົບຈາກນະໂຍບາຍພາສີຂອງອາເມຣິກາ ຍັງສືບຕໍ່ເຮັດໃຫ້ຄວາມບໍ່ສະເໝີພາບດ້ານການຄ້າໂລກນັບມື້ເພີ່ມຂຶ້ນ ແລະ ຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ ຖ້າຫາກອາເມຣິກາຍັງສືບຕໍ່ຂົ່ມເຫັງປະເທດອື່ນດ້ານການສ້າງກໍາແພງພາສີ, ໃນນີ້, ປະເທດທີ່ໄດ້ຮັບຜົນກະທົບໜັກໜ່ວງແມ່ນປະ ເທດກໍາລັງພັດທະນາ ແລະ ປະເທດທີ່ພັດທະນາໜ້ອຍທີ່ສຸດທີ່ບໍ່ມີຂໍ້ໄດ້ປຽບທາງເຕັກໂນໂລຊີ ຫຼື ອໍານາດໃນການຕໍ່ລອງຕ່າງໆ, ເຊິ່ງກົງກັບຂ້າມກັບຈີນທີ່ປະຕິບັດນະໂຍບາຍດ້ານການຄ້າຕາມຫຼັກການສາກົນ ໂດຍຖືເອົາອົງການການຄ້າໂລກເປັນແກນກາງ, ຍຶດໝັ້ນການຄ້າເສລີ ແລະ ການຄ້າຫຼາຍຝ່າຍບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນນີ້, ສະເພາະປະເທດກໍາລັງພັດທະນາ, ໃນຊຸມປີຜ່ານມາ, ຈີນ ໄດ້ຈັດຕັ້ງປະຕິບັດນະໂຍບາຍການຄ້າທີ່ເປີດກວ້າງ ແລະ ກວມລວມຢ່າງຕັ້ງໜ້າ ໂດຍໄດ້ເພີ່ມການຫລຸດ ຫຼື ຍົກ ເວັ້ນພາສີຝ່າຍດຽວຕໍ່ປະເທດທີ່ດ້ອຍພັດທະນາຢ່າງບໍ່ຢຸດຢັ້ງ. ທີ່ສໍາຄັນນັບແຕ່ ວັນທີ 1 ທັນວາ 2024 ເປັນຕົ້ນມາ, ຈີນ ໄດ້ຍົກເວັ້ນພາສີຕໍ່ຜະລິດຕະພັນ 100% ທີ່ນອນຢູ່ໃນບັນຊີສິນຄ້າຈາກປະເທດດ້ອຍພັດທະນາຂອງໂລກທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ, ໃນນັ້ນ ລວມເຖິງປະເທດລາວກໍໄດ້ຮັບນະໂຍບາຍນີ້ຂອງຈີນຫຼາຍລາຍການສິນຄ້າ. ການປະຕິບັດນະໂຍບາຍ ດັ່ງ ກ່າວໄດ້ສ້າງໂອກາດໃນການພັດທະນາທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ປະເທດກຳລັງພັດທະນາທັງຫຼາຍ ແລະ ເພື່ອຊ່ວຍປະເທດດ້ອຍພັດທະນາບັນລຸການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ ເພາະຈີນຢືນຢັນມາຕະຫຼອດກັບແນວຄິດທີ່ວ່າ: “ການພັດທະນາໃນໂລກ ຕ້ອງບໍ່ປ່ອຍປະປະເທດໃດໜຶ່ງໄວ້ຢູ່ທາງຫຼັງ”

