ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ບ້ານ​ເມືອງ​ໃຫຍ່: ການພົວພັນຖານບ້ານໃກ້ເຮືອນຄຽງ ລະຫວ່າງ ຈີນກັບປະເທດໃກ້ຄຽງ

Aug 8, 2025

ຈີນມີຄໍາສຸພາສິດບູຮານທີ່ວ່າ: “ພີ່ນ້ອງຢູ່ໄກບໍ່ເທົ່າກັບເພື່ອນບ້ານທີ່ຢູ່ໃກ້”. ເພື່ອເຮັດໃຫ້ປະຊາຊົນຈີນ ແລະ ປະຊາຊົນບັນດາປະເທດໃກ້ຄຽງມີຊີວິດການເປັນຢູ່ທີ່ດີ, ທັງເຮັດໃຫ້ທົ່ວພາກພື້ນມີສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງກວ່າເກົ່າ, ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຈີນໄດ້ສະເໜີວິໄສທັດອັນດີງາມໃນການຮ່ວມກັນສ້າງ “5 ບ້ານ​ເມືອງ​ໃຫຍ່” ລະຫວ່າງຈີນກັບບັນດາປະເທດໃກ້ຄຽງ ໝາຍເຖິງບ້ານ​ເມືອງສັນຕິພາບ, ບ້ານ​ເມືອງສະຫງົບສຸກ, ບ້ານ​ເມືອງຈະເລີນຮຸ່ງເຮືອງ, ບ້ານ​ເມືອງສວຍງາມ ແລະ ບ້ານ​ເມືອງມິດຕະພາບ.
ຄວນສ້າງ “5ບ້ານເມືອງໃຫຍ່” ຄືແນວໃດ? ກ່ອນ​ອື່ນ​ໝົດ ແມ່ນ​ກາ​ນ​ປະ​ດິດ​ສ້າງ​ແນວ​ຄິດ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານແບບ​ປະ​ສານ​ສົມ​ທົບ​ກັນ​ຈາກ​ສອງ​ຝ່າຍ​ຮອດ​ຫຼາຍ​ຝ່າຍ​; ອັນ​ທີ​ສອງແມ່ນ ການ​ປະ​ດິດ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ຫຼາຍ​ດ້ານ; ອັນ​ທີ​ສາມ​ແມ່ນ​ການ​ປະ​ດິດ​ສ້າງ​ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຫັນ​ເປັນ​ໂຄງ​ການ​ແລະ​ບັນ​ຊີ​ລາຍ​ຊື່. “5ບ້ານ​ເມືອງ​ໃຫຍ່” ບໍ່​ແມ່ນ​ແນວ​ຄິດ​ທີ່​ເວົ້າ​ພຽງ​ແຕ່​ປາກ​ເປົ່າເທົ່າ​ນັ້ນ, ຫາກ​ແມ່ນ​ຊຸກ​ຍູ້​ປະ​ຕິ​ບັດ​ດ້ວຍ​ໂຄງ​ການ​ຕົວ​ຈິງ​ຕ່າງໆ. ຕົວ​ຢ່າງ​ເຊັ່ນ: ຈີນ​ແລະ​ຫວຽດ​ນາມ​ໄດ້​ຂີດ​​ກຳ​ນົດ​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ຢູ່​ອ່າວ​ເປີຍ​ປູ້​ຢ່າງ​ສຳ​ເລັດ​ຜົນ ພ້ອມ​ທັງ​ສ້າງ​ຕັ້ງໂທ​ລະ​ສັບ​ສາຍ​ດ່ວນ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ຄວາມ​ຂັດ​ແຍ້​ງ​ຮຸນ​ແຮງ​ຂຶ້ນ; 4ປະ​ເທດ​ຈີນ-ລາວ-ມຽນ​ມາ​-ໄທດຳ​ເນີນ​ການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງ​ພົ້ນ​ເດັ່ນ, ​ການ​ເກີດອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ໄດ້​ຫຼຸດ​ລົງ​ຫຼາຍກວ່າ 90% ເປັນ​ຕົ້ນ.
ໃນ​ດ້ານ​ການ​ສ້າງ​ບ້ານ​ເມືອງ​ຈະ​ເລີນ​ຮຸ່ງ​ເຮືອງ, ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ທີ່​ມີ​ຄຸນ​ນະ​ພາບ​ສູງ; ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ໃນ​ສັນຍາການ​ພົວ​ພັນຄູ່ຮ່ວມເສດຖະກິດຮອບດ້ານ ໃນພາກພື້ນ (RCEP) ໄດ້​ລົງ​ເລິກ​ການ​ເຊື່ອມ​ໂຍງ​ຕ່ອງ​ໂສ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອ້ອມ​ຂ້າງ.
