ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ໃນລະຫວ່າງວັນທີ 06-07 ຕຸລາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມກັບການນຳແຂວງບໍລິຄຳໄຊ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ໃຫ້ການຕ້ອນຮັບ ແລະ ນຳພາຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮ່ວມເຄື່ອນ ໄຫວເຮັດວຽກ.
ທ່ານ ເຈົ້າແຂວງໆບໍລິຄຳໄຊ ໄດ້ລາຍງານໃຫ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບສະພາບພົ້ນເດັ່ນ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດ ທະນາແຂວງ ເຊິ່ງໄລຍະ 9 ເດືອນຜ່ານມາ ສາມາດຈັດເກັບລາຍຮັບໄດ້ທັງໝົດ 375,44 ຕື້ກີບ, ເທົ່າກັບ 46,50% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍໄດ້ 300,39 ຕື້ກີບ, ເທົ່າກັບ 70,28% ຂອງແຜນການປີ; ໄດ້ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ເຊິ່ງໄດ້ສູ້ຊົນຜະລິດເຂົ້າໄດ້ 40.509 ເຮັກຕາ, ນາແຊງ ປະຕິບັດໄດ້ 1.806 ເຮັກຕາ; ການບໍລິ ໂພກຊີ້ນ, ປາ, ໄຂ່ ສາມາດປະຕິບັດໄດ້ 43,26 ກິໂລ/ຄົນ; ສໍາລັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນເສດຖະກິດປາຍແຫຼມ ແຂວງກໍ່ໄດ້ໝູນໃຊ້ຈຸດພິເສດທາງດ້ານທີ່ຕັ້ງ ເພື່ອນໍາໃຊ້ທ່າແຮງທາງດ້ານກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງ; ທ່າແຮງທາງດ້ານຂຸດຄົ້ນແຮ່ທາດ; ທ່າແຮງທາງດ້ານການເຊື່ອມໂຍງ- ເຊື່ອມຈອດ ແລະ ການຂົນສົ່ງ; ຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ (MSME) ໃຫ້ມີຄວາມເຂັ້ມແຂງ; ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ໄດ້ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການປັບປຸງດີຂື້ນເທື່ອລະກ້າວ. ປັດຈຸບັນ ທົ່ວແຂວງ ມີບ້ານພົ້ນທຸກ 260 ບ້ານ, ກວມ 91,54%, ຄອບຄົວພັດທະນາມີ 1.715 ຄອບຄົວ ລື່ນແຜນ 820 ຄອບຄົວ (ແຜນປີ 895 ຄອບຄົວ), ຄອບຄົວພັດທະນາມີ 49.705 ຄອບຄົວ, ກວມ 86,19%, ສ້າງບ້ານພັດທະນາໄດ້ 9 ບ້ານ ເທົ່າກັບ 90% ຂອງແຜນປີ, ບ້ານພັດທະນາມີ 226 ບ້ານ, ເທົ່າກັບ 79,57%; ຊ່ວຍເຫຼືອບັນ ເທົາທຸກຄອບຄົວອະນາຖາໄດ້ 13 ຄອບ ຄົວ, ຍັງມີເມືອງທຸກຍາກ 02 ເມືອງ, ຍັງມີຄອບຄົວອະນາຖາ 102 ຄອບຄົວ; ໃນສະພາບທີ່ແຂວງ ຍັງມີຄວາມຫຍຸ້ງຍາກໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຄະນະພັກ-ຄະນະນໍາຂອງແຂວງ ກໍ່ຍັງໄດ້ມີແນວຄິດປະດິດສ້າງ ເພື່ອແກ້ໄຂບັນຫາຕ່າງໆໃຫ້ຫຼຸດລົງເປັນກ້າວໆ ໂດຍໄດ້ສືບຕໍ່ຫັນເປັນວຽກຈຸດສຸມ ແລະ ຍຸດທະສາດໃນການແກ້ໄຂບັນຫາ 4 ເຖື່ອນ (ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ ) ແລະ ໄດ້ສຳມະນາວິທະຍາສາດ 9 ຫົວຂໍ້ທີ່ພົວພັນເຖິງຄວາມບໍ່ສະຫງົບເຊັ່ນ:
1. ວຽກງານ ປກຊ-ປກສ, 2. ປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, 3. ການແກ້ໄຂຄວາມທຸກຍາກ, 4. ບັນຫາທີ່ດິນ, 5. ບັນຫາຢາເສບຕິດ, 6. ບັນຫາສາສະໜາ, 7. ອຸບັດຕິເຫດຕາມທ້ອງຖະໜົນ, 8. ການຕັ້ງສະນຳ, 9. ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ຫຼື ຊີງຕົວປະກັນ; ພ້ອມດຽວກັນນີ້, ແຂວງກໍ່ໄດ້ນຳໃຊ້ກຳລັງແຮງເພື່ອປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມ ໃນການປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍສັງ ຄົມ ກໍ່ໄດ້ເອົາໃຈໃສ່ຊອກຫາແຫຼ່ງທຶນ ແລະ ປຸກລະດົມກຳລັງແຮງ ທັງພາກລັດ ແລະ ເອກະຊົນ ເຂົ້າໃນການພັດທະນາສັງຄົມ ຊ່ວຍເຫຼືອຜູ້ດ້ອຍໂອກາດ, ຜູ້ປະສົບໄພ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້ອມແປງ-ກໍ່ສ້າງ ແລະ ສະໜອງອຸປະ ກອນການຮຽນ, ອຸປະກອນການເເພດຕ້ານໂຄວິດ-19, ຊ່ວຍເຫຼືອການປຸກເຮືອນສາຍໃຈຕອບບຸນແທນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ອື່ນໆ ໃນ 9 ເດືອນ ຜ່ານມາ ລວມເປັນມູນຄ່າ 111 ລ້ານກວ່າກີບ ແລະ 3.000 ໂດລາ. ສໍາລັບການສະ ເຫຼີມສະຫຼອງ 2 ວັນປະຫວັດສາດ ສອງຊາດ ລາວ- ຫວຽດນາມ ໄດ້ສ້າງແຜນການເຄື່ອນໄຫວ ແລະ ເຂົ້າຮ່ວມແລກປ່ຽນບັນດາກິດຈະກໍາຕ່າງໆປິ່ນອ້ອມ ລວມທັງ ການສະເໜີຂໍການຍ້ອງຍໍລະດັບສູນກາງ ແລະ ການຍ້ອງຍໍລະດັບທ້ອງຖິ່ນໃຫ້ກົມກອງ, ບຸກ ຄົນ ຜູ້ມີຜົນງານດີເດັ່ນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສາພັດທະນາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມຂອງສອງປະເທດ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ແລະ ທຸກພາກສ່ວນສັງຄົມພາຍໃນແຂວງ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈົນໄດ້ມີຜົນສໍາເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ຂອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງ ຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ- ສັງຄົມ ຕິດພັນກັບການປະຕິ ບັດສອງວາລະແຫ່ງຊາດຂອງແຂວງ ເປັນຕົ້ນແມ່ນ ການສ້າງຄວາມເຂັ້ມແຂງ ໃນການເກັບລາຍຮັບ ແລະ ອັດການຮົ່ວໄຫຼຂອງງົບປະມານ ໃຫ້ມີປະສິດທິຜົນ ຕາມທິດປະຢັດ ໂດຍສະເພາະ ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີີີ່ມ ທະ ວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ; ແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາ ຫະນະທີ່ບໍ່ຖືກຕ້ອງ ແລະ ເອົາໃຈໃສ່ການປະຕິບັດບັນດານິຕິກໍາລຸ່ມກົດໝາຍທີີີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫຼາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາ ເຫດເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດ ໝາຍກ່ຽວ ຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ການປູກ-ການລ້ຽງ) ທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດຄໍ້າປະກັນສະບຽງອາ ຫານ, ທົດແທນການນຳເຂົ້າ ຄຽງຄູ່ກັບການປຸງແຕ່ງໃຫ້ກາຍເປັນຜະລິດຕະພັນສົ່ງອອກ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ມີປະສິດທິຜົນດີຂຶ້ນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ; ສືບຕໍ່ປັບປຸງ ແລະ ພັດທະນາ ວຽກງານທີ່ຕິດພັນກັບການ ທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ, ການບໍລິການ ບົນພື້ນ ຖານ ສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ- ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.
ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດ ຕາມຊຸກຍູ້ ກຸ່ມພັດທະນາທົ່ງແສນ ເມືອງຄໍາເກີດ; ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢູ່ເມືອງປາກຊັນ. ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຂອງກຸ່ມພັດທະນາທົ່ງແສນ, ເມືອງຄໍາເກີດ ແລະ ແຂວງ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