ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ​ຄະ​ນະ​ພັກ​ເມືອງ​ແກ່ນທ້າວ ໄດ້​ນຳ​ພາ-ຊີ້​ນຳ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ພາຍ​ໃຕ້​​ວິໄສທັດ ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ.

Feb 12, 2025

5 ປີຜ່ານມາ ​ຄະ​ນະ​ພັກ​ເມືອງ​ແກ່ນທ້າວ ໄດ້​ນຳ​ພາ-ຊີ້​ນຳ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ພາຍ​ໃຕ້​​ວິໄສທັດ ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ.
ສະຫາຍ ຄໍາປຸ່ນ ນວນສະບັບ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ໄດ້ຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ໃນວັນທີ 10 ກຸມພາ 2025 ນີ້ ວ່າ: ຄະ​ນະ​ພັກ​ເມືອງ​ ໄດ້​ເອົາ​ໃຈ​ໃສ່​ນຳ​ພາ-ຊີ້​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ພາຍ​ໃຕ້​​ວິໄສທັດ “ສືບຕໍ່ສ້າງເມືອງແກ່ນທ້າວ ໃຫ້ເປັນເມືອງບໍລິການດ້ານການຄ້າຊາຍແດນ, ສົ່ງເສີມການປູກໝາກຂາມຫວານ, ປູກຢາງພາລາ, ປູກພືດເປັນສິນຄ້າ ຕິດພັນກັບການປຸງແຕ່ງຂັ້ນຕົ້ນເພື່ອສົ່ງອອກ ແລະ ລ້ຽງສັດແບບເປັນກູ່ມເປັນຟາມ ຕາມທິດສີຂຽວ ແລະ ຍືນຍົງ’’ ໄດ້ຫັນເອົາພະນັກງານຫຼັກ​ແຫຼ່ງ, ພະນັກງານວິຊາການ ລົງ​ນໍາ​ພາປະຊາຊົນຫັນປ່ຽນ ແລະ ນໍາໃຊ້ເຕັກນິກ-ວິທະຍາສາດເຂົ້າໃນການຜະລິດ, ເປັນຕົ້ນແມ່ນການປູກເຂົ້າ, ປູກ​ພືດກະສິກໍາ ແລະ ​ພືດ​ອຸດ​ສາ​ຫະ​ກຳເປັນສິນຄ້າ ແລະ ລ້ຽງສັດ​ໃຫຍ່ ໄດ້ມີການຂະຫຍາຍຕົວຢ່າງ​ກວ້າງຂວາງ, ຍາດແຍ່ງເອົາການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການປັບປຸງລະບົບຊົນລະປະທານ ເພື່ອ​ສະໜອງ​ນ້ຳ​ຫົດ​ເນື້ອ​ທີ່​ທຳ​ການ​ຜະ​ລິດໃຫ້ເພີ່ມຂຶ້ນ ໂດຍສະເພາະແມ່ນໂຄງການ​ຊົນ​ລະ​ປະ​ທານ​ນ້ຳ​ຊາງ ບ້ານ​ຫ້ວຍ​ເລິກ, ຂະບວນການສົ່ງເສີມການປູກ-ການລ້ຽງ ໄດ້ຫັນໄປສູ່ແບບເປັນກຸ່ມເປັນຟາມ, ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ປະເພດເຂົ້າ ແລະ ທາດຊີ້ນ ຢູ່ພາຍໃນ ແລະ ສົ່ງອອກເປັນສິນຄ້າ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມໃຫ້ຍືນຍົງ. ດ້ານອຸດສາຫະກຳ ແລະ ການຄ້າ ໄດ້ມີການຂະຫຍາຍຕົວຕາມທິດທັນສະໄໝເປັນກ້າວໆ ເຊັ່ນ: ໂຮງ​ອົບ​ສາ​ລີ, ​ລານ​ຕາກມັນຕົ້ນ, ສາງເກັບຜົນຜະລິດໄດ້ຫັນໄປສູ່ລະບົບຄົບຊຸດ ສາມາດປຸງແຕ່ງຜົນຜະລິດກະສິກໍາຂັ້ນຕົ້ນສົ່ງອອກໄດ້ຫຼາຍຂຶ້ນ. ພື້ນຖານໂຄງລ່າງ, ລະບົບເສັ້ນທາງພາຍໃນເມືອງ ໄດ້ຮັບການປັບປຸງຍົກລະດັບໂດຍການນໍາພາປະຊາຊົນ ປະຕິບັດນະໂຍບາຍ ລັດ ແລະ ປະຊາຊົນພ້ອມກັນເຮັດ ໃນການກໍ່ສ້າງທາງເບຕົງເສີມເຫຼັກ, ເສີມໄມ້ໄຜ່ ແລະ ປູຫີນທາງຮ່ອມ ພາຍໃນບ້ານຢ່າງກວ້າງຂວາງ ໄດ້ທັງໝົດ 17 ບ້ານ. ນໍາພາກໍ່ສ້າງປະຕູໂຂງ ເຂົ້າເມືອງໂດຍທຶນສົມທົບຂອງ ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ ແລະ ປະຊາຊົນ. ນໍາພາປັບປຸງ ແລະ ກໍ່ສ້າງຕະຫຼາດຢູ່ພາຍໃນເມືອງ ໃຫ້ສາມາດເປັນບ່ອນແລກປ່ຽນຊື້-ຂາຍ ໄດ້ 2 ແຫ່ງ; ຂະຫຍາຍລະບົບນໍ້າປະປາ ໄປສູ່ບ້ານທີ່ຍັງບໍ່ທັນມີ ໄດ້ 4 ບ້ານ. ນໍາພາກວດກາ, ເກັບກຳຂໍ້ມູນການນຳໃຊ້ທີ່ດິນຂອງພໍ່ແມ່ປະຊາຊົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຈັດ​ສັນ​​ທີ່​ດິນ, ຂະ​ຫຍາຍ​ຜັງ​ເມືອງ​, ເອົາໃຈໃສ່ຄຸ້ມຄອງການເຊົ່າ ແລະ ສຳປະທານທີ່ດິນຂອງລັດຖືກຕ້ອງຕາມລະບຽບກົດໝາຍ,​ ພ້ອມ​ທັງຄຸ້ມຄອງສິ່ງແວດລ້ອມ​ຢ່າງ​ເປັນ​ລະ​ບົບ​​ຕໍ່​ເນື່ອງ. ເອົາໃຈໃສ່ນໍາພາປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດຈັດເກັບລາຍຮັບໄດ້ລື່ນແຜນການໃນແຕ່ລະປີ, ເຮັດໃຫ້ເສດຖະກິດຂອງເມືອງ ຂະຫຍາຍຕົວໃນລະດັບ 6,5 ສ່ວນຮ້ອຍ, ລວມຍອດຜົນຜະລິດພາຍໃນບັນລຸໄດ້ 1,000 ກວ່າຕື້ກີບ, ລາຍໄດ້ສະເລ່ຍໃສ່ຫົວຄົນ ປະຕິບັດໄດ້ 24,22 ລ້ານກີບ, ທຽບໃສ່ຄາດໝາຍປະຕິບັດໄດ້ 71 ສ່ວນຮ້ອຍ.
ຂ່າວ: ແກ່ນທ້າວ.