ກອງປະຊຸມພົບປະແລກປ່ຽນຂໍ້ມູນຂ່າວສານ ໃນການຮ່ວມມືປະຕິບັດກົດໝາຍ ແລະ ການລາດຕະເວນຮ່ວມ ຕາມລຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ລະຫວ່າງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 147 ຈັດຂຶ້ນໃນວັນທີ 20 ພະຈິກ 2024 ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍມີທ່ານພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ, ທ່ານ ພົນໂທ ຢວນຢາພິງ ຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ, ທ່ານ ພັນໂທ ອອງຈົງມອງ ຫົວໜ້າກອງບັນຊາການຕຳຫລວດ ບ້ານປຸງ ເມືອງທ່າຂີ້ເຫລັກ ປະເທດມຽນມາ, ທ່ານ ພັນເອກ ພານຸວັດ ຮອງຫົວໜ້າກອງ ກົມກົດໝາຍຕຳຫລວດພູທອນພາກ 5 ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຂອງ 4 ປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນສະພາບການຮ່ວມມື ໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືກັນໃນການປະຕິບັດສັນຍາ ວ່າດ້ວຍການລາດຕະເວນຮ່ວມທາງນໍ້າ, ການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ ແລະ ຄ້າຂາຍຢາເສບຕິດຕາມຊາຍແດນ ພ້ອມທັງທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບ ລະຫວ່າງ 4 ປະເທດ (ຈີນ-ລາວ-ມຽນມາ-ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 4 ປະເທດ ແລະ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື.
ໃນກອງປະຊຸມ ຍັງໄດ້ເອກະພາບ ກ່ຽວກັບທິດທາງແຜນການທີ່ 4 ປະເທດ ຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ ການກຽມຄວາມພ້ອມ ໃນການລາດຕະເວນຮ່ວມກັນ ຄັ້ງທີ 148 ທີ່ຈະມາເຖິງນີ້ ແລະ ການຍົກລະດັບ ການພົວພັນຮ່ວມມືປະສານສົມທົບ ລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ພ້ອມກັນສ້າງຊາຍແດນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ. ພ້ອມນີ້, 4 ປະເທດຈະໄດ້ແລກປ່ຽນສະພາບເຊິ່ງກັນ ແລະ ກັນ ໃຫ້ເປັນປົກກະຕິ.
ຂ່າວ: ພາກ ສຸທິປັນຍາ




