ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

4 ປີ ເສັ້ນທາງລົດໄຟ ລາວ-ຈີນ ກັບບົດບາດ “ເສັ້ນທາງຄຳ” ນັບມື້ນັບພົ້ນເດັ່ນ

Dec 3, 2025

4 ປີ ເສັ້ນທາງລົດໄຟ ລາວ-ຈີນ ກັບບົດບາດ “ເສັ້ນທາງຄຳ” ນັບມື້ນັບພົ້ນເດັ່ນ

ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືຍຸດທະສາດລະຫວ່າງສອງລັດ ຖະບານລາວ ແລະ ຈີນ, ທັງແມ່ນລົດໄຟສາກົນແຫ່ງທຳອິດທີ່ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍລົດໄຟຂອງຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ມາຮອດປີນີ້ແມ່ນຄົບຮອບ 4 ປີ ພໍດີ. ຕະຫຼອດໄລຍະ 4 ປີ, ເສັ້ນທາງດັ່ງກ່າວໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ຂັບເຄື່ອນການພັດທະນາເສດ ຖະກິດ-ສັງຄົມ ບໍ່ສະເພາະສໍາລັບລາວ ແລະ ຈີນເທົ່ານັ້ນ, ຍັງລວມເຖິງບັນດາປະເທດໃນອາຊຽນ ແລະ ພາກພື້ນ ໄດ້ຢ່າງພົ້ນເດັ່ນ.

ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນ ໃຫ້ຮູ້ວ່າ: ໃນໄລຍະ 4 ປີ, ລົດໄຟລາວ -ຈີນ ຂົນ ສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 62 ລ້ານ 5 ແສນເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ຫຼາຍກວ່າ 72 ລ້ານ 5 ແສນໂຕນ. ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດການບໍລິການ ວັນທີ 3 ທັນວາ 2021 ເປັນຕົ້ນມາ, ເບື້ອງປະເທດຈີນ, ຈໍານວນຖ້ຽວລົດໂດຍສານສະເລ່ຍ ຕໍ່ມື້ໄດ້ເພີ່ມຂຶ້ນຈາກ 8 ຖ້ຽວໃນໄລຍະເບື້ອງຕົ້ນ ເປັນສູງສຸດ 86 ຖ້ຽວ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 51 ລ້ານ 3 ແສນ 4 ໝື່ນເທື່ອຄົນ. ສ່ວນເບື້ອງປະເທດລາວ, ຈໍານວນຖ້ຽວລົດໂດຍສານສະເລ່ຍຕໍ່ມື້ໄດ້ເພີ່ມຂຶ້ນຈາກ 4 ຖ້ຽວໃນໄລຍະເບື້ອງຕົ້ນ ເປັນສູງສຸດ 18 ຖ້ຽວ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 11 ລ້ານ 2 ແສນ 4 ໝື່ນເທື່ອຄົນ.

ການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ຈໍານວນຜູ້ໂດຍສານທີ່ຂົນສົ່ງຕໍ່ເດືອນໄດ້ເພີ່ນຂຶ້ນຈາກ 6 ແສນເທື່ອຄົນໃນເບື້ອງຕົ້ນ ເປັນ 2 ລ້ານ 2 ແສນເທື່ອຄົນ, ຈໍານວນຄົນເຂົ້າ-ອອກເມືອງເພີ່ມຂຶ້ນຈາກ 300 ເທື່ອຄົນຕໍ່ມື້ ເປັນສູງສຸດ 1,400 ເທື່ອຄົນ. ນອກນີ້, ນັບລວມແລ້ວໄດ້ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 16 ລ້ານໂຕນ. ປະເພດສິນຄ້ານຳເຂົ້າ ແລະ ສົ່ງອອກມີ 3.800 ກວ່າຊະນິດ, ບໍລິການວິສາຫະກິດທົ່ວປະເທດຈີນຫຼາຍກວ່າ 6,000 ແຫ່ງ, ກວມເອົາ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ ແລະ ໄທ ແລະ ອື່ນໆ.

ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຍັງໄດ້ນຳໃຊ້ມາດຕະການຄຸ້ມຄອງ ແລະ ດຳ ເນີນການທາງລົດໄຟຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການບໍລິການຂົນສົ່ງເພື່ອຊ່ວຍໃຫ້ການໄຫຼວຽນຂອງຜູ້ໂດຍສານພາຍໃນ ແລະ ຕ່າງປະເທດຢ່າງສະດວກ ແລະ ຊ່ວຍຊຸກ ຍູ້ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ເຮັດໃຫ້ການຊີ້ປີ້ໂດຍສານ ຈາກໄລຍະເບື້ອງຕົ້ນທີ່ຕ້ອງໄດ້ຕໍ່ແຖວຍາວຢຽດເພື່ອລໍຖ້າຊື້ປີ້ລົດໄຟໂດຍສານ, ປັດຈຸບັນ, ນອກຈາກສາມາດຊື້ປີ້ຢູ່ຕາມສະຖານີຕ່າງໆ ຍັງສາມາດຊື້ປີ້ທາງອອນລາຍຜ່ານແອັບ LTC Ticket ໄດ້ຢ່າງສະດວກສະບາຍ.