May be an image of 1 person, crowd, newsstand and text May be an image of 10 people, people studying, childrens toy, chess and text
ໃນ​ດ້ານ​ການ​ສ້າງ​ບ້ານ​ເມືອງ​ສວຍ​ງາມ ແລະ ບ້ານ​ເມືອງ​ມິດ​ຕະ​ພາບ, ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊີ​ກາງ​ຮ່ວມ​ມື​ໃນ​ການ​ປັບ​ປຸງ​ດິນ​ເຄັມ ແລະ​ເຜີຍ​ແຜ່​ເຕັກ​ນິກ​ລະ​ບາຍ​ນ້ຳ​ເຂົ້າ​ນາ​ແບບ​ປະ​ຢັດ​ນ້ຳ; ໂຄງ​ການ​ແລກ​ປ່ຽນນັກ​ວິ​ທະ​ຍາ​ສາດ​ໜຸ່ມ ໄດ້​ສະ​ໜັບ​ສະ​ໜູນ​ນັກ​ວິ​ຊາ​ການປະ​ເທດ​ອ້ອມ​ຂ້າງ​ເດີນ​ທາງ​ໄປ​ຝຶກ​ອົບ​ຮົມ​ຢູ່​ຈີນ​ຫຼາຍ​ພັນ​ຄົນ​​ຕໍ່​ປີ; ຈີນ, ກາ​ຊັກ​ສະ​ຖານ​ແລະ​ກຽກ​ກິດ​ສະ​ຖານ​ຮ່ວມ​ກັນນໍາສະເໜີເອົາເສັ້ນ​ທາງ​ສາຍ​ໄໝເຂົ້າເປັນມໍລະດົກໂລກ​ຮ່ວມ​ຊາຍ​ແດນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ຖອດ​ຖອນ​ແລກ​ປ່ຽນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ວັດ​ທະ​ນະ​ທຳ.
​ ເມື່ອ​ທຽບ​ໃສ່​ຍຸດ​ທະ​ສາດ​​ການຮ່ວມ​ມື​ສາ​ກົນ​ຂອງ​ອາ​ເມ​ຣິ​ກາ ​ເຊັ່ນ: “ຍຸດ​ທະ​ສາດ​​ອິນ​ໂດ – ປາ​ຊິ​ຟິກ” ລະ​ຫວ່າງ​ອາ​ເມ​ຣິ​ກາ, ຍີ່​ປຸ່ນ, ອິນ​ເດຍ ແລະ ອົ​ສ​ຕ​ຣາ​ລີ, ແນວ​ຄິດ “5 ບ້ານ​ເມືອງ​ໃຫຍ່” ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກ​ສະ​ນະ​ກວມ​ລວມ ແລະ ລັກ​ສະ​ນະ​ສ້າງ​ສັນ​ຢ່າງ​ເດັ່ນ​ຊັດ.
​ແນວ​ຄິດ ແລະ ​ພຶດ​ຕິ​ກຳ​ຕົວ​ຈິງຂອງ “5 ບ້ານ​ເມືອງ​ໃຫຍ່” ມີ​ຄວາມໝາຍ​ບໍ່​ສະ​ເພາະ​ແຕ່​ປະ​ເທດ​ເພື່ອນ​ບ້ານໃກ້​ຄຽງ​ໃນ​ອາ​ຊີ​ເທົ່​າ​ນັ້ນ, ທັງ​ໄດ້​ສະ​ໜອງ​ແຜນ​ການ​ແກ້​ໄຂ​ຂອງ​ຈີນ​ສຳ​ລັບ​ການ​ພົວ​ພັນ​ສາ​ກົນ ແລະ ການ​ບໍ​ລິ​ຫານ​ໂລກ. ຈີນ​ໄດ້​ນຳ​ໃຊ້​​ການ​ກະ​ທຳ​ຕົວ​ຈິງ​​ເພື່ອໃຫ້​​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຮູ້​ວ່າ: ຈີນ​ຍິນ​ດີ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ປະ​ເທດ​ເພື່ອນ​ບ້ານເພື່ອ​ພັດ​ທະ​ນາ “5 ບ້ານ​ເມືອງ​ໃຫຍ່” ດັ່​ງ​ກ່າວ ເພື່ອຮ່ວມ​ກັນ​ຊົມ​ໃຊ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ຄວາມ​ສວຍ​ງາມ ແລະ ມິດ​ຕະ​ພາບ​ຢ່າງ​ຍືນ​ຍົງ​.
May be an image of the Panama Canal May be an image of boat
No photo description available.