ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ການປະຕິບັດແຜນພັດທະນາເສດຖະກິດ ຂອງເມືອງວຽງຄໍາ ບັນລຸ 89,47%

Jan 20, 2025

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2020-2024) ຂອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ດໍາເນີນໃນທ່າມກາງສະພາບພາຍໃນເມືອງມີຄວາມຫຍຸ້ງຍາກ ໂດຍສະເພາະຜົນກະທົບ ຈາກການແຜ່ລະບາດຂອງພະຍາດ COVID-19 ແລະ ໄພພິບັດທາງທໍາມະຊາດ, ແຕ່ຄະນະພັກ ແລະອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍ ແລະວຽກງານຈຸດສຸມ ຂອງແຕ່ລະຂະແໜງການໃຫ້ໄປຕາມທິດທາງ ແລະແຜນການທີ່ວາງໄວ້ ເຊິ່ງມີຜົນສໍາເລັດບາງດ້ານ. ໂອກາດລາຍງານການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງຄຳ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງວຽງຄຳ ສະຫາຍ ສີພອນ ມິດໄມຕີ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ໃຫ້ຮູ້ວ່າ: ໃນ 5 ປີ ຜ່ານມາເສດຖະກິດ ຂອງເມືອງວຽງຄໍາ ໄດ້ຂະຫຍາຍຕົວ ຢູ່ໃນລະດັບສະເລ່ຍ 5,10% ຕໍ່ປີ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 89,47%, ໃນນີ້: ກະສິກຳ-ປ່າໄມ້ ກວມ 16,31%, ການຄ້າ ແລະການບໍລິການ 8,02% ຕໍ່ປີ. ລວມຍອດມູນຄ່າລາຍຮັບພາຍໃນ ປີ 2024 ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 30 ລ້ານ 8 ແສນກວ່າກີບ ເທົ່າກັບ 1,409 ໂດລາສະຫະລັດ ຕໍ່ຄົນ ທຽບໃສ່ປີ 2019 ເພີ່ມຂຶ້ນ 272 ໂດລາ, ປັດໄຈທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວ ປະກອບມີ: ຊຸກຍູ້, ສົ່ງເສີມການປູກເຂົ້າແຕ່ລະປະເພດໃນເນື້ອທີ່ 7,208 ເຮັກຕາກວ່າປີ, ຜົນຜະລິດ 11,560 ໂຕ່ນຕໍ່ປີ ທຽບໃສ່ແຜນການ 5 ປີ ປະຕິບັດ 107,88%, ປູກພືດຜັກລະດູແລ້ງ 1,229 ເຮັກຕາກວ່າ, ຜົນຜະລິດ 4,208 ໂຕ່ນກວ່າ ທຽບໃສ່ແຜນ 5 ປີປະຕິບັດໄດ້ 126,70%, ປູກພືດຜັກລະດູຝົນ 1,166 ເຮັກຕາກວ່າ, ຜົນຜະລິດ 5,780 ໂຕ່ນກວ່າ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 87,03%, ປູກພືດທາດແປ້ງເນື້ອທີ່ 6,590 ເຮັກຕາ, ຜົນຜະລິດ 25,504 ໂຕ່ນກວ່າ, ທຽບໃສ່ແຜນ 5 ປີປະຕິບັດໄດ້ 639,92%, ປູກໄມ້ໃຫ້ໝາກເກືອບ 499 ເຮັກຕາ, ທຽບໃສ່ແຜນ 5 ປີປະຕິບັດໄດ້ 75,10%, ທົ່ວເມືອງມີສັດລ້ຽງທັງໝົດ 369,672 ໂຕ ທຽບໃສ່ປີ 2019 ເພີ່ມຂືື້ນ 59,570 ໂຕ, ພົ້ນເດັ່ນແມ່ນສັດລ້ຽງປະເພດ ງົວ, ຄວາຍ 35,367 ໂຕ, ທຽບໃສ່ປີ 2019 ເພີ່ມຂຶ້ນ 17,095 ໂຕ, ເນື້ອທີ່ສວນຫຍ້າລ້ຽງສັດທັງໝົດ 10,430 ເຮັກຕາ ທຽບໃສ່ ປີ 2019 ເພີ່ມຂຶ້ນຫຼາຍກວ່າ 9,204 ເຮັກຕາ, ມີ 72 ບ້ານ 2,048 ຄອບຄົວ, ສົ່ງເສີມຊາວກະສິກອນປູກພຶດກະສິກຳຊະນິດຕ່າງໆ ເພື່ອເປັນສິນຄ້າສົ່ງອອກໄດ້ຫຼາຍກວ່າ 3,782 ໂຕນ, ມູນຄ່າເກືອບ 33 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 33,62%, ການລ້ຽງສັດໃຫຍ່ປະເພດງົວ-ຄວຍເປັນສິນຄ້າ, ສາມາດສົ່ງສັດອອກທັງ ໝົດ 13,906 ໂຕ, ມູນຄ່າເກືອບ 171 ຕື້ກີບ ທຽບໃສແຜນ 5 ປີປະຕິບັດໄດ້ 78,72%. ໃນໄລະຍະ 05 ປີ ຜ່ານມາມູນຄ່າຈໍລະຈອນສິນຄ້າທັງໝົດ 251 ຕື້ກວ່າກີບ, ຖ້າທຽບໃສ່ແຜນ 5 ປີ ປະຕິບັດໄດ້ 383%, ມູນຄ່າສິນຄ້າສົ່ງອອກ ມີທັງໝົດ 152 ຕື້ກວ່າກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 232%.
May be an image of animal