ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2026, ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະ 5 ປີ ທີ່ຜ່ານມາ, ໄດ້ມີເຫດການໄພພິບັດເກີດຂຶ້ນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ໄພພິບັດທີ່ເກີດຂຶ້ນໃນແຕ່ລະປີແມ່ນຜົນກະທົບຈາກສະພາບລົມພາຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍ້າຖ້ວມໄຫຼຊຸ ແລະ ນໍ້າຖ້ວມຂັງ, ຊຶ່ງໃນ 5 ປີ ຜ່ານມານີ້ມີໄພພິບັດເກີດຂຶ້ນທັງໝົດ 376 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຫຼາຍກວ່າ 1 ລ້ານຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ຂະແໜງການສັງຄົມ, ກະສິກຳ, ໂຄງລ່າງພື້ນຖານ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 12,577 ຕື້ກວ່າກີບ ຕາມການເກັບກຳຂໍ້ມູນຂອງກອງເລຂາ ແລະ ລາຍງານຂອງບັນດາແຂວງເຫັນໄດ້ວ່າ ສະພາບໄພພິບັດນັບມື້ນັບມີຄວາມຮຸນແຮງ ແຂວງທາງພາກເໜືອບໍ່ເຄີຍມີນໍ້າຖ້ວມຂັງ ແລະ ຮຸນແຮງກໍມີຄື: ໃນປີ 2024; 2025 ແຂວງຫົວພັນ, ຫລວງນໍ້າທາ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອື່ນໆ ກໍ່ເກີດຂຶ້ນ ຊຶ່ງສ້າງຄວາມເສຍຫາຍເປັນຈໍານວນຫລາຍສົມຄວນ.

ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ສະຫຼຸບປີ 2025, ແຜນປີ 2026 ແລະ ຮ່າງແຜນກຽມພ້ອມຕອບໂຕ້ໄພພິບັດປີ 2026.

ສະເພາະປີ 2025 ຜ່ານມາ ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ ທັງໝົດ 70 ຄັ້ງ. ໃນນັ້ນ ນໍ້າຖ້ວມ 38 ຄັ້ງ, ດິນເຈື່ອນ 1 ຄັ້ງ, ລົມພາຍຸພັດ 16 ຄັ້ງ, ໄຟໄໝ້ເຮືອນ 15 ຄັ້ງ, ສົ່ງຜົນກະທົບທຸກແຂວງທົ່ວປະເທດ. ໃນນັ້ນ, ມີຈໍານວນ 141 ເທື່ອເມືອງ, ຈໍານວນ 2,313 ເທື່ອບ້ານ, 83,206 ຄອບຄົວ, ຜູ້ໄດ້ຮັບຜົນກະທົບທັງໝົດ 403,303 ເທື່ອຄົນ, ເສຍຊີວິດ 55 ຄົນ, ສູນຫາຍ 5 ຄົນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຢ່າງໜັກໜ່ວງ ຊຶ່ງມີມູນຄ່າຄວາມເສຍຫາຍລວມທັງໝົດປະມານ 2,940 ຕື້ກວ່າ ກີບ,ຜົນກະທົບໜັກກວ່າໝູ່ແມ່ນເກີດຈາກລົມພາຍຸ ວູທີບ, ວິພາ ແລະ ພາຍຸບົວລອຍ ຊຶ່ງຄາດຄະເນຜົນກະທົບປະມານ 2,869 ຕື້ກວ່າກີບ, ເມື່ອສົມທຽບໃສ່ຜົນເສຍຫາຍໃນແຕ່ລະປີເຫັນວ່າໄພພິບັດນໍ້າຖ້ວມເລີ່ມນັບມື້ນັບເພີ່ມຄວາມຮຸນແຮງຂຶ້ນ ແລະ ສົ່ງຜົນເສຍຫາຍຫຼາຍຂຶ້ນເລື້ອຍໆ.
ສຳລັບແຜນຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ ປະຈໍາປີ 2026 ນີ້ຈະເພີ່ມທະວີວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.


