ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີນະຄອນປາກເຊ ປັບປຸງຂະຫຍາຍເສັ້ນທາງ ໃຫ້ເພີ່ມຂຶ້ນ ໂດຍການມີສ່ວນຮ່ວມຂອງສັງຄົມ

Mar 12, 2025

ທ່ານ ວາທະເດດ ກິ່ນພູນສິນ ເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ(ທຍຂ) ນະຄອນປາກເຊ ໃຫ້ສໍາພາດວ່າ ພາຍໃຕ້ການນພະາຂອງ ອົງຄະນະພັກນະຄອນປາກເຊ ສະໄໝທີ 7 ແຕ່ປີ 2020 -2024 ນະຄອນປາກເຊ ປັບປຸງຂະຫຍາຍເສັ້ນທາງ ໃຫ້ເພີ່ມຂຶ້ນ ໂດຍການມີສ່ວນຮ່ວມຂອງສັງຄົມ. ປະຈຸບັນ ທົ່ວນະຄອນປາກເຊມີເສັ້ນທາງທັງໝົດ 274 ເສັ້ນ, ມີຄວາມຍາວ 222,759 ກິໂລແມັດ, ໃນນັ້ນ ເສັ້ນທາງເບຕົງ ຍາວ 36,595 ກິໂລແມັດ, ເສັ້ນທາງປູຢາງຍາວ 93,691 ກິໂລແມັດ, ທາງປູດິນແດງຍາວ 92,473 ກິໂລແມັດ. ບ້ານທີ່ມີທາງທຽວສອງລະດູ ມີ 42ບ້ານ ກວມ 100%, ມີຂົວຕາມເສັ້ນທາງຫຼວງ, ທາງຊອຍ 8 ແຫ່ງ, ໃນນີ້ລວມເອົາຂົວຂ້າມແມ່ນໍ້າຂອງ ທີ່ເຊື່ອມຕໍ່ກັບເມືອງໂພນທອງ. ມີລະບົບຕາຂ່າຍນໍ້າປະປາໃນ 42 ບ້ານ. ອັນພົ້ນເດັ່ນ ໃນວຽກງານກໍ່ສ້າງພື້ນຖານໂຄງລ່າງ ພາຍໃນນະຄອນປາກເຊ ແມ່ນການມີສ່ວນຮ່ວມຂອງອົງການພຸດທະສາສະໜາ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ,ຫົວໜ່ວຍທຸລະກິດ ປະກອບສ່ວນທືນຮອນ ສົມທົບກັບພາກລັດ ໃນການສ້ອມແປງ ແລະ ກໍ່ສ້າງເສັ້ນທາງປູຢາງ, ເບຕົງ ແລະ ຂົວ ມູນຄ່າທັງໝົດ 9.553,24 ລ້ານກີບ, ໃນນັ້ນ ທຶນລັດ 2.273,13 ລ້ານກີບ ແລະ ທຶນປະຊາຊົນ 7.280,11 ລ້ານກີບ ເຊິ່ງໄດ້ສໍາເລັດການປັບປຸງຍົກລະດັບເສັ້ນທາງດິນແດງ, ເສັ້ນທາປູຢາງ ເປັນເສັ້ນທາງເບຕົງ ມີ 19 ເສັ້ນ, ຍາວ 5.266 ແມັດ, ມູນຄ່າ 8.470,62 ລ້ານກີບ, ໃນນັ້ນ ທຶນລັດ 1.751,25 ລ້ານກີບ ແລະ ທຶນປະຊາຊົນ 6.719,36 ລ້ານກີບ; ໂຄງການສ້ອມແປງທາງປູຢາງ ມີ 5 ເສັ້ນ, ຍາວ 3.780 ແມັດ, ມູນຄ່າ 475,65 ລ້ານກີບ, ໃນນັ້ນ ທຶນລັດ 134,90 ລ້ານກີບ ແລະ ທຶນປະຊາຊົນ 340,75 ລ້ານກີບ; ໂຄງການສ້ອມແປງທາງດິນແດງທາງ 13 ໃຕ້ – ບ້ານແກ້ງຊັນ, ບ້ານຊົ້ງນ້ອຍ ຍາວ 4.650 ແມັດ, ມູນຄ່າ 409,46 ລ້ານກີບ, ໃນນັ້ນ ທຶນລັດ 309,46 ລ້ານກີບ ແລະ ປະຊາຊົນ 100 ລ້ານກີບ; ໂຄງການບູລະນະຮັກສາທາງຫຼວງແຫ່ງຊາດດ້ວຍແຮງງານຄົນ ມູນຄ່າ 77,52 ລ້ານກີບ (ບ້ວງກອງທຶນທາງ),ໂຄງການກໍ່ສ້າງຂົວເບຕົງຂ້າມຫ້ວຍນາຈຽງ ບ້ານນາຈຽງ ຍາວ 29,7 ແມັດ, ກວ້າງ 1,2 ແມັດ, ມູນຄ່າ 120 ລ້ານກີບ ດ້ວຍທຶນປະຊາຊົນ; ສ້ອມແປງໄຟຟ້າເຍືອງທາງ ແລະ ວົງວຽນ ມີ 4 ໂຄງການ ຄື: ສ້ອມແປງໄຟຟ້າເຍືອງທາງ 8 ຈຸດ ມູນຄ່າ 1.468,06 ລ້ານກີບ; ສ້ອມແປງໄຟຟ້າວົງວຽນວັດພູ – ປ່າຂ່າ ມູນຄ່າ 30,81 ລ້ານກີບ; ສ້ອມແປງໄຟຟ້າວົງວຽນທ່າສະລາຄໍາ ມູນຄ່າ 21,19 ກີບ ແລະ ສ້ອມແປງໄຟຟ້າ – ທາສີວົງວຽນຂັນໂມງໃຫຍ່ ມູນຄ່າ 120 ລ້ານກີບ.
ເທດສະໜາ ແກ້ວສຸວັນນະແສງ