ໃນວັນທີ 01 ກັນຍາ 2022, ຢູ່ທີ່ສະ ໂມສອນ ຂອງໂຮງຮຽນມັດທະຍົມສົມບູນຊະນະຄາມ ແຂວງວຽງຈັນ, ໄດ້ຈັດພິທີໄຂສົກ ຮຽນໃໝ່ ປະຈໍາສົກຮຽນ 2022- 2023 ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດອນ ລາດຊະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ອົງການກວດລັດເມືອງ ສະມາຊິກສະພາປະຊາຊົນແຂວງຊຸດທີ II, ທ່ານ ບຸນຊ່ວງ ວັນສີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊະນະຄາມ ປະທານຄະນະພັດທະນາການສຶກສາຂັ້ນເມືອງ, ມີ ທ່ານ ຈັບ ຊະນະເລີດ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄູ-ອາຈານ, ບັນດາແຂກຖືກເຊີນ ແລະ ນັກຮຽນ ເຂົ້້າຮ່ວມ.
ທ່ານ ບຸນກອງ ລັດດາກອນ ຜູ່ອໍານວຍການໂຮງຮຽນ ມັດທະຍົມສົມບູນຊະນະຄາມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ແລະ ແຜນພັດທະນາການສຶກສາ 2021- 2022, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການຈັດຕັ້ງ ປະຕິບັດແຜນການພັດທະນາການສຶກສາທີ່ໄດ້ກໍານົດອອກຫຼາຍດ້ານ, ບັນດາຄູ-ອາຈານໄດ້ພ້ອມກັນເອົາໃຈໃສ່ຕາມພາ ລະບົດບາດ ແລະໜ້າທີ່ຕາມຄວາມຮັບຜິດຊອບຕາມ 3 ລັກສະນະ, 5 ຫຼັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນພ້ອມກັນນີ້ ຍັງໄດ້ປະ ສານສົມທົບກັບຄະນະພັດທະນາການສຶກສາ ແລະ ບັນດາຜູ່ປົກຄອງພໍ່ແມ່ນັກ ຮຽນ ເພື່ອຍົກລະດັບຄຸນນະພາບການສຶກສາໃນການປັບປຸງສະຖານທີ່ ແລະ ອຸປະກອນການຮຽນ-ການສອນໃຫ້ສາມາດຕອບສະ ໜອງໃຫ້ພຽງພໍກັບຄວາມຕ້ອງການຂອງນັກຮຽນ.
ພ້ອມກັນນີ້ ກໍ່ຍັງໄດ້ກໍານົດທິດທາງໜ້າທີ່ ແລະ ຄາດໝາຍຂອງສົກຮຽນ 2022- 2023 : ໂດຍຖືເອົາວຽກງານການພັດ ທະນາການສຶກສາເປັນຈຸດສຸມ ໃນການບັນດາການພັດທະນາຊັບພະຍາກອນມະນຸດ, ຈັດຕັ້ງການຮຽນການສອນ ເພື່ອປັບປຸງຄຸນນະພາບຂອງການສຶກສາໃຫ້ມີຄຸນນະພາບດີຂຶ້ນ, ເພື່ອເຊື່ອມໂຍມກັບພາກພຶ້ນ ແລະ ສາກົນ, ການພັດທະນາການສຶກສາ ຕ້ອງດຳເນີນໄປຕາມລະບົບ 3 ລັກສະນະ 05 ຫລັກມູນ, ເພື່ອແນໃສ່ສ້າງຄົນໃຫ້ເປັນພົນລະເມືອງດີ, ປຸກລະ ດົມການປະກອບສ່ວນຂອງສັງຄົມເຂົ້າໃນການພັດທະນາການສຶກສາໃຫ້ຫລາຍຂື້ນ ເພື່ອໃຫ້ກາຍເປັນພາລະກິດຂອງທົ່ວປວງຊົນເທື່ອລະກ້າວ.
ນອກຈາກນີ້ ໃນພິທີໄຂສົກຮຽນໃໝ່ ຍັງໄດ້ມີການມອບຂອງຂວັນໃຫ້ແກ່ນັກຮຽນທີ່ໄດ້ຄະແນນບໍ່ຫລຸດ 07 ຈຳນວນ 03 ຄົນ, ມອບຂອງຂວັນໃຫ້ນັກຮຽນເກັ່ງລະດັບແຂວງ ຈຳນວນ 03 ຄົນ ແລະມອບຂອງຂວັນໃຫ້ຄູ-ອາຈານສອນດີ – ສອນເກັ່ງຈຳນວນ 03 ຄົນ.
ພາບ-ຂ່າວ ເມືອງຊະນະຄາມ ແຂວງວຽງຈັນ
Loading...