ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຫາແຮງງານເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໄດ້ 369.345 ຄົນ

Mar 23, 2025

5 ປີຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຫາແຮງງານເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໄດ້ 369.345 ຄົນ
ທ່ານ ພົງໄຊສັກ ອິນຖາລາດ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 21 ມີນາ 2025 ວ່າ: ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມສາມາດບັນລຸໄດ້ຄາດໝາຍສຳ ຄັນ ຄື: ດ້ານການພັດທະນາສີມືແຮງງານ: ມີສະຖາບັນພັດທະນາສີມືແຮງງານທັງ ໝົດໃນທົ່ວປະເທດ 19 ແຫ່ງ; ສ້າງມາດຕະຖານສີມືແຮງງານແຫ່ງຊາດ ໃນ 7 ຂະ ແໜງການ ໄດ້ 44 ສາຂາອາຊີບ, ສ້າງ ແລະ ປັບປຸງຫລັກ ສູດຝືກສີມືແຮງງານໄດ້ 20 ຫລັກສູດ; ເຊັນບົດບັນທຶກຮ່ວມມືດ້ານພັດທະນາສີມືແຮງງານ ກັບພາກທຸລະກິດໄດ້ 24 ພາກສ່ວນ, ສາມາດພັດທະນາສີມືແຮງງານໄດ້ທັງໝົດ 76.331 ຄົນ, ລື່ນແຜນການ 5 ປີ 90.83%.
ສ່ວນດ້ານການສົ່ງເສີມການມີວຽກເຮັດງານທຳ ຫລື ການຈັດຫາງານ: ມີຈຸດບໍລິ ການຈັດຫາງານໄດ້ສ້າງຕັ້ງຂຶ້ນຢູທຸກແຂວງ, ນະຄອນຫລວງວຽງຈັນ ແລະ ຂະຫຍາຍໄປສູ່ເມືອງໄດ້ 41 ເມືອງ, ມີວິສາຫະກິດບໍລິການຈັດຫາງານທັງໝົດ 48 ບໍລິສັດ, 5 ປີຜ່ານມາ ສາມາດຈັດຫາແຮງງານເຂົ້າສູ່ຕໍາແໜ່ງງານພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 369.345 ຄົນ, ຍິງ 186.648 ຄົນ ເຮັດໃຫ້ສາມາດຮັກສາໄດ້ອັດຕາການວ່າງງານໃຫ້ຢູ່ໃນລະດັບບໍ່ເກີນ 2% ໃນແຕ່ລະປີ.