ກອງປະຊຸມວຽກງານຂົນສົ່ງທາງບົກສາກົນລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ 4 ແຂວງພາກເໜືອແຂວງບໍ່ແກ້ວເປັນເຈົ້າພາບ, ມີແຂວງຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ ສປປ ລາວ ແລະ ຫ້ອງການຄົມມະນາຄົມຂົນສົ່ງນະຄອນຄຸນໝິງ, ຫ້ອງການຄົມມະນາຄົມຂົນສົ່ງກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ນີ້ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ. ເຂົ້າຮ່ວມຝ່າຍລາວມີທ່ານ ຄຳໄພ ພົງທະຈັກ ຮອງຫົວໜ້າພະແນກ ຍທຂ ແຂວງບໍ່ແກ້ວ, ຝ່າຍຈີນນຳໂດຍທ່ານ ຫຼິວຊວງດາງ ຄະນະພັກ ຮອງຫົວໜ້າຫ້ອງການຄົມມະນາຄົມຂົນສົ່ງຄຸນໝິງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກ, ບໍລິສັດລັດວິສາຫະກິດ, ຜູ້ປະ ກອບການສອງຝ່າຍລາວ-ຈີນເຂົ້າຮ່ວມ.
ກອງປະຊຸມຜູ້ແທນທັງສອງຝ່າຍໄດ້ສົນທະນາປະກອບຄຳເຫັນຢ່າງກົງໄປກົງມາກ່ຽວກັບວຽກງານ ຂົນສົ່ງສິນຄ້າ ແບບຊົ່ວ ຄາວທີ່ມີກໍານົດເວລາ ເພື່ອຮັບປະກັນບໍ່ໃຫ້ມີການລັກລອບຈໍາໜ່າຍພາຍໃນ, ກໍານົດຈໍານວນເສັ້ນທາງທີ່ອະນຸ ຍາດໃຫ້ສອງຝ່າຍ ເພື່ອປ້ອງກັນບໍ່ໃຫ້ມີການດໍາເນີນການຂົນສົ່ງແບບຊະຊາຍ ແລະ ເສັ້ນທາງທີ່ບໍ່ໄດ້ຮັບອະນຸຍາດມີການເປ່ເພເສຍຫາຍ, ລົດບັນທຸກຂົນສົ່ງສິນຄ້າຂອງຈີນເຂົ້າ-ອອກຜ່ານແຂວງບໍ່ແກ້ວ ຕ້ອງໄດ້ຜ່ານການກວດກາຈຸດກວດກາຕ່າງໆ ສູນບໍລິການສຸຂະອານາໄມພືດ, ສາງຄ່ຽນຖ່າຍສິນຄ້າພຶດກະສິກຳ ເກັບກຳຂໍ້ມູນການຂົນສົ່ງ ແລະ ກວດກາການເສຍພັນທະພາສີ, ອາກອນ, ເຈົ້າໜ້າທີ່ປະຈໍາດ່ານສອງຝ່າຍຕ້ອງກວດກາຄືນກ່ຽວກັບການອະນຸຍາດນໍາເຂົ້າສົ່ງ ອອກພາຫະນະຂົນສົ່ງ ແລະ ນໍາໃຊ້ມາດຕະການປັບໃໝ່ພາຫະນະທີ່ເຂົ້າ-ອອກບໍ່ຖືກຕ້ອງຢ່າງເຂັ້ມງວດ, ການຂົນສົ່ງສີນຄ້າປະເພດ ອຸປະໂພກ; ບໍລິໂພກ ເຂົ້າ-ອອກດ່ານແມ່ນສ້າງຄວາມເອື້ອອໍານວຍຄວາມສະດວກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຂົນສົ່ງສອງຝ່າຍເຫັນດີເຂັ້ມງວດໃນການຄຸ້ມຄອງລົດຂົນສົ່ງວັດ ຖຸອັນຕະລາຍ ແລະ ລົດຂົນສົ່ງເຄື່ອງພິເສດແມ່ນຕ້ອງ ໄດ້ມີໜັງສືແຈ້ງໃຫ້ກັນຊາບລ່ວງໜ້າທຸກຄັ້ງກ່ຽວກັບລົດບັນທຸກສິນຄ້າຕີນ ເປົ່າ ເພື່ອເຂົ້າມາຮັບສິນຄ້າຢູ່ປະເທດຄູ່ສັນຍາ, ກ່ຽວກັບບັນຫາລົດຂົນສົ່ງວັດຖຸອັນຕະລາຍຈາກຈີນເຂົ້າໄປລາວຕ້ອງໄດ້ມີການປ່ຽນຫົວລາກ ທັງສອງຝ່າຍເຫັນດີປະຕິບັດຕາມສັນຍາຂົນສົ່ງ ລາວ-ຈີນ ແລະ ນໍາບັນຫາໄປປຶກສາຫາລືກັນຢູ່ກອງປະຊຸມຂົນສົ່ງລະຫວ່າງປະເທດ ຫຼື ກອງປະຊຸມປັບປຸງສັນຍາ ແລະ ອະນຸສັນຍາຂົນສົ່ງລາວ-ຈີນ, ການອອກໃບອະນຸຍາດແລ່ນລົດປະເພດ B,C ການອອກໃບອະນຸຍາດແລ່ນລົດຜ່ານແດນຊະນິດ B,C ໃຫ້ກຳນົດຕົ້ນທາງ – ປາຍທາງ ແລະ ເສັ້ນທາງໃຫ້ຖືກຕ້ອງກັບບ່ອນທີ່ຈະໄປສົ່ງສິນຄ້າຕົວຈິງ.
ກອງປະຊຸມໄດ້ສົນທະນາກ່ຽວກັບການຮ່ວມມືຮອບດ້ານ ໃນການແລກປ່ຽນຄຳເຫັນ ເພື່ອປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແລະ ຫັນເອົາລະບຽບຫຼັກການມາດຕພະການຕ່າງນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນເປັນຈິງ, ເປັນການສ້າງຄູ່ຮ່ວມງານທີ່ດີ ສ້າງກົນໄກປະສານງານຢ່າງລະອຽດກ່ຽວກັບການຂົນສົ່ງທາງດ້ານຄົມມະນາຄົມ ເພື່ອເປັນການຊຸກຍູ້ເສດຖະກິດ-ສັງຄົມ ລະ ຫວ່າງ ສອງປະເທດ ລາວ-ຈີນ ໃຫ້ມີຄວາມສະດວກຫຼາຍຂຶ້ນ ທັງເປັນການສ້າງກົນໄກຄູ່ຮ່ວມງານທາງດ້ານການຄ້າ-ການຂົນສົ່ງສິນຄ້າລະຫວ່າງປະເທດ ຕື່ມອີກ.
ຂ່າວ: ບຸນຈັນ ມະນີໄຊ





