4 ເຜົ່າທີ່ດໍາລົງຊີວິດຢູ່ເມືອງບຸນເໜືອ ສະເຫຼີມສະຫຼອງບຸນກິນຈຽງ

ວັນທີ 29 ມັງກອນ 2025 ນີ້, ຢູ່ເດີ່ນສວນສາທາລະນະເທດສະບານເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີສະ ເຫຼີມສະຫຼອງບຸນກິນຈຽງ (ໂກນຽນ) ຂອງ 4 ເຜົ່າທີ່ດໍາລົງຊີວິດຢູ່ເມືອງບຸນເໜືອ ຄື: ເຜົ່າຫໍ້, ຮາຍີ, ສີລາ ແລະ ໂລໂລ ຂຶ້ນຢ່າງເປັນທາງການ ໂດຍການຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.
ໃນພິທີ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງໆຜົ້ງສາລີ ຕາງ ໜ້າໃຫ້ 4 ເຜົ່າ ໄດ້ມີຄໍາເຫັນເລົ່າ ປະຫວັດຂອງ 4 ເຜົ່າວ່າ: ງານສະເຫລີມສະຫລອງຫຼີ້ນບຸນກິນຈຽງແມ່ນເປັນຮີດຄອງປະເພນີ ມູນເຊື້ອອັນດີງາມ ໜຶ່ງທີ່ໄດ້ຮັບການ ສືບທອດກັນມາແຕ່ດົນ ນານແລ້ວ ກາຍເປັນແນວຄິດ ຈິດໃຈຂອງປະຊາຊົນບັນດາເຜົ່າ ໂດຍສະເພາະ ແມ່ນພີ່ນ້ອງເຜົ່າຫໍ້, ເຜົ່າຣາຍີ, ເຜົ່າສີລາ ແລະ ເຜົ່າໂລໂລ ເຊິ່ງມີຮີດຄອງທີ່ຄ້າຍຄືກັນ, ໃນຊ່ວງໄລຍະແຕ່ປີ 1988- 1991 ເຜົ່າຫໍ້ 4 ເຜົ່າແມ່ນໄດ້ຍ້າຍມາຢູ່ ບຸນເຫນືອປີ 1988 ຕໍ່ມາປີ 1989 ແມ່ນໄດ້ພາກັນຍົກຍ້າຍຖິ່ນຖານມາປັກຫລັກດຳລົງຊີວິດທຳມາຫາກິນເພື່ອລ້ຽງຊີບ ຄອບຄົວ ດ້ວຍຄວາມ ດຸໝັ່ນ ຊື່ສັດ ອົດທົນ ປະຢັດ ຢູ່ເມືອງບຸນເໜືອ, ຍັງເປັນຊົນເຜົ່າສ່ວນນ້ອຍ ທີ່ນອນຕົວຢູ່ໃນວົງຄະນະຍາດແຫ່ງຊາດລາວ ເປັນຊົນເຜົ່າທີ່ມີອະລິຍະທຳທີ່ເກົ່າແກ່ມາແລ້ວຫຼາຍພັນປີ ມີຮີດຄອງປະເພນີວັດທະນະທໍາ ແລະ ການເຊື່ອຖືທີ່ເປັນເອກະລັກທີ່ຄ້າຍຄຽງກັນ, ສືບທອດ ສາຍສຳພັນດ້ວຍນາມສະກຸນເບື້ອງຜູ້ຊາຍ, ບູຊາບັນພະບູລຸດ, ມີວັດທີ່ເອີ້ນກັນວ່າ (ມ້ຽວຟັງ), ພາກັນຕັ້ງເຮືອນຢູ່ເຂດພູສູງ ແລະ ຕັ້ງເຮືອນຕິດໃກ້ກັບເຂດທຳມາຫາກິນດ້ວຍການປູກພືດກະສິກຳ-ການ ລ້ຽງສັດໃຫຍ່, ນ້ອຍ ແລະ ເຮັດ ການຄ້າຂາຍ ເຊິ່ງໃນເມື່ອກ່ອນແມ່ນຄ້າຂາຍ ໂດຍອາໄສມ້າຕ່າງສິນຄ້າ ຈາກຕົວເມືອງໄປສູ່ຊົນນະບົດ ແລະ ແລກປ່ຽນສິນຄ້າລະຫວ່າງຕົວເມືອງ.
ມາຮອດປັດຈຸບັນກໍ່ມີຫຼາກຫຼາຍອາຊີບ ເຊັ່ນ: ການບໍລິການໂຮງແຮມ-ບ້ານພັກ, ຮ້ານອາຫານ, ຂົນສົ່ງໂດຍສານ- ສິນຄ້າ, ທຸລະກິດການຄ້າຂາຍທົ່ວໄປ ແລະ ອື່ນໆ, ເຊິ່ງທັງໝົດເຫຼົ່ານີ້ເປັນການ ປະກອບສ່ວນອັນສໍາຄັນເຂົ້າການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ແລະ ເຄື່ອງນຸ່ງຖືຂອງ ເອື້ອຍນ້ອງແມ່ຍິງ ມີຫຼາກຫຼາຍສີສັນທີ່ສວຍງາມ, ອາຫານການກິນ ຕົ້ນຕໍແມ່ນ ມັກກິນເຂົ້າຈ້າວ, ແກງ ຕົ້ມເຄັມ, ຄວາມເຊື່ອຖື, ຮີດຄອງປະເພນີ, ວັດທະນະທໍາ-ສັງຄົມ ຂອງ 4 ເຜົ່າກໍ່ມີລັກສະນະໃກ້ ຄຽງກັນ, ພາສາປາກເວົ້າກໍ່ເຊັ່ນດຽວກັນ.
ມາຮອດປີ 2024 ທົ່ວແຂວງ ມີພົນລະເມືອງຂອງ 4 ເຜົ່າ ມີ 8,014 ຄົນ, ຍິງ 3,997 ຄົນ ໃນນີ້: ເຜົ່າຫໍ້ 3,198 ຄົນ, ເຜົ່າສີລາ 2,573 ຄົນ, ເຜົ່າໂລໂລ 1,420 ຄົນ ແລະ ເຜົ່າຮາຍີ 823 ຄົນ; ສໍາລັບບຸນປະເພນີ ກິນຈຽງ ແມ່ນໄດ້ຍຶດຖືສືບທອດມາແຕ່ບັນພະບຸລຸດ ເອີ້ນວ່າ: (ໂກນຽນ) ແມ່ນຈັດຂຶ້ນພາຍຫຼັງສຳເລັດການເກັບກ່ຽວຜົນລະປູກ.
ງານບຸນດັ່ງກ່າວຈັດຂຶ້ນເມື່ອຮອດມື້ຂຶ້ນ 1 ຄໍ່າ ເດືອນ 1 (ຕາມປີປະຕິທິນຈີນ) ແລະ ກິນຈຽງນ້ອຍ ເມື່ອຮອດ 15 ຄໍ່າ ເດືອນ 1 ຂອງທຸກໆ ປີ ເພື່ອເປັນການສະເຫຼີມສະຫຼອງຜົນງານໝົດປີຂອງຕົນ ແລະ ເຕົ້າໂຮມຍາດຕິພີ່ນ້ອງ, ເຊິ່ງທຸກໆ ຄົນຕ່າງກໍ່ໃຫ້ຄວາມສໍາຄັນ, ສະນັ້ນ, ການຈັດງານຄັ້ງນີ້ ແມ່ນສຸດທີມີຄວາມໝາຍ ແລະ ຄວາມສໍາຄັນ ທັງເປັນການ ອະນຸລັກ ແລະ ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນເປັນມູນເຊື້ອອັນດີງາມຂອງ 4 ເຜົ່າ ກໍ່ຄື ຂອງຊາດລາວ ໃຫ້ຢູ່ຈົນເຖີງຮຸ່ນລູກຮຸ່ນຫຼານ, ເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງ ພີ່ນ້ອງທັງ 4 ເຜົ່າ ກັບ ບັນດາເຜົ່າໃຫ້ເປັນປຶກແຜນແໜ້ນໜ້າ, ເບິ່ງແຍງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ ຊີວິດການເປັນຢູ່ຕາມແນວທາງນະໂຍບາຍຂອງ ພັກ-ລັດໃຫ້ນັບມື້ດີຂຶ້ນ, ເປັນ ການສົມມາຄາລະວະ ພໍ່ແມ່, ຜູ້ອາວຸໂສ ແລະ ເຮັດບຸນເຮັດ ທານເຖິງບັນພະບຸລຸດທີ່ລ່ວງລັບໄປແລ້ວ, ພ້ອມທັງປັດເປົ່າຄວາມຊົ່ວຮ້າຍໃຫ້ໝົດໄປນໍາປີເກົ່າ.
ໂອກາດນີ້ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ມີຄຳເຫັນ ຮຽກຮ້ອງໃຫ້ 4 ເຜົ່າສືບຕໍ່ເພີ່ມທະວີການເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜນພາຍໃນເຜົ່າ ແລະ ລະຫວ່າງ ເຜົ່າ ໃຫ້ແໜ້ນແຟ້ນ ແລະ ຮັກຫອມຕອມຕຸ້ມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາ, ພ້ອມກັນກ້າວໜ້າ, ເອົາໃຈໃສ່ພັດທະນາບ້ານຊ່ອງ, ການຮັກສາຄວາມສະອາດ, ຄວາມຈົບງາມ ແລະ ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ໃຫ້ດີຂຶ້ນກວ່າເກົ່າ ແລະ ອື່ນໆ.
Cr: ວິທະຍຸ-ໂທລະພາບແຂວງຜົ້ງສາລີ