ສອງຝ່າຍລາວ ແລະ ຈີນ ຍັງໄດ້ສົ່ງເສີມການນຳໃຊ້ອຸປະກອນອັດສະລິຍະ ແລະ ການປັບປຸງຂະບວນການຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ຫຼຸດເວລາເຂົ້າ-ອອກດ່ານສຳລັບຂະບວນລົດໄຟດ້ວຍການຈັດຕາຕະລາງເວລາຢ່າງເປັນລະບົບ ເຮັດໃຫ້ສາມາດຂົນ ສົ່ງສິນຄ້າລະຫວ່າງປະເທດໄດ້ເກີນ 18 ຂະບວນຕໍ່ມື້. ຄຽງຄູ່ກັນີ້ ເມື່ອບໍ່ດົນມານີ້, ສອງຝ່າຍໄດ້ລົງນາມສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານ “ກວດກາປະຕູດຽວ, ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ເພື່ອເຮັດໃຫ້ການບໍລິການຜ່ານດ່ານສາກົນຂອງສອງປະເທດຕາມເສັ້ນທາງລົດໄຟດັ່ງກ່າວມີຄວາມສະດວກສະບາຍສໍາລັບຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂ້າມຊາດ.

ຕະຫຼອດໄລຍະ 4 ປີ, ບົດບາດຂອງທາງລົດໄຟລາວ-ຈີນ ໃນຖານະເປັນ “ເສັ້ນທາງ ຄໍາ” ໄດ້ປາກົດໃຫ້ເຫັນສິ່ງທີ່ດີຂຶ້ນເລື້ອຍໆ. ໃນນີ້, ການ​ປ່ຽນ​ແປງ​ໂດຍ​ກົງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນການ​ກ້າວ​ກະ​ໂດດ​ຂອງ​ປະ​ສິດ​ທິ​ພາບໃນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ຕົ້ນ​ທຶນ​ການ​ຂົນ​ສົ່ງຫຼຸດ​ຕ່ຳ​ລົງ​ຢ່າງຫຼວງ​ຫຼາຍ. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ນະ​ຄອນ​ຄຸນ​ໝິງ​ຂອງຈີນ​ຜ່ານ​ປະ​ເທດ​ລາວ​ໄປ​ໄທ​ ຫຼຸດ​ລົງ 30%-50%, ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິ​ນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ ຫຼຸດ​ລົງ 20%-40%. ຜະ​ລິດ​ຕະ​ພັນ​ຕ່າງໆ ເຊັ່ນ: ເບຍ​ລາວ, ​ປຸ໋ຍ​ໂປ​ຕັ​ສ ແລະ​ອື່ນໆ​ ໄດ້​ເຂົ້າ​ເຖິງ​ຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ ແລະ ອື່ນໆ. ນີ້​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຜະ​ລິດ​ຕະ​ພັນ​ລາວ​ເພີ່ມ​ສູງ​ຂຶ້ນ​ເທົ່າ​ນັ້ນ, ຍັງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ຈາກ “ການລໍ​ຖ້າ” ກາຍ​ເປັນ “​ການເປັນ​ເຈົ້າ​ການ​ສົ່ງ​ອອກ”, ເຊິ່ງ​ຖື​ເປັນການເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ​ໃນ​ພາກ​ພື້ນ​ຢ່າງ​ແທ້​ຈິງ.

