ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ເມືອງ ພູວົງ ອັດຕາການຂະຫຍາຍຕົວສະເລ່ຍ 3,61%

Feb 21, 2025

ອີງຕາມການລາຍງານຂອງ ສະຫາຍ ທິດສະຫວັນ ໄຊຍະແສງ ກຳມະການພັກເມືອງ ຮອງເຈົ້າເມືອງ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ພູວົງ ແຂວງອັດຕະປື ຄັ້ງທີ VI ເມື່ອວັນທີ 20 ກຸມພາ 2025 ໃນບາງຕອນກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ V (2020-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2025-2029) ໃຫ້ຮູ້ວ່າ: ຜົນໄດ້ຮັບຂອງແຕ່ລະເປົ້າໝາຍ ແລະ ວຽກຈຸດສຸມຂອງແຜນການພັດທະນາເສດຖະກິດ-ສັງຄົມຢູ່ໃນເມືອງ ພູວົງ ໃນໄລຍະ 5 ປີຜ່ານມາ ເສດຖະກິດຍັງເຕີບໂຕຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ 73,623 ລ້ານກວ່າກີບ, ອັດຕາສະເລ່ຍໃນລະດັບ 3,61%, ໃນນັ້ນ ຂະແໜງກະສິກຳ ປ່າໄມ້ 62,142 ລ້ານກວ່າກີບ ຂະຫຍາຍຕົວສະເລ່ຍ 6,10% ເທົ່າກັບ 80,40% ຂອງ GDP, ຂະແໜງອຸດສາຫະກຳ 5,631 ລ້ານກວ່າກີບ ຂະຫຍາຍຕົວສະເລ່ຍ 4,78% ເທົ່າກັບ 7,64% ຂອງ GDP, ຂະແໜງບໍລິການ 5,750 ລ້ານກວ່າກີບ ຂະຫຍາຍຕົວສະເລ່ຍ 4,06% ເທົ່າກັບ 7,81% ຂອງ GDP, ສະເລ່ຍລາຍຮັບຕໍ່ຫົວຄົນ 297 ໂດລາ/ຄົນ ຫຼື ເທົ່າກັບ 6,361,146 ກີບ/ຄົນ/ປີ, ຖ້າທຽບໃສ່ປີ 2019 ຫຼຸລົງ 154 ໂດລາ/ຄົນ/ປີ ສັງລວມແລ້ວໃນ 5 ປີຜ່ານມາ ພົບວ່າເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຫຼາຍຄາດໝາຍ-ຫຼາຍຕົວຊີ້ບອກໄດ້ຮັບຜົນສຳເລັດຕາມແຜນ ແລະ ລື່ນແຜນການທີ່ວາງໄວ້ ອັນພົ້ນເດັ່ນໃນນີ້ແມ່ນການເກັບລາຍຮັບງົບປະມານ ປະຕິບັດໄດ້ 41,874 ລ້ານກວ່າກີບ ເທົ່າກັບ 326% ໃນນີ້: ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 17,269 ລ້ານກວ່າກີບ ເທົ່າກັບ 103% ຂອງແຜນການ, ປະຕິບັດໄດ້ 24,138 ລ້ານກວ່າກີບ ເທົ່າກັບ 7,381% ຂອງແຜນການ ແລະ ລາຍຮັບຈາກຊັບສິນຂອງລັດລາຍຮັບຈາກທີ່ດິນປະຕິບັດໄດ້ 467 ລ້ານກວ່າກີບ ເທົ່າກັບ 47,17%; ດ້ານລາຍຈ່າຍ ປະຕິບັດໄດ້ 45,461 ລ້ານກວ່າກີບ.
ສະຫາຍ ທິດສະຫວັນ ໄຊຍະແສງ ຍັງໃຫ້ຮູ້ຕື່ມອີກວ່າ: ໃນ 5 ປີຜ່ານມາເມືອງພູວົງມີການລົງທຶນຂອງລັດທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງໃນ 5 ປີ ທັງໝົດ 46 ໂຄງການ, ມີທຶນ 6,902 ລ້ານກວ່າກີບ; ເກັບກໍາຂໍ້ມູນການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດທີ່ສູນກາງ ແລະ ແຂວງອະນຸຍາດມີດັ່ງນີ້: ສູນກາງອະນຸຍາດມີ 20 ໂຄງການ ມູນຄ່າ 1 ຕື້ກວ່າໂດລາ; ຂັ້ນແຂວງອະນຸຍາດມີ 3 ໂຄງການ, ມູນຄ່າ 45 ລ້ານກວ່າໂດລາ (ມີ1 ໂຄງການຖືກຍົກເລີກ) ພ້ອມນີ້ກໍ່ໄດ້ສ້າງບັນຊີຮຽກການລົງທືນຢູ່ເມືອງໃນ 5 ປີ ມີ 11 ໂຄງການ, ມີທືນ 14 ຕື້ກວ່າກີບ ແລະ ສັງລວມບັນດາເອກະສານທີ່ສະເໜີຂໍການລົງທຶນ ເພື່ອແຈ້ງຕອບສະໜັບສະໜູນການລົງ ທຶນ 1 ມີ 35 ສະບັບ.
May be an image of 1 person and text that says '១នន อุสล (.) LNR Antign-MRao 5 บผ่ามมา บมา เมีงๆ พูอ๊ง ยัดตาภาบ2ะทยายต๊ว ต๊ว สะเลย 3,61 % พื้มที่โลสะมา ติดต์้: 021 - -212435 212 435 020 5552 2693 020 02055450509 5545 0509 ၃၁၀ TELECOM PN 5G Lao Digital Life'