ບົດບາດ​ຂອງເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ບໍ່​​ໄດ້​ຈຳ​ກັດ​ຢູ່​ກັບ “ການ​ຂົນ​ສົ່ງ​ສິນ​ຄ້າ​ຢ່າງ​ໂລ່ງ​ລ່ຽນ” ເທົ່າ​ນັ້ນ, ​​ຍັງ​ລວມ​ເຖິງ​ການ​ປັບ​ປຸງ​ສະ​ພາບ​ພື້ນ​ທີ່​ທາງ​ເສດ​ຖະ​ກິດ​​ຄືນ​ໃໝ່, ຊຸກ​ຍູ້​ໃຫ້​ຕົວ​ເມືອງທີ່​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຫັນ​​ປ່ຽນຈາກ​ຈຸດ​​ເຊື່ອມ​ຕໍ່​ການຄົມ​ມະ​ນາ​ຄົມ​​ຂົນ​ສົ່ງຍົກ​ລະ​ດັບ​ຂຶ້ນ​ເປັນ​ສູນ​ກາງດ້ານ​ອຸດ​ສາ​ຫະ​ກຳ. ຍົກ​ເອົາ​ເຂດ​ພັດ​ທະ​ນາກວມ​ລວມ​ໄຊ​ເສດ​ຖາ​ນະ​ຄອນຫຼວງວຽງ​ຈັນ​ເປັນ​ຕົວ​ຢ່າງ, ໂດຍ​ອີງ​ໃສ່​ທ່າ​ແຮງ​ດ້ານການ​ຈໍ​ລະ​ຈອນ​ສິນ​ຄ້າຜ່ານທາງ​ລົດ​ໄຟ, ​ເຂດ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈຳ​ນວນຫຼວງຫຼາຍ ໂດຍ​ໄດ້​ສ້າງ 4 ຕ່ອ​ງ​ໂສ້​ອຸດ​ສາ​ຫະ​ກຳ​​ສຳ​ຄັນ ເຊັ່ນ: ພະ​ລັງ​ງານໃໝ່, ວັດ​ສະ​ດຸ​ໃໝ່, ການ​ແພດ ແລະ ການ​ຢາ​ຊີ​ວະ​ພາບ. ສ່ວນ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ບໍ່​ຫານ-ບໍ່​ເຕນ, ລາວ​ກັບ​ຈີນ​ໄດ້​ບັນ​ລຸ “ການ​ປະ​ສານ​ງານ​ອຸດ​ສາ​ຫະ​ກຳ​ຂ້າມ​ຊາດ” ເປັນ​ຄັ້ງ​ທຳ​ອິດ. ສ່ວນການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ກ້າວ​ໜ້າ​ທາງ​ສັງຄົມ, ​ຕະຫຼອດ 4 ປີ​ຜ່ານ​ມາ, ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ໄດ້ປະກອບສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ ແລະ ທາງ​ອ້ອມໃຫ້ປະຊາຊົນລາວຫຼາຍກວ່າ 1 ແສນ​ຕຳ  ​ແໜ່ງ, ທັງອົບ​ຮົມ​ນັກ​ວິ​ຊາ​ການຫຼາ​ຍ​ພັນ​ຄົນ​ໃຫ້​ແກ່​ຝ່າຍ​ລາວ​ໂດຍ​ຜ່ານ​ຮູບ​ແບບ “ເຕັກ​ນິກ​ຈີນ+ການ​ບໍ​ລິ​ຫານ​ຂອງ​ຝ່າຍ​ລາວ”.

ໃນຕໍ່ໜ້າ, ບົດ​ບາດ​ຂອງເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ຍັງເປີດກວ້າງ​ອອກ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍຈະ​ເປີດກວ້າງ​ໄປ​ສູ່​ໄທ ແລະ ມາ​ເລ​ເຊຍ ເຊິ່ງ​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຈຸດ​ສູນ​ກາງ​​ຂອງເຄືອ​ຂ່າຍເສັ້ນ​ທາງ​ລົດ​ໄຟ​ພາກ​ພື້ນ​ອາ​ຊີ. ຄຽງ​ຄູ່​ກັບ​ດ່ານ​ພາ​ສີ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ການ​ລົງ​ທຶນ​ມີ​ຄວາ​ມ​ສະ​ດວກ​ຍິ່ງ​ຂຶ້ນ ແລະ ການ​ເຊື່ອມ​ໂຍງ​ດ້ານ​ນະ​ໂຍ​ບາຍ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ ກ້າວ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນຈະ​ເຊື່ອມ​ຈອດ​ຕະຫຼາດ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ແລະ ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ເລິກ​ເຊິ່ງ ເຊິ່ງຈະເຮັດໃຫ້ເສັ້ນທາງລົດໄຟ ລາວ-ຈີນ ນັບມື້​ລື່ນ​ກາຍ​ຂອບ​ເຂດ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ, ມັນ​ບໍ່​ພຽງ​ແຕ່​ເປັນ “ທາງ​ຜ່ານ” ເທົ່າ​ນັ້ນ, ​ຍິ່ງ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ສາຍ​​ພານເຊື່ອມ​ຕໍ່​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ​ເປັນຂົວ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ, ແລ້ວຈະ ສືບຕໍ່ເປັນເສັ້ນທາງຄໍາຂອງລາວ ແລະ ຈີນ ກໍຄື ບັນດາປະເທດໃນອາຊຽນ ແລະ ພາກພື້ນຕະຫຼອດໄປ.